ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ 5

ເລື່ອງຫຼັກໃນຄຳພີໄບເບິນແມ່ນເລື່ອງຫຍັງ?

“ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ຜູ້​ຍິງ​ເປັນ​ສັດຕູ​ກັນ ແລະ​ເຊື້ອສາຍ​ຂອງ​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ຜູ້​ຍິງ​ຈະ​ເປັນ​ສັດຕູ​ກັນ. ເຊື້ອສາຍ​ຂອງ​ຜູ້​ຍິງ​ຈະ​ຢຽບ​ຫົວ​ຂອງ​ເຈົ້າ​ຈົນ​ມຸ່ນ ແລະ​ເຈົ້າ​ຈະ​ເຮັດ​ໃຫ້​ສົ້ນ​ຕີນ​ຂອງ​ເຊື້ອສາຍ​ຂອງ​ຜູ້​ຍິງ​ບວມ​ຊ້ຳ.”

ປະຖົມມະການ 3:15

“ຍ້ອນ​ເຈົ້າ​ເຊື່ອຟັງ​ເຮົາ ຄົນ​ຈາກ​ທຸກ​ຊາດ​ຈະ​ໄດ້​ຮັບ​ພອນ​ໂດຍ​ທາງ​ລູກ​ຫຼານ​ຂອງ​ເຈົ້າ.”

ປະຖົມມະການ 22:18

“ຂໍ​ໃຫ້​ພະອົງ​ເລີ່ມ​ປົກຄອງ​ພວກ​ເຮົາ ແລະ​ຂໍ​ໃຫ້​ທຸກ​ຢ່າງ​ໃນ​ໂລກ​ແລະ​ໃນ​ສະຫວັນ​ເປັນ​ໄປ​ຕາມ​ທີ່​ພະອົງ​ຕ້ອງການ​ໃຫ້​ເປັນ.”

ມັດທາຍ 6:10

“ອີກ​ບໍ່​ດົນ ພະເຈົ້າ​ຜູ້​ໃຫ້​ສັນຕິສຸກ​ຈະ​ໃຫ້​ອຳນາດ​ພວກ​ເຈົ້າ​ເຮັດ​ໃຫ້​ຊາຕານ​ມຸ່ນ​ຢູ່​ພື້ນ​ຕີນ​ຂອງ​ພວກ​ເຈົ້າ.”

ໂຣມ 16:20

“ເມື່ອ​ພະເຈົ້າ​ເຮັດ​ໃຫ້​ທຸກ​ສິ່ງ​ຢູ່​ໃຕ້​ອຳນາດ​ຂອງ​ພະຄລິດ​ແລ້ວ ພະຄລິດ​ທີ່​ເປັນ​ລູກ​ກໍ​ຈະ​ຢູ່​ໃຕ້​ອຳນາດ​ຂອງ​ພະເຈົ້າ​ຜູ້​ທີ່​ເຮັດ​ໃຫ້​ທຸກ​ສິ່ງ​ຢູ່​ໃຕ້​ອຳນາດ​ເພິ່ນ ແລ້ວ​ພະເຈົ້າ​ຈະ​ເປັນ​ທຸກ​ສິ່ງ​ທຸກ​ຢ່າງ​ສຳລັບ​ທຸກ​ຄົນ.”

1 ໂກຣິນໂທ 15:28

“ມັນ​ກໍ​ຄື​ກັບ​ຄຳ​ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ອັບຣາຮາມ​ແລະ​ກັບ​ລູກ​ຫຼານ​ຂອງ​ລາວ . . . ຜູ້​ນັ້ນ​ແມ່ນ​ພະຄລິດ. ຖ້າ​ພວກ​ເຈົ້າ​ເປັນ​ຄົນ​ຂອງ​ພະຄລິດ ພວກ​ເຈົ້າ​ກໍ​ເປັນ​ລູກ​ຫຼານ​ຂອງ​ອັບຣາຮາມ​ແທ້​ໆ.”

ຄາລາເຕຍ 3:16, 29

“ຕອນນີ້ ອຳນາດ​ກະສັດ​ເໜືອ​ໂລກ​ນີ້​ເປັນ​ຂອງ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ແລະ​ເປັນ​ຂອງ​ຜູ້​ທີ່​ພະເຈົ້າ​ເລືອກ​ໃຫ້​ເປັນ​ພະຄລິດ​ແລ້ວ ແລະ​ເພິ່ນ​ຈະ​ປົກຄອງ​ເປັນ​ກະສັດ​ຕະຫຼອດ​ໄປ.”

ພະ​ນິມິດ 11:15

“ພະຍານາກ​ໃຫຍ່​ຖືກ​ຖິ້ມ​ລົງ​ມາ​ໃນ​ໂລກ ແລະ​ທູດສະຫວັນ​ທີ່​ຢູ່​ຝ່າຍ​ມັນ​ກໍ​ຖືກ​ຖິ້ມ​ລົງ​ມາ​ຄື​ກັນພະຍານາກ​ໃຫຍ່​ແມ່ນ​ງູ​ໂຕ​ທຳອິດ​ນັ້ນ. ມັນ​ຖືກ​ເອີ້ນ​ວ່າ​ມານ​ຮ້າຍ​ແລະ​ຊາຕານ​ທີ່​ກຳລັງ​ລໍ້ລວງ​ທົ່ວ​ໂລກ​ໃຫ້​ຫຼົງ​ຜິ​ດ.”

ພະ​ນິມິດ 12:9

“ເພິ່ນ​ຈັບ​ພະຍານາກ​ທີ່​ເປັນ​ງູ​ໂຕ​ທຳອິດ​ນັ້ນ ເຊິ່ງ​ແມ່ນ​ມານ​ຮ້າຍ​ແລະ​ຊາຕານ ແລ້ວ​ມັດ​ມັນ​ໄວ້ 1.000 ປີ.”

ພະນິມິດ 20:2