ມີຜູ້ອອກແບບບໍ?
ເມືອກຂອງໂຕທາກ
ໝໍຜ່າຕັດພະຍາຍາມຊອກຫາສານທີ່ມີຄຸນສົມບັດຄ້າຍຄືກາວເພື່ອຊ່ວຍໃນການຜ່າຕັດແລະປິ່ນປົວບາດແຜ. ແຕ່ກາວສ່ວນໃຫຍ່ໃນທຸກມື້ນີ້ບໍ່ສາມາດໃຊ້ກັບອະໄວຍະວະໃນຮ່າງກາຍໄດ້ຍ້ອນກາວຈະມີຄວາມເປັນພິດ. ເມື່ອກາວແຫ້ງແລ້ວກໍຈະແຂງບໍ່ຍືດຍຸ່ນລວມທັງບໍ່ສາມາດຍຶດຕິດກັບຜິວໜັງຫຼືເນື້ອເຍື່ອທີ່ປຽກໄດ້. ແຕ່ນັກວິທະຍາສາດໄດ້ຄົ້ນພົບວິທີແກ້ບັນຫາເຫຼົ່ານັ້ນຈາກການສຶກສາຄົ້ນຄວ້າເມືອກຂອງໂຕທາກຊະນິດໜຶ່ງ. a
ລອງຄິດເບິ່ງ: ເມື່ອໂຕທາກເຈິສັດຕູ ພວກມັນຈະປ້ອງກັນໂຕເອງໂດຍປ່ອຍເມືອກໜຽວໆອອກມາ. ເມືອກນີ້ຊ່ວຍໃຫ້ໂຕທາກຕິດແໜ້ນຢູ່ກັບໃບໄມ້ເຊິ່ງເຮັດໃຫ້ສັດຕູບໍ່ສາມາດດຶງພວກມັນອອກໄປໄດ້ງ່າຍໆ ແລະເຖິງຈະຕິດແໜ້ນຂະໜາດນັ້ນ ແຕ່ໂຕທາກກໍຍັງເໜັງໄດ້.
ນັກວິໄຈໄດ້ວິເຄາະເມືອກຂອງໂຕທາກແລະພົບວ່າມີຫຼາຍຢ່າງທີ່ເຮັດໃຫ້ເມືອກນີ້ມີຄຸນສົມບັດຄືກາວ. ຕົວຢ່າງເຊັ່ນ ເມືອກຈະມີແຮງດຶງດູດສອງຊະນິດທັງແຮງດຶງດູດທີ່ເກີດຈາກພັນທະເຄມີແລະແຮງດຶງດູດທີ່ເກີດຈາກໄຟຟ້າສະຖິດ. ເມືອກນີ້ຈະຊຶມເຂົ້າໄປໃນພື້ນຜິວທີ່ໂຕທາກເກາະຢູ່ເຮັດໃຫ້ໂຕທາກສາມາດເກາະຕິດກັບພື້ນຜິວນັ້ນໄດ້. ແລະເມືອກນີ້ຈະມີຄວາມຍືດຍຸ່ນເມື່ອໄດ້ຮັບແຮງກົດ ຈາກແນວຄິດນີ້ນັກວິໄຈຈຶ່ງໄດ້ຜະລິດວັດສະດຸຊະນິດໜຶ່ງຂຶ້ນມາໂດຍຮຽນແບບເມືອກຂອງໂຕທາກ. ວັດສະດຸທີ່ມີຄຸນສົມບັດຄືກາວນີ້ສາມາດຍຶດຕິດກັບອະໄວຍະວະຂອງສິ່ງມີຊີວິດໄດ້ແລະມີຄວາມແຂງແຮງທົນທານຫຼາຍກວ່າກາວທີ່ໃຊ້ຢູ່ໃນວົງການແພດໃນທຸກມື້ນີ້. ລາຍງານບອກວ່າກາວຊະນິດນີ້ສາມາດຕິດຢູ່ກັບອະໄວຍະວະ “ແບບດຽວກັບທີ່ກະດູກອ່ອນຕິດຢູ່ກັບກະດູກ.”
ນັກວິຊາການເຊື່ອວ່າໃນອະນາຄົດໝໍຜ່າຕັດທຸກຄົນອາດຈະໃຊ້ກາວນີ້ປິດບາດແຜແທນການຫຍິບບາດແຜດ້ວຍດ້າຍຫຼືລວດ. ແລະອາດຈະໃຊ້ເພື່ອສ້ອມແຊມກະດູກອ່ອນຫຼືໃຊ້ເພື່ອຍຶດຕິດເຄື່ອງມືແພດບາງຢ່າງເຂົ້າກັບອະໄວຍະວະພາຍໃນຮ່າງກາຍ. ມີການທົດສອບປະສິດທິພາບແລະພົບວ່າກາວນີ້ສາມາດອັດຮອຍຮົ່ວຢູ່ຫົວໃຈໝູແລະປິດບາດແຜຢູ່ຕັບຂອງໜູໄດ້.
ການສຶກສາຄົ້ນຄວ້າສິ່ງທີ່ຢູ່ໃນທຳມະຊາດເຮັດໃຫ້ນັກວິທະຍາສາດຄົ້ນພົບວິທີແກ້ບັນຫາຕ່າງໆ. ໂດນັນ ອິງເບີ ຜູ້ອຳນວຍການສະຖາບັນທີ່ພັດທະນາກາວສັງເຄາະຊະນິດນີ້ບອກວ່າ: “ເຮົາຕ້ອງຮູ້ວ່າຄວນຈະເບິ່ງໄປບ່ອນໃດ ແລະເມື່ອເຫັນບາງສິ່ງແລ້ວກໍພະຍາຍາມຄິດວິທີໃໝ່ໆໃຫ້ອອກ”
ເຈົ້າຄິດແນວໃດ? ເມືອກຂອງໂຕທາກເກີດຈາກວິວັດທະນາການບໍ? ຫຼືມີຜູ້ອອກແບບ?
a ຊື່ທາງວິທະຍາສາດຄື Arion subfuscus.