ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ 12

ມີຄວາມຫວັງຫຍັງບໍສຳລັບຄົນທີ່ຕາຍໄປ?

“ບໍ່​ຕ້ອງ​ແປກໃຈ​ໃນ​ເລື່ອງ​ນີ້ ເພາະ​ຈະ​ມີ​ເວລາ​ທີ່​ທຸກ​ຄົນ​ທີ່​ຢູ່​ໃນ​ບ່ອນ​ຝັງ​ສົບ​ຈະ​ໄດ້​ຍິນ​ສຽງ​ລາວ ແລະ​ຈະ​ອອກ​ມາ.”

ໂຢຮັນ 5:28, 29

“ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ​ຈະ​ຄືນ​ມາ​ຈາກ​ຕາຍ.”

ກິດຈະການ 24:15

“ຂ້ອຍ​ກໍ​ເຫັນ​ຄົນ​ຕາຍ​ທັງ​ຄົນ​ທຳມະດາ​ແລະ​ຄົນ​ທີ່​ມີ​ອຳນາດ​ຢືນ​ຢູ່​ຕໍ່​ໜ້າ​ບັນລັງ​ນັ້ນ ແລະ​ມ້ວນ​ໜັງສື​ຕ່າງ​ໆ​ຖືກ​ມາຍ​ອອກ. ມີ​ມ້ວນ​ໜັງສື​ອີກ​ມ້ວນ​ໜຶ່ງ​ກໍ​ຖືກ​ມາຍ​ອອກ​ຄື​ກັນ. ນັ້ນ​ແມ່ນ​ມ້ວນ​ໜັງສື​ລາຍຊື່​ຄົນ​ທີ່​ຈະ​ໄດ້​ຊີວິດ. ແລ້ວ​ຄົນ​ຕາຍ​ກໍ​ຖືກ​ຕັດສິນ​ຕາມ​ການ​ກະທຳ​ຂອງ​ໂຕເອງ​ໂດຍ​ອາໄສ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ມ້ວນ​ໜັງສື​ຕ່າງ​ໆ​ນັ້ນ. ທະເລ​ໄດ້​ປ່ອຍ​ຄົນ​ທີ່​ຕາຍ​ໃນ​ທະເລ. ຄວາມ​ຕາຍ​ແລະ​ບ່ອນ​ຝັງ​ສົບ​ກໍ​ປ່ອຍ​ຄົນ​ຕາຍ​ທີ່​ຢູ່​ໃນ​ນັ້ນ. ຈາກ​ນັ້ນ​ເຂົາເຈົ້າ​ແຕ່​ລະ​ຄົນ​ກໍ​ຖືກ​ຕັດສິນ​ຕາມ​ການ​ກະທຳ​ຂອງ​ໂຕເອງ.”

ພະນິມິດ 20:12, 13