ສ່ວນອະທິບາຍຄຳສັບໃນຄຳພີໄບເບິນ
ກ ຂ ຄ ຈ ສ ຊ ຍ ດ ຕ ຖ ທ ນ ບ ປ ຜ ຝ ພ ຟ ມ ຢ ຣ ລ ວ ຫ ໜ ໝ ຫຼ ຫວ ອ ຮ 1
ກ
-
ກະຕັກ.
ໄມ້ຍາວທີ່ມີປາຍເປັນເຫຼັກແຫຼມໃຊ້ແທງສັດ. ມີການປຽບທຽບກະຕັກວ່າເປັນຄືກັບຄຳສອນຂອງຄົນທີ່ມີສະຕິປັນຍາທີ່ຊ່ວຍກະຕຸ້ນຄົນຟັງໃຫ້ເຮັດຕາມ. ສຳນວນ “ເຕະກະຕັກ” ໃນພະຄຳພີໄດ້ມາຈາກທ່າທາງຂອງງົວທີ່ຂັດຂືນເມື່ອມີກະຕັກມາແທງມັນເຊິ່ງການເຕະແບບນັ້ນມີແຕ່ຈະເຮັດໃຫ້ມັນເຈັບກວ່າເກົ່າ.—ຜຕສ 3:31; ກຈກ 26:14
-
ກາຈ້ຳ.
ສິ່ງທີ່ໃຊ້ຈ້ຳກາ (ເທິງດິນດາກຫຼືຂີ້ເຜີ້ງ) ເພື່ອສະແດງຄວາມເປັນເຈົ້າຂອງ ຢືນຢັນວ່າເປັນຂອງແທ້ ຫຼືສະແດງວ່າຕົກລົງກັນແລ້ວ. ກາຈ້ຳໃນສະໄໝບູຮານອາດເປັນຫີນ ງາຊ້າງ ຫຼືໄມ້ ເຊິ່ງມີໂຕອັກສອນຫຼືລວດລາຍທີ່ສະຫຼັກປີ້ນດ້ານ. ຄຳວ່າ “ກາຈ້ຳ” ຍັງໃຊ້ເປັນພາບປຽບທຽບວ່າສິ່ງທີ່ຖືກຈ້ຳກາເປັນຂອງແທ້ ມີເຈົ້າຂອງແລ້ວ ຫຼືເປັນສິ່ງທີ່ຖືກປິດເຊື່ອງໄວ້ຫຼືເປັນຄວາມລັບ.—ອພຍ 28:11; ນຮຢ 9:38; ພນມ 5:1; 9:4
-
ການາອານ.
ຫຼານຊາຍຂອງໂນອາແລະເປັນລູກຊາຍຄົນທີ 4 ຂອງຮາມ. ຕໍ່ມາລູກຫຼານຂອງການາອານ 11 ຕະກູນກໍອາໄສຢູ່ທາງຟາກຕາເວັນອອກຂອງທະເລເມດີແຕຣາເນ ເຊິ່ງຢູ່ລະຫວ່າງເອຢິບກັບຊີເຣຍ. ເຂດເຫຼົ່ານີ້ເອີ້ນວ່າ “ແຜ່ນດິນການາອານ.” (ປຖກ 9:18; ລລວ 18:3; ກຈກ 13:19)—ເບິ່ງພາກຜະໜວກ ຂ4
-
ກິລຽດ.
ແທ້ໆແລ້ວໝາຍເຖິງພື້ນທີ່ທີ່ອຸດົມສົມບູນຢູ່ທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນລວມເອົາທາງເໜືອແລະທາງໃຕ້ຂອງຮ່ອມພູຢັບໂບກ. ແຕ່ບາງເທື່ອມີການໃຊ້ຄຳນີ້ເພື່ອໝາຍເຖິງເຂດແດນທັງໝົດຂອງອິດສະຣາເອນທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນ ເຊິ່ງເປັນບ່ອນຢູ່ຂອງຕະກູນຣູເບັນ ຄາດ ແລະເຄິ່ງໜຶ່ງຂອງຕະກູນມານາເຊ. (ຈຊບ 32:1; ຢຊ 12:2; 2ກສ 10:33)—ເບິ່ງພາກຜະໜວກ ຂ4
-
ກີ່ຕ່ຳຫູກ.
ອຸປະກອນທີ່ໃຊ້ຕ່ຳຜ້າຫຼືຕ່ຳດ້າຍໃຫ້ເປັນຜ້າ.—1ຊມ 17:7
-
ເກລາ.
ຫົວໜ່ວຍນ້ຳໜັກເທົ່າກັບ 0,57 ກຣາມ ເຊິ່ງທຽບເທົ່າກັບ 1 ສ່ວນ 20 ເຊເກນ. (ລລວ 27:25)—ເບິ່ງພາກຜະໜວກ ຂ14
-
ເກເຮັນນາ.
ຊື່ພາສາກຣີກຂອງຮ່ອມພູຮິນໂນມ ເຊິ່ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງເມືອງເຢຣູຊາເລັມບູຮານ. (ຢຣມ 7:31) ມີການພະຍາກອນໄວ້ວ່າບ່ອນນັ້ນຈະກາຍເປັນບ່ອນຖິ້ມສົບ. (ຢຣມ 7:32; 19:6) ບໍ່ມີຫຼັກຖານວ່າສັດຫຼືມະນຸດທີ່ຖືກຖິ້ມໃນເກເຮັນນາຖືກເຜົາທັງໆທີ່ມີຊີວິດຢູ່ຫຼືຖືກທໍລະມານ. ດັ່ງນັ້ນ ສະຖານທີ່ນີ້ຈຶ່ງບໍ່ໄດ້ເປັນສັນຍະລັກຂອງບ່ອນທີ່ເອົາໄວ້ທໍລະມານວິນຍານມະນຸດດ້ວຍໄຟຕະຫຼອດໄປ. ພະເຢຊູແລະພວກລູກສິດຂອງເພິ່ນໃຊ້ຄຳວ່າເກເຮັນນາເປັນສັນຍະລັກຂອງການລົງໂທດຕະຫຼອດໄປເຊິ່ງກໍຄື “ຄວາມຕາຍປະເພດທີສອງ” ທີ່ໝາຍເຖິງການທຳລາຍຈົນບໍ່ເຫຼືອຫຍັງ.—ມທ 5:22; 10:28; ພນມ 20:14
-
ແກ.
ເຄື່ອງເປົ່າເຮັດດ້ວຍໂລຫະ. ໃຊ້ເປົ່າໃຫ້ສັນຍານແລະເປົ່າເປັນສຽງດົນຕີ. ໃນຈົດເຊັນບັນຊີ 10:2 ບອກວ່າພະເຢໂຫວາສັ່ງໃຫ້ເຮັດແກເງິນ 2 ອັນສຳລັບເປົ່າເພື່ອເອີ້ນໃຫ້ມາປະຊຸມກັນ ເພື່ອໃຫ້ສັນຍານຍ້າຍຄ້າຍພັກ ຫຼືເພື່ອປະກາດສົງຄາມ. ແກແບບນີ້ຄືຊິມີຮູບຮ່າງຊື່ ບໍ່ໂຄ້ງງໍຄືກັບແກເຂົາສັດ. ແກເປັນເຄື່ອງດົນຕີຢ່າງໜຶ່ງທີ່ໃຊ້ໃນວິຫານນຳ ແຕ່ຄຳພີໄບເບິນບໍ່ໄດ້ບອກລັກສະນະຂອງແກເຫຼົ່ານີ້. ສ່ວນຫຼາຍແລ້ວ ສຽງແກຈະຄວບຄູ່ໄປກັບການປະກາດຄຳຕັດສິນລົງໂທດຈາກພະເຢໂຫວາຫຼືເຫດການສຳຄັນອື່ນໆທີ່ມາຈາກພະເຈົ້າ.—2ຂຄ 29:26; ອຊຣ 3:10; 1ກຣ 15:52; ພນມ 8:7–11:15
-
ກຳຍານ.
ຢາງໄມ້ທີ່ແຫ້ງແລ້ວເຊິ່ງໄດ້ຈາກຕົ້ນໄມ້ຫຼືພືດບາງຊະນິດໃນຕະກູນ Boswellia. ເມື່ອເຜົາແລ້ວມັນຈະມີກິ່ນຫອມ. ມັນເປັນສ່ວນປະສົມໃນເຄື່ອງຫອມທີ່ໃຊ້ໃນເຕັ້ນສັກສິດແລະວິຫານ ແລະມັກຈະວາງເທິງແຕ່ລະແຖວຂອງເຂົ້າຈີ່ທີ່ຕັ້ງໄວ້ ເຊິ່ງຢູ່ໃນຫ້ອງບໍລິສຸດແລະເຜົາພ້ອມກັບເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ.—ອພຍ 30:34-36; ລລວ 2:1; 24:7; ມທ 2:11
-
ກາຍຊາ.
ນາມສະກຸນໜຶ່ງຂອງຄົນໂຣມເຊິ່ງຕໍ່ມາກາຍເປັນຊື່ຕຳແໜ່ງຂອງຈັກກະພັດໂຣມ. ຄຳພີໄບເບິນເວົ້າເຖິງຊື່ກາຍຊາບາງອົງ ເຊັ່ນ: ໂອຄຸດໂຕ ຕີເບຣີໂອ ແລະກະໂລດີໂອ ແລະຍັງເວົ້າເຖິງເນໂຣນຳອີກເຖິງວ່າບໍ່ໄດ້ເວົ້າຊື່ຂອງລາວໂດຍກົງ. ໃນພະຄຳພີຄລິດສະຕຽນພາກພາສາກຣີກ ຄຳວ່າ “ກາຍຊາ” ຍັງໝາຍເຖິງເຈົ້າໜ້າທີ່ບ້ານເມືອງຫຼືອຳນາດລັດນຳ.—ມຣກ 12:17; ກຈກ 25:12
-
ກິດສະເລັບ.
ຫຼັງຈາກຄົນອິດສະຣາເອນກັບມາຈາກການເປັນຊະເລີຍຢູ່ບາບີໂລນ ເດືອນນີ້ແມ່ນຊື່ຂອງເດືອນທີ 9 ຕາມປະຕິທິນສາສະໜາຢິວແລະແມ່ນຊື່ຂອງເດືອນທີ 3 ຕາມປະຕິທິນກະສິກຳ. ເດືອນນີ້ເລີ່ມຕົ້ນຈາກກາງເດືອນພະຈິກຫາກາງເດືອນທັນວາ. (ນຮຢ 1:1; ຊຄຢ 7:1)—ເບິ່ງພາກຜະໜວກ ຂ15
-
ກິດທິດ.
ຄຳສັບທາງດົນຕີແຕ່ບໍ່ຮູ້ຄວາມໝາຍທີ່ແນ່ນອນ. ເບິ່ງຄືມີເຄົ້າສັບມາຈາກຄຳວ່າ ກັດ ໃນພາສາເຮັບເຣີ. ບາງຄົນເຊື່ອວ່າອາດເປັນທຳນອງຂອງເພງທີ່ຮ້ອງຕອນເຮັດເຫຼົ້າແວງ ຍ້ອນຄຳວ່າ ກັດ ໝາຍເຖິງອ່າງຢຽບໝາກລະແຊັງ.—ພສ 81:ຫົວບົດ
-
ກົດໝາຍ.
ໝາຍເຖິງກົດໝາຍຂອງໂມເຊທັງໝົດ ຫຼືປຶ້ມ 5 ຫົວທຳອິດຂອງຄຳພີໄບເບິນ ແລະຍັງໝາຍເຖິງຂໍ້ກົດໝາຍແຕ່ລະຂໍ້ໃນກົດໝາຍຂອງໂມເຊຫຼືຫຼັກການຂອງກົດໝາຍນຳອີກ.—ຈຊບ 15:16; ພບຍ 4:8; ມທ 7:12; ຄລຕ 3:24
-
ກົດໝາຍຂອງໂມເຊ.
ກົດໝາຍທີ່ພະເຢໂຫວາໃຫ້ກັບພວກອິດສະຣາເອນຜ່ານທາງໂມເຊໃນບ່ອນກັນດານຊີນາຍໃນປີ 1513 ກ່ອນ ຄ.ສ. ສ່ວນຫຼາຍມີການເອີ້ນປຶ້ມ 5 ຫົວທຳອິດຂອງຄຳພີໄບເບິນວ່າກົດໝາຍຂອງໂມເຊ.—ຢຊ 23:6; ລກ 24:44
-
ການເດອາ; ພວກການເດອາ.
ແຕ່ກີ້ຄຳນີ້ໝາຍເຖິງແຜ່ນດິນແລະຄົນທີ່ອາໄສຢູ່ເຂດສາມຫຼ່ຽມແມ່ນ້ຳຕິກຣິດແລະແມ່ນ້ຳເອິຟາຣາດ. ຕໍ່ມາ ຄຳນີ້ໝາຍເຖິງແຜ່ນດິນບາບີໂລນທັງໝົດແລະໝາຍເຖິງຄົນທີ່ຢູ່ຫັ້ນນຳ. ຄຳວ່າ “ພວກການເດອາ” ຍັງໝາຍເຖິງກຸ່ມຄົນທີ່ມີການສຶກສາສູງກ່ຽວກັບວິທະຍາສາດ ປະຫວັດສາດ ພາສາ ແລະດາລາສາດ. ແຕ່ກໍຍັງໃຊ້ຄາຖາອາຄົມແລະໂຫລາສາດນຳ.—ອຊຣ 5:12; ດນອ 4:7; ກຈກ 7:4
-
ການປະຊຸມ.
ກຸ່ມຄົນທີ່ມາລວມໂຕກັນຕາມທີ່ໄດ້ນັດກັນໄວ້. ໃນພະຄຳພີພາກພາສາເຮັບເຣີ ຄຳນີ້ໝາຍເຖິງການລວມໂຕກັນຂອງຄົນອິດສະຣາເອນໃນເທດສະການທາງສາສະໜາຫຼືເຫດການທີ່ສຳຄັນໆຂອງຊາດ.—ພບຍ 16:8; 1ກສ 8:5
-
ການປົກຄອງຂອງພະເຈົ້າ.
ໝາຍເຖິງອຳນາດການປົກຄອງສູງສຸດຂອງພະເຈົ້າ ເຊິ່ງເພິ່ນສະແດງຜ່ານທາງລັດຖະບານທີ່ມີພະຄລິດເຢຊູລູກຂອງເພິ່ນເປັນກະສັດ.—ມທ 12:28; ລກ 4:43; 1ກຣ 15:50
-
ການມາ.
ໃນພະຄຳພີຄລິດສະຕຽນພາກພາສາກຣີກ ຄຳນີ້ໝາຍເຖິງການມາຂອງພະເຢຊູຄລິດໃນຖານະກະສັດເມຊີອາ ເຊິ່ງເລີ່ມຕົ້ນຕອນທີ່ເພິ່ນໄດ້ຮັບການແຕ່ງຕັ້ງເປັນກະສັດຢູ່ສະຫວັນໃນສະໄໝສຸດທ້າຍຂອງໂລກນີ້. ການມາຂອງພະຄລິດບໍ່ໄດ້ໝາຍເຖິງການມາຮອດແລ້ວກໍຈາກໄປຢ່າງໄວວາ ແຕ່ກ່ຽວຂ້ອງກັບເວລາໄລຍະໜຶ່ງຕາມທີ່ກຳນົດໄວ້.—ມທ 24:3
-
ການເອົາເມຍຂອງອ້າຍຫຼືນ້ອງທີ່ຕາຍໄປມາເປັນເມຍ.
ທຳນຽມທີ່ມີດົນນານມາແລ້ວທີ່ຜູ້ຊາຍຈະຕ້ອງເອົາເມຍຂອງອ້າຍຫຼືນ້ອງທີ່ຕາຍໄປແລະຍັງບໍ່ມີລູກມາເປັນເມຍຂອງໂຕເອງ ເພື່ອຈະມີລູກໄວ້ສືບຕະກູນໃຫ້ກັບຜູ້ທີ່ຕາຍໄປ. ຕໍ່ມາກໍມີທຳນຽມນີ້ໃນກົດໝາຍຂອງໂມເຊ.—ປຖກ 38:8; ພບຍ 25:5
-
ກັບໃຈ.
ໃນຄຳພີໄບເບິນໝາຍເຖິງການປ່ຽນຄວາມຄິດພ້ອມທັງຮູ້ສຶກເສຍໃຈແທ້ໆກັບຮູບແບບຊີວິດເກົ່າ ເສຍໃຈທີ່ເຮັດຜິດ ຫຼືເສຍໃຈທີ່ບໍ່ໄດ້ເຮັດສິ່ງທີ່ຄວນເຮັດ. ການກັບໃຈແທ້ໆຕ້ອງສະແດງອອກດ້ວຍການກະທຳໂດຍປ່ຽນແປງຊີວິດໃໝ່.—ມທ 3:8; ກຈກ 3:19; 2ປຕ 3:9
-
ເກັບເຂົ້າເຮ່ຍ.
ການເກັບຮວງເຂົ້າໃນທົ່ງນາທີ່ຄົນກ່ຽວເຮັດເຮ່ຍໂດຍຕັ້ງໃຈຫຼືບໍ່ຕັ້ງໃຈ. ກົດໝາຍຂອງໂມເຊຫ້າມບໍ່ໃຫ້ກ່ຽວເຂົ້າແຄມຄັນນາຈົນໝົດ ແລະບໍ່ໃຫ້ເກັບໝາກກອກຫຼືໝາກລະແຊັງຈົນໝົດຕົ້ນ. ພະເຈົ້າໃຫ້ຄົນທຸກຍາກ ຄົນຕ່າງຊາດ ລູກກຳພ້າພໍ່ ແລະແມ່ໝ້າຍມີສິດເກັບເຂົ້າເຮ່ຍຫຼັງຈາກທີ່ມີການເກັບກ່ຽວແລ້ວ.—ນຣ 2:7
-
ກຣີກ.
ພາສາທີ່ຄົນໃນປະເທດກຣີກໃຊ້ແລະເປັນຄຳເອີ້ນຄົນທີ່ເກີດໃນກຣີກຫຼືຄົນທີ່ມີຄອບຄົວມາຈາກກຣີກ. ໃນພະຄຳພີຄລິດສະຕຽນພາກພາສາກຣີກໃຊ້ຄຳນີ້ໃນຄວາມໝາຍທີ່ກວ້າງກວ່ານັ້ນຄື ໝາຍເຖິງຄົນທີ່ບໍ່ແມ່ນຄົນຢິວ ຫຼືຄົນທີ່ໄດ້ຮັບອິດທິພົນຈາກພາສາແລະວັດທະນະທຳກຣີກ.—ຢອ 3:6; ຢຮ 12:20
ຂ
-
ຂ້າລາຊະການ; ເຈົ້າເມືອງ.
ເຈົ້າໜ້າທີ່ທີ່ມີຕຳແໜ່ງຕ່ຳກວ່າເຈົ້າແຂວງໃນເຂດການປົກຄອງຂອງບາບີໂລນ. ໃນຄຳພີໄບເບິນ ຕຳແໜ່ງນີ້ເປັນຕຳແໜ່ງທີ່ມີອຳນາດເໜືອກວ່າພວກທີ່ປຶກສາໃນວັງບາບີໂລນ. ມີການເວົ້າເຖິງຕຳແໜ່ງນີ້ໃນໄລຍະການປົກຄອງຂອງດາຣິອຸດກະສັດເມເດຍນຳ.—ດນອ 2:48; 6:7
-
ຂີ້ແກບ.
ເປືອກເຂົ້າທີ່ແຍກອອກຈາກເມັດເຂົ້າຕອນທີ່ຟາດແລະຝັດເຂົ້າ. ຂີ້ແກບຖືກໃຊ້ເປັນພາບປຽບທຽບເຖິງສິ່ງທີ່ບໍ່ມີຄ່າແລະສິ່ງທີ່ບໍ່ເປັນຕາເອົາ.—ພສ 1:4; ມທ 3:12
-
ຂີ້ທູດ.
ພະຍາດຜິວໜັງຮ້າຍແຮງຊະນິດໜຶ່ງ. ໃນຄຳພີໄບເບິນ ຄຳວ່າຂີ້ທູດມີຄວາມໝາຍກວ້າງກວ່າຂີ້ທູດທີ່ຮູ້ຈັກກັນໃນປັດຈຸບັນ ເພາະອາດເກີດກັບຄົນ ເຄື່ອງນຸ່ງ ຫຼືເຮືອນກໍໄດ້.—ລລວ 14:54, 55; ລກ 5:12
-
ຂື່.
ເຄື່ອງມືທີ່ໃຊ້ລົງໂທດ. ບາງຊະນິດຈະຄຶງແຕ່ຕີນ ບາງຊະນິດຈະຄຶງທັງຕີນທັງມືແລະຄໍ ເຊິ່ງເຮັດໃຫ້ນັກໂທດໂຕຄົດໂຕບ້ຽວ.—ຢຣມ 20:2; ກຈກ 16:24
-
ເຂົາສັດ.
ເອົາມາໃຊ້ເປັນແນວໃສ່ເຄື່ອງດື່ມ ນ້ຳມັນ ນ້ຳໝຶກ ແລະເຄື່ອງສຳອາງ. ນອກຈາກນັ້ນຍັງໃຊ້ເປັນເຄື່ອງດົນຕີຫຼືໃຊ້ເປົ່າເພື່ອສົ່ງສັນຍານ. (1ຊມ 16:1, 13; 1ກສ 1:39; ອຊກ 9:2) ຄຳວ່າ “ເຂົາສັດ” ມັກໃຊ້ເປັນສັນຍະລັກ ຂອງກຳລັງແລະໄຊຊະນະ.—ພບຍ 33:17; ມກ 4:13; ຊຄຢ 1:19
-
ເຂົ້າຈີ່ທີ່ຕັ້ງໄວ້.
ເຂົ້າຈີ່ 12 ອັນທີ່ຢອງຊ້ອນກັນເປັນ 2 ແຖວ ແຖວລະ 6 ອັນຢູ່ເທິງໂຕະໃນຫ້ອງບໍລິສຸດຂອງເຕັ້ນສັດສິດແລະວິຫານ. ບາງຄັ້ງເອີ້ນວ່າ “ເຂົ້າຈີ່ທີ່ຢອງຊ້ອນກັນ.” ມີການປ່ຽນເຂົ້າຈີ່ໃໝ່ທຸກວັນຊະບາໂຕ. ຕາມປົກກະຕິແລ້ວມີພຽງແຕ່ປະໂລຫິດເທົ່ານັ້ນທີ່ມີສິດກິນເຂົ້າຈີ່ເຊິ່ງຖືກປ່ຽນອອກໄປ. (ອພຍ 25:30; ລລວ 24:5-9; 2ຂຄ 2:4; ມທ 12:4; ຮຣ 9:2)—ເບິ່ງພາກຜະໜວກ ຂ5
-
ເຂົ້າສະເປວ.
ເຂົ້າວີດຊະນິດໜຶ່ງ (Triticum spelta) ບໍ່ແມ່ນເຂົ້າທີ່ຄຸນນະພາບດີແລະເປັນເຂົ້າທີ່ເອົາເປືອກອອກຍາກ.—ອພຍ 9:32
-
ຂັນທີ.
ຄວາມໝາຍຕາມໂຕແມ່ນຜູ້ຊາຍທີ່ຖືກຕອນ. ສ່ວນຫຼາຍຜູ້ຊາຍເຫຼົ່ານີ້ໄດ້ຮັບມອບໝາຍໃຫ້ເຮັດວຽກໃນວັງ ເປັນຄົນຮັບໃຊ້ຫຼືຄົນເບິ່ງແຍງລາຊີນີແລະເມຍນ້ອຍ. ຄຳນີ້ຍັງໝາຍເຖິງຜູ້ຊາຍທີ່ບໍ່ໄດ້ຖືກຕອນແຕ່ເຮັດວຽກເປັນຂ້າລາຊະການໃນວັງຂອງກະສັດນຳ. ສຳນວນທີ່ວ່າ ‘ເປັນຂັນທີເພື່ອການປົກຄອງທີ່ຢູ່ໃນສະຫວັນ’ ໝາຍເຖິງຄົນທີ່ຄວບຄຸມຕົວເອງເພື່ອຈະເຮັດວຽກຮັບໃຊ້ພະເຈົ້າໄດ້ຢ່າງເຕັມທີ.—ມທ 19:12; ອສທ 2:15; ກຈກ 8:27
-
ຂາບ.
ຫົວໜ່ວຍແນວຜອງຂອງແຫ້ງ. 1 ຂາບເທົ່າກັບ 1,22 ລິດເຊິ່ງຄິດໄລ່ຈາກຫົວໜ່ວຍບັດ. (2ກສ 6:25)—ເບິ່ງພາກຜະໜວກ ຂ14
-
ຂ່າວດີ.
ໃນພະຄຳພີຄລິດສະຕຽນພາກພາສາກຣີກໝາຍເຖິງຂ່າວດີເລື່ອງການປົກຄອງຂອງພະເຈົ້າແລະເລື່ອງການໄດ້ຮັບຄວາມລອດໂດຍມີຄວາມເຊື່ອໃນພະເຢຊູຄລິດ.—ລກ 4:18, 43; ກຈກ 5:42; ພນມ 14:6
ຄ
-
ຄາຖາອາຄົມ.
ຄຳນີ້ໃນພະຄຳພີໝາຍເຖິງການໃຊ້ພະລັງອຳນາດທີ່ມາຈາກພວກປີສາດ.—2ຂຄ 33:6
-
ຄ່າໄຖ່.
ລາຄາທີ່ຈ່າຍເພື່ອປົດປ່ອຍຈາກການຖືກກັກຂັງຫຼືກັກໂຕ ຈາກການລົງໂທດ ການທົນທຸກ ບາບ ຫຼືຂໍ້ຜູກມັດບາງຢ່າງ. ຄ່າໄຖ່ບໍ່ຈຳເປັນຕ້ອງເປັນເງິນສະເໝີໄປ. (ອຊຢ 43:3) ມີຫຼາຍສະຖານະການທີ່ກຳນົດໄວ້ວ່າຕ້ອງຈ່າຍຄ່າໄຖ່. ຕົວຢ່າງເຊັ່ນ: ພະເຢໂຫວາຖືວ່າລູກຊາຍຜູ້ທຳອິດທຸກຄົນແລະລູກສັດໂຕຜູ້ໂຕທຳອິດທຸກໂຕເປັນຂອງເພິ່ນ ພວກອິດສະຣາເອນຈຶ່ງຕ້ອງຈ່າຍຄ່າໄຖ່ສຳລັບລູກຊາຍຜູ້ທຳອິດເພື່ອໄຖ່ລາວຈາກໜ້າທີ່ໃນວຽກຮັບໃຊ້ພະເຢໂຫວາແລະຕ້ອງຈ່າຍຄ່າໄຖ່ສຳລັບສັດໂຕຜູ້ໂຕທຳອິດແທນທີ່ຈະເອົາໃຫ້ເພິ່ນ. (ຈຊບ 3:45, 46; 18:15, 16) ຖ້າງົວທີ່ມີນິດໄສມັກຊົນຄົນ ແຕ່ບໍ່ໄດ້ຖືກຂັງໄວ້ ແລ້ວມັນໄປຊົນຜູ້ໃດຜູ້ໜຶ່ງຕາຍ ເຈົ້າຂອງງົວຈະຕ້ອງຈ່າຍຄ່າໄຖ່ສຳລັບໂຕເອງ ລາວຈຶ່ງຈະພົ້ນໂທດປະຫານຊີວິດ. (ອພຍ 21:29, 30) ແຕ່ຈະຈ່າຍຄ່າໄຖ່ສຳລັບຄົນທີ່ຕັ້ງໃຈຂ້າຄົນບໍ່ໄດ້. (ຈຊບ 35:31) ສຳຄັນທີ່ສຸດ ຄຳພີໄບເບິນໄດ້ເນັ້ນຄ່າໄຖ່ຂອງພະຄລິດທີ່ສະລະຊີວິດຂອງເພິ່ນເພື່ອປົດປ່ອຍມະນຸດທີ່ເຊື່ອຟັງໃຫ້ພົ້ນຈາກບາບແລະຄວາມຕາຍ.—ພສ 49:7, 8; ມທ 20:28; ອຟຊ 1:7
-
ຄູສອນສາສະໜາ.
ໃນພະຄຳພີພາກພາສາເຮັບເຣີເອີ້ນວ່າຜູ້ຄັດລອກ. ໃນສະໄໝທີ່ພະເຢຊູມາໂລກນີ້ ຄູສອນສາສະໜາຄືກຸ່ມຄົນທີ່ຊ່ຽວຊານກົດໝາຍຂອງໂມເຊແລະເປັນພວກທີ່ຕໍ່ຕ້ານພະເຢຊູ.—ອຊຣ 7:6; ມຣກ 12:38, 39; 14:1
-
ເຄມົດ.
ພະເຈົ້າສູງສຸດຂອງຄົນໂມອາບ.—1ກສ 11:33
-
ເຄຣູບ.
ທູດສະຫວັນທີ່ມີຕຳແໜ່ງສູງແລະມີໜ້າທີ່ພິເສດ. ບໍ່ແມ່ນກຸ່ມດຽວກັບເຊຣາຟີມ.—ປຖກ 3:24; ອພຍ 25:20; ອຊຢ 37:16; ຮຣ 9:5
-
ໂຄເຣ.
ຫົວໜ່ວຍແນວຜອງຂອງແຫ້ງແລະແນວຜອງທີ່ເປັນນ້ຳ. 1 ໂຄເຣເທົ່າກັບ 220 ລິດເຊິ່ງຄິດໄລ່ຈາກຫົວໜ່ວຍບັດ. (1ກສ 5:11)—ເບິ່ງພາກຜະໜວກ ຂ14
-
ຄຳພະຍາກອນ.
ຂ່າວສານທີ່ໄດ້ຮັບການດົນໃຈຈາກພະເຈົ້າ. ອາດເປັນການເປີດເຜີຍຫຼືປະກາດໃຫ້ຮູ້ຄວາມຕ້ອງການຂອງເພິ່ນ. ຄຳພະຍາກອນອາດເປັນຄຳສອນ ຄຳສັ່ງ ຫຼືຄຳຕັດສິນຂອງພະເຈົ້າ ຫຼືເປັນການປະກາດໃຫ້ຮູ້ວ່າຈະເກີດຫຍັງຂຶ້ນໃນອະນາຄົດ.—ອຊກ 37:9, 10; ດນອ 9:24; ມທ 13:14; 2ປຕ 1:20, 21
-
ເຄື່ອງບູຊາ.
ສິ່ງທີ່ເອົາມາໃຫ້ພະເຈົ້າເພື່ອສະແດງຄວາມຂອບໃຈ ເພື່ອສະແດງວ່າຍອມຮັບຜິດ ແລະເພື່ອຈະມີສາຍສຳພັນທີ່ດີກັບພະເຈົ້າອີກເທື່ອໜຶ່ງ. ຕັ້ງແຕ່ອາເບັນເປັນຕົ້ນມາ ມະນຸດໄດ້ໃຫ້ຫຼາຍສິ່ງເປັນເຄື່ອງບູຊາທີ່ໃຫ້ດ້ວຍຄວາມສະໝັກໃຈ ເຊັ່ນ: ສັດຕ່າງໆ. ແຕ່ເມື່ອມີກົດໝາຍຂອງໂມເຊ ການເອົາເຄື່ອງບູຊາມາໃຫ້ກໍກາຍເປັນຂໍ້ຮຽກຮ້ອງ. ຫຼັງຈາກພະເຢຊູສະລະຊີວິດຂອງເພິ່ນເປັນເຄື່ອງບູຊາທີ່ສົມບູນແລ້ວ ເຄື່ອງບູຊາທີ່ເປັນສັດກໍບໍ່ຈຳເປັນອີກຕໍ່ໄປ. ທຸກມື້ນີ້ຄລິດສະຕຽນກໍຍັງເອົາເຄື່ອງບູຊາໃຫ້ພະເຈົ້າຢູ່ ແຕ່ເປັນໃນຮູບແບບອື່ນ ເຊັ່ນ: ຄຳເວົ້າແລະການກະທຳທີ່ເຮັດໃຫ້ພະເຈົ້າພໍໃຈ.—ປຖກ 4:4; ຮຣ 13:15, 16; 1ຢຮ 4:10
-
ເຄື່ອງບູຊາສະແດງຄວາມຂອບໃຈ.
ເຄື່ອງບູຊາສ້າງຄວາມສະຫງົບສຸກແບບໜຶ່ງທີ່ເອົາມາໃຫ້ເພື່ອຍົກຍ້ອງສັນລະເສີນພະເຈົ້າເພາະເພິ່ນໃຫ້ສິ່ງດີໆແລະມີຄວາມຮັກທີ່ໝັ້ນຄົງ. ຈະມີການກິນຊີ້ນສັດທີ່ເປັນເຄື່ອງບູຊາກັບເຂົ້າຈີ່ທີ່ມີເຊື້ອແລະບໍ່ມີເຊື້ອ ແລະຈະຕ້ອງກິນຊີ້ນສັດນັ້ນໃນມື້ດຽວກັບທີ່ເອົາເຄື່ອງບູຊາມາໃຫ້.—2ຂຄ 29:31
-
ເຄື່ອງບູຊາສ້າງຄວາມສະຫງົບສຸກ.
ເຄື່ອງບູຊາທີ່ເອົາໃຫ້ພະເຢໂຫວາເພື່ອຈະມີສາຍສຳພັນທີ່ດີກັບເພິ່ນ. ຄົນທີ່ເອົາເຄື່ອງບູຊາມາໃຫ້ແລະຄົນໃນເຮືອນຂອງລາວ ລວມທັງປະໂລຫິດທີ່ເຮັດໜ້າທີ່ເຜົາເຄື່ອງບູຊາຈະກິນສ່ວນໜຶ່ງຂອງເຄື່ອງບູຊານັ້ນ. ສ່ວນເລືອດທີ່ໝາຍເຖິງຊີວິດແລະກິ່ນຫອມຈາກການເຜົານ້ຳມັນສັດທີ່ເປັນເຄື່ອງບູຊາຈະເອົາໃຫ້ພະເຢໂຫວາ. ດັ່ງນັ້ນ ມັນຈະເປັນຄືກັບວ່າປະໂລຫິດແລະຄົນທີ່ເອົາເຄື່ອງບູຊາມາໃຫ້ໄດ້ນັ່ງກິນອາຫານຮ່ວມກັບພະເຢໂຫວາເຊິ່ງສະແດງເຖິງສາຍສຳພັນທີ່ດີຕໍ່ກັນ.—ລລວ 7:29, 32; ພບຍ 27:7
-
ເຄື່ອງບູຊາຊູໄປມາ.
ເຄື່ອງບູຊາແບບໜຶ່ງເຊິ່ງເບິ່ງຄືວ່າປະໂລຫິດໃຫຍ່ຈະເອົາມືຮອງກ້ອງມືຂອງຄົນທີ່ກຳລັງເອົາເຄື່ອງບູຊາໃຫ້ແລະຊູໄປຊູມານຳກັນ ຫຼືປະໂລຫິດອາດຈະເອົາເຄື່ອງບູຊານັ້ນຊູໄປຊູມາຄົນດຽວ. ການເຮັດແບບນີ້ສະແດງວ່າລາວກຳລັງມອບເຄື່ອງບູຊານີ້ໃຫ້ພະເຢໂຫວາ.—ລລວ 7:30
-
ເຄື່ອງບູຊາດື່ມ.
ເຄື່ອງບູຊາທີ່ເປັນເຫຼົ້າແວງເຊິ່ງເທລົງເທິງແທ່ນບູຊາແລະສ່ວນຫຼາຍຈະເອົາໃຫ້ພ້ອມກັບເຄື່ອງບູຊາອື່ນໆ. ໂປໂລໃຊ້ຄຳນີ້ເປັນພາບປຽບທຽບເຖິງຄວາມເຕັມໃຈຂອງລາວທີ່ຈະຮັບໃຊ້ໝູ່ຄລິດສະຕຽນ.—ຈຊບ 15:5, 7; ຟລປ 2:17
-
ເຄື່ອງບູຊາໄຖ່ຄວາມຜິດ.
ເຄື່ອງບູຊາສຳລັບຄວາມຜິດທີ່ແຕ່ລະຄົນໄດ້ເຮັດ. ແຕກຕ່າງຈາກເຄື່ອງບູຊາໄຖ່ບາບອື່ນໆໜ້ອຍໜຶ່ງໃນແງ່ທີ່ວ່າເຄື່ອງບູຊາໄຖ່ຄວາມຜິດນີ້ຊ່ວຍໃຫ້ຄົນທີ່ເອົາລລວ 7:37; 19:22; ອຊຢ 53:10
ເຄື່ອງບູຊາມາໃຫ້ໄດ້ສິດບາງຢ່າງກັບຄືນມາ ເຊິ່ງເປັນສິດຕາມກົດໝາຍຂອງໂມເຊທີ່ລາວສູນເສຍໄປເພາະເຮັດຜິດ ແລະເພື່ອລາວຈະໄດ້ຮັບການຍົກໂທດຈາກຄວາມຜິດທີ່ລາວໄດ້ເຮັດ.— -
ເຄື່ອງບູຊາໄຖ່ບາບ.
ເຄື່ອງບູຊາສຳລັບໄຖ່ຄວາມຜິດທີ່ເຮັດໄປໂດຍບໍ່ໄດ້ຕັ້ງໃຈຍ້ອນຄວາມອ່ອນແອແລະຄວາມບໍ່ສົມບູນແບບ. ສັດທີ່ເອົາມາໃຫ້ເປັນເຄື່ອງບູຊາມີຫຼາຍຊະນິດ ເຊັ່ນ: ງົວຫຼືນົກກາງແກ ຂຶ້ນຢູ່ກັບຖານະຕຳແໜ່ງແລະສະພາບການຂອງຄົນທີ່ຕ້ອງການໄຖ່ຄວາມຜິດ.—ລລວ 4:27, 29; ຮຣ 10:8
-
ເຄື່ອງບູຊາທີ່ໃຫ້ຕາມທີ່ໄດ້ສາບານໄວ້.
ເຄື່ອງບູຊາທີ່ໃຫ້ດ້ວຍຄວາມສະໝັກໃຈແລະໃຫ້ຕອນທີ່ສາບານ.—ລລວ 23:38; 1ຊມ 1:21
-
ເຄື່ອງບູຊາເຜົາ.
ເຄື່ອງບູຊາທີ່ເປັນສັດເຊິ່ງເຜົາໝົດໂຕເທິງແທ່ນບູຊາເພື່ອເອົາໃຫ້ພະເຈົ້າທັງໝົດ. ບໍ່ມີສ່ວນໃດຂອງສັດ (ງົວ ແກະໂຕຜູ້ ແບ້ໂຕຜູ້ ນົກເຂົາ ຫຼືນົກກາງແກ) ທີ່ຜູ້ເອົາມາໃຫ້ແບ່ງເກັບໄວ້.—ອພຍ 29:18; ລລວ 6:9
-
ເຄື່ອງທີ່ເອົາມາຈຳ.
ເຄື່ອງສ່ວນໂຕທີ່ລູກໜີ້ເອົາມາໃຫ້ເຈົ້າໜີ້ເພື່ອຮັບປະກັນວ່າຈະຈ່າຍເງິນທີ່ຢືມມາ. ກົດໝາຍຂອງໂມເຊມີຂໍ້ກຳນົດຫຼາຍຂໍ້ກ່ຽວກັບເຄື່ອງທີ່ເອົາມາຈຳ ເພື່ອປົກປ້ອງຜົນປະໂຫຍດຂອງປະຊາຊົນທີ່ທຸກຍາກແລະບໍ່ສາມາດປົກປ້ອງໂຕເອງໄດ້.—ອພຍ 22:26; ອຊກ 18:7
-
ເຄື່ອງຫອມ.
ສ່ວນປະສົມຂອງຢາງໄມ້ຫອມກັບນ້ຳມັນຫອມ ເຊິ່ງຈະໄໝ້ຊ້າໆແລະໃຫ້ກິ່ນຫອມ. ມີເຄື່ອງຫອມຊະນິດໜຶ່ງເຊິ່ງປຸງພິເສດດ້ວຍສ່ວນປະສົມ 4 ຢ່າງສຳລັບໃຊ້ຢູ່ເຕັ້ນສັກສິດແລະຢູ່ວິຫານ. ມີການເຜົາເຄື່ອງຫອມໃນຕອນເຊົ້າແລະຕອນກາງຄືນເທິງແທ່ນເຜົາເຄື່ອງຫອມໃນຫ້ອງບໍລິສຸດ ແຕ່ໃນວັນໄຖ່ຄວາມຜິດຈະມີການເຜົາເຄື່ອງຫອມໃນຫ້ອງບໍລິສຸດທີ່ສຸດ. ເຄື່ອງຫອມເປັນພາບສະແດງເຖິງຄຳອະທິດຖານຂອງຜູ້ຮັບໃຊ້ທີ່ສັດຊື່ເຊິ່ງເປັນຄຳອະທິດຖານທີ່ພະເຈົ້າຍອມຮັບ. ການໃຊ້ເຄື່ອງຫອມບໍ່ແມ່ນຂໍ້ຮຽກຮ້ອງສຳລັບຄລິດສະຕຽນ.—ອພຍ 30:34, 35; ລລວ 16:13; ພນມ 5:8
-
ເຄື່ອງໝາຍບໍລິສຸດທີ່ສະແດງເຖິງການອຸທິດໂຕ.
ແຜ່ນເຫຼື້ອມງາມທີ່ເຮັດຈາກຄຳແທ້ເຊິ່ງສະຫຼັກຄຳເວົ້າເປັນພາສາເຮັບເຣີທີ່ແປວ່າ “ພະເຢໂຫວາບໍລິສຸດ.” ແຜ່ນນີ້ຕິດກັບຜ້າຄຽນຫົວຂອງປະໂລຫິດໃຫຍ່. (ອພຍ 39:30)—ເບິ່ງພາກຜະໜວກ ຂ5
-
ແຄັດເຊຍ.
ເປືອກໄມ້ຂອງຕົ້ນແຄັດເຊຍ (Cinnamomum cassia) ເປັນຕະກູນດຽວກັນກັບອົບເຊີຍ. ໃຊ້ເປັນເຄື່ອງປຸງນ້ຳຫອມແລະເປັນສ່ວນປະສົມຂອງນ້ຳມັນບໍລິສຸດທີ່ໃຊ້ເພື່ອແຕ່ງຕັ້ງ.—ອພຍ 30:24; ພສ 45:8; ອຊກ 27:19
-
ຄືນດີ.—
ເບິ່ງຄຳວ່າ “ໄຖ່ຄວາມຜິດ”
-
ຄົນກາງ.
ຜູ້ເຮັດໜ້າທີ່ໄກ່ເກ່ຍໃຫ້ 2 ຝ່າຍຄືນດີກັນ. ໃນພະຄຳພີ ໂມເຊເປັນຄົນກາງຂອງສັນຍາກ່ຽວກັບກົດໝາຍແລະພະເຢຊູເປັນຄົນກາງຂອງສັນຍາໃໝ່.—ຄລຕ 3:19; 1ຕມ 2:5
-
ຄົນຊາມາເຣຍ.
ຕອນທຳອິດໝາຍເຖິງຄົນອິດສະຣາເອນທີ່ຢູ່ໃນອານາຈັກ 10 ຕະກູນທາງເໜືອ ແຕ່ຫຼັງຈາກຄົນອັດຊີເຣຍຍຶດຄອງຊາມາເຣຍໃນປີ 740 ກ່ອນ ຄ.ສ ຄຳວ່າ “ຄົນຊາມາເຣຍ” ກໍລວມເອົາຄົນຕ່າງຊາດທີ່ຄົນອັດຊີເຣຍພາມາຢູ່ຊາມາເຣຍນຳ. ໃນສະໄໝຂອງພະເຢຊູ ຄຳນີ້ບໍ່ໄດ້ກ່ຽວຂ້ອງກັບເຊື້ອຊາດຫຼືເຂດການປົກຄອງ ແຕ່ສ່ວນຫຼາຍຈະໝາຍເຖິງສະມາຊິກຂອງນິກາຍໜຶ່ງເຊິ່ງຢູ່ໃນເຂດເມືອງເຊເຄັມບູຮານແລະຊາມາເຣຍ. ຄົນທີ່ນັບຖືນິກາຍນີ້ມີຢຮ 8:48
ຄວາມເຊື່ອຕ່າງກັນຫຼາຍກັບຄົນໃນສາສະໜາຢິວ.— -
ຄົນຍາມ.
ຄົນທີ່ເຝົ້າລະວັງແລະຮັກສາຄວາມປອດໄພໃຫ້ກັບຄົນຫຼືສະຖານທີ່ໂດຍສະເພາະໃນຕອນກາງຄືນ ແລະຈະສົ່ງສັນຍານເຕືອນເມື່ອເຫັນວ່າກຳລັງມີໄພ. ສ່ວນຫຼາຍຄົນຍາມຈະຢູ່ເທິງກຳແພງເມືອງແລະປ້ອມເພື່ອສັງເກດເບິ່ງຄົນທີ່ກຳລັງເຂົ້າມາໃກ້ເມືອງ. ຄົນຍາມໃນກອງທັບເອີ້ນວ່າທະຫານຍາມ. ພວກຜູ້ພະຍາກອນເຮັດໜ້າທີ່ຄືກັບຄົນຍາມໃຫ້ກັບຊາດອິດສະຣາເອນເພື່ອເຕືອນວ່າເຂົາເຈົ້າຈະຖືກທຳລາຍ.—2ກສ 9:20; ອຊກ 3:17
-
ຄົນທີ່ມີອິດສະຫຼະ; ຄົນທີ່ໄດ້ຮັບອິດສະຫຼະ.
ໃນສະໄໝທີ່ຈັກກະວັດໂຣມປົກຄອງ “ຄົນທີ່ມີອິດສະຫຼະ” ໝາຍເຖິງຄົນທີ່ມີອິດສະຫຼະມາຕັ້ງແຕ່ເກີດແລະມີສິດທິພົນລະເມືອງຢ່າງຄົບຖ້ວນ. ສ່ວນ “ຄົນທີ່ໄດ້ຮັບອິດສະຫຼະ” ໝາຍເຖິງຄົນທີ່ໄດ້ຮັບການປົດປ່ອຍຈາກການເປັນທາດ. ຄົນທີ່ໄດ້ຮັບອິດສະຫຼະຢ່າງເປັນທາງການຈະໄດ້ຮັບສິດເປັນພົນລະເມືອງໂຣມ ແຕ່ບໍ່ສາມາດມີຕຳແໜ່ງທາງການເມືອງໄດ້. ສ່ວນຄົນທີ່ໄດ້ຮັບອິດສະຫຼະຢ່າງບໍ່ເປັນທາງການຈະໄດ້ພົ້ນຈາກການເປັນທາດ ແຕ່ບໍ່ໄດ້ຮັບສິດທິພົນລະເມືອງຢ່າງຄົບຖ້ວນ.—1ກຣ 7:22
-
ຄົນນາຊາເຣັດ.
ຊື່ເອີ້ນພະເຢຊູເຊິ່ງມາຈາກເມືອງນາຊາເຣັດ. ຄຳນີ້ອາດກ່ຽວຂ້ອງກັບພາສາເຮັບເຣີທີ່ແປວ່າ “ໜໍ່” ຫຼື “ກິ່ງ” ໃນເອຊາຢາ 11:1. ຕໍ່ມາມີການໃຊ້ຄຳນີ້ກັບລູກສິດຂອງພະເຢຊູນຳອີກ.—ມທ 2:23; ກຈກ 24:5
-
ຄ້ອນຂອງກະສັດ.
ໄມ້ຄ້ອນທີ່ຜູ້ມີອຳນາດປົກຄອງຖືເຊິ່ງເປັນສັນຍະລັກຂອງອຳນາດກະສັດ.—ປຖກ 49:10; ຮຣ 1:8
-
ຄືບ.
ຫົວໜ່ວຍວັດແທກຄວາມຍາວ ມີຄວາມຍາວປະມານເທົ່າກັບໄລຍະຈາກປາຍນິ້ວໂປ້ຮອດປາຍນິ້ວກ້ອຍເມື່ອກາງມືອອກເຕັມທີ. ເມື່ອຄິດໄລ່ຈາກຫົວໜ່ວຍສອກເຊິ່ງຍາວ 44,5 ຊັງຕີແມັດ 1 ຄືບຈະຍາວ 22,2 ຊັງຕີແມັດ. (ອພຍ 28:16; 1ຊມ 17:4)—ເບິ່ງພາກຜະໜວກ ຂ14
-
ຄລິດສະຕຽນ.
ພະເຈົ້າໃຫ້ຊື່ນີ້ກັບພວກລູກສິດຂອງພະເຢຊູຄລິດ.—ກຈກ 11:26; 26:28
-
ຄວາມກະລຸນາທີ່ຍິ່ງໃຫຍ່.
ມາຈາກຄຳພາສາກຣີກທີ່ຖ່າຍທອດແນວຄິດກ່ຽວກັບສິ່ງທີ່ໜ້າພໍໃຈແລະດຶງດູດໃຈ. ສ່ວນຫຼາຍມີການໃຊ້ຄຳນີ້ເພື່ອໝາຍເຖິງຂອງຂວັນທີ່ໃຫ້ດ້ວຍຄວາມກະລຸນາແລະເມດຕາ. ດັ່ງນັ້ນ ຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າຈຶ່ງໝາຍເຖິງຂອງຂວັນທີ່ພະເຈົ້າໃຫ້ຢ່າງໃຈກວ້າງໂດຍບໍ່ຫວັງສິ່ງຕອບແທນ ເຊິ່ງສະແດງວ່າພະອົງມີນ້ຳໃຈເອື້ອເຟື້ອແລະມີຄວາມຮັກແລະຄວາມກະລຸນາຕໍ່ມະນຸດຢ່າງລົ້ນເຫຼືອ. ບາງເທື່ອມີການແປຄຳນີ້ໃນພາສາກຣີກວ່າ “ຄວາມມັກ” ແລະ “ຂອງຂວັນ.” ຄວາມກະລຸນາທີ່ຍິ່ງໃຫຍ່ນີ້ເກີດຈາກຄວາມເອື້ອເຟື້ອຂອງຜູ້ໃຫ້ ບໍ່ແມ່ນການໃຫ້ເພື່ອຕອບແທນບຸນຄຸນຫຼືຕອບແທນຄວາມດີຂອງຜູ້ຮັບ.—2ກຣ 6:1; ອຟຊ 1:7
-
ຄວາມທຸກລຳບາກຄັ້ງໃຫຍ່.
ຄຳພາສາກຣີກທີ່ແປວ່າ “ຄວາມທຸກລຳບາກ” ຖ່າຍທອດແນວຄິດຂອງຄວາມທຸກຫຼືຄວາມເຈັບປວດທີ່ເກີດຈາກການຖືກກົດດັນໃນສະພາບການຕ່າງໆ. ພະເຢຊູເວົ້າເຖິງ “ຄວາມທຸກລຳບາກຄັ້ງໃຫຍ່” ທີ່ບໍ່ເຄີຍມີມາກ່ອນເຊິ່ງຈະເກີດຂຶ້ນກັບເມືອງເຢຣູຊາເລັມ ແລະທີ່ສຳຄັນຈະເກີດຂຶ້ນກັບມະນຸດທົ່ວໂລກໃນອະນາຄົດເມື່ອເພິ່ນ ‘ມາດ້ວຍແສງລັດສະໝີທີ່ເຈີດຈ້າ.’ (ມທ 24:21, 29-31) ໂປໂລ ບອກວ່າຄວາມທຸກລຳບາກນີ້ເປັນການກະທຳທີ່ຍຸຕິທຳຂອງພະເຈົ້າເພື່ອລົງໂທດ “ຄົນທີ່ບໍ່ຮູ້ຈັກພະເຈົ້າແລະຄົນທີ່ບໍ່ເຊື່ອຟັງຂ່າວດີ” ເລື່ອງພະເຢຊູຄລິດ. ໃນປຶ້ມພະນິມິດບົດ 19 ບອກວ່າພະເຢຊູຈະນຳພາກອງທັບສະຫວັນມາຕໍ່ສູ້ກັບ “ສັດຮ້າຍນັ້ນກັບພວກກະສັດໃນໂລກແລະກອງທັບຂອງເຂົາເຈົ້າ.” (2ທຊ 1:6-8; ພນມ 19:11-21) ແຕ່ຈະມີ “ຄົນຝູງໃຫຍ່” ລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່. (ພນມ 7:9, 14)—ເບິ່ງຄຳວ່າ “ອາມາເຄໂດນ”
-
ຄວາມລັບສັກສິດ.
ເລື່ອງທີ່ກ່ຽວຂ້ອງກັບຄວາມຕ້ອງການຂອງພະເຈົ້າເຊິ່ງຖືກປົກປິດໄວ້ບໍ່ໃຫ້ໃຜຮູ້ຈົນກວ່າຈະເຖິງເວລາທີ່ເພິ່ນກຳນົດໄວ້ ແລະເພິ່ນເປີດເຜີຍຄວາມລັບນີ້ກັບຄົນທີ່ເພິ່ນເລືອກເທົ່ານັ້ນ.—ມຣກ 4:11; ກລຊ 1:26
-
ຄວາມຮັກທີ່ໝັ້ນຄົງ.
ສ່ວນຫຼາຍແປມາຈາກຄຳພາສາເຮັບເຣີ ເຄເຊດ ເຊິ່ງໝາຍເຖິງຄວາມຮັກທີ່ເກີດຈາກຄວາມສັດຊື່ ຄວາມພັກດີ ແລະຄວາມຜູກພັນຢ່າງເລິກເຊິ່ງ. ຄຳນີ້ມັກໃຊ້ເມື່ອເວົ້າເຖິງຄວາມຮັກທີ່ພະເຈົ້າມີຕໍ່ມະນຸດ ແຕ່ກໍເປັນຄວາມຮັກທີ່ມະນຸດມີຕໍ່ກັນໄດ້ນຳ.—ອພຍ 34:6; ນຣ 3:10
ຈ
-
ເຈົ້າແຂວງ.
ຜູ້ປົກຄອງຄົນສຳຄັນຂອງແຂວງທີ່ສະພາສູງຂອງໂຣມເບິ່ງແຍງຢູ່. ລາວມີອຳນາດທາງຕຸລາການແລະການທະຫານ. ເຖິງວ່າສະພາສູງສາມາດກວດສອບການບໍລິຫານງານຂອງລາວໄດ້ ແຕ່ລາວກໍມີອຳນາດສູງສຸດໃນແຂວງທີ່ລາວປົກຄອງ.—ກຈກ 13:7; 18:12
-
ຈັບໄປເປັນຊະເລີຍ.
ການບັງຄັບໃຫ້ອອກຈາກແຜ່ນດິນຫຼືບ້ານເກີດ. ສ່ວນຫຼາຍຈະເປັນການໄລ່ໜີຕາມຄຳສັ່ງຂອງຄົນທີ່ມາຍຶດເອົາແຜ່ນດິນ. ຄຳນີ້ໃນພາສາເຮັບເຣີແປວ່າ “ການອອກໄປ.” ມີ 2 ເທື່ອທີ່ຄົນອິດສະຣາເອນຖືກຈັບໄປເປັນຊະເລີຍ. ເທື່ອທຳອິດແມ່ນຕອນທີ່ອານາຈັກ 10 ຕະກູນທາງເໜືອຖືກຄົນອັດຊີເຣຍຈັບໄປເປັນຊະເລີຍ ແລະເທື່ອທີສອງແມ່ນຕອນທີ່ອານາຈັກ 2 ຕະກູນທາງໃຕ້ຖືກຄົນບາບີໂລນຈັບໄປເປັນຊະເລີຍ. ຄົນທີ່ຍັງມີຊີວິດຢູ່ຫຼັງຈາກການໄປເປັນຊະເລີຍທັງສອງເທື່ອໄດ້ກັບມາແຜ່ນດິນຂອງໂຕເອງຕາມຄຳສັ່ງຂອງໄຊຣັດຜູ້ປົກຄອງຄົນເປີເຊຍ.—2ກສ 17:6; 24:16; ອຊຣ 6:21
ສ
-
ສະໄໝສຸດທ້າຍ.
ຄຳພະຍາກອນໃນຄຳພີໄບເບິນໃຊ້ຄຳນີ້ເມື່ອເວົ້າເຖິງໄລຍະເວລາທີ່ຈະເກີດເຫດການທີ່ສຳຄັນໆເຊິ່ງນຳໄປສູ່ຈຸດຈົບ. (ອຊກ 38:16; ດນອ 10:14; ກຈກ 2:17) ໄລຍະເວລານີ້ອາດຈະດົນພຽງແຕ່ບໍ່ເທົ່າໃດປີຫຼືດົນກວ່ານັ້ນ ຂຶ້ນຢູ່ກັບວ່າເປັນຄຳພະຍາກອນເລື່ອງຫຍັງ. ສ່ວນຫຼາຍແລ້ວຄຳພີໄບເບິນໃຊ້ຄຳນີ້ເມື່ອເວົ້າເຖິງ “ສະໄໝສຸດທ້າຍ” ຂອງໂລກປັດຈຸບັນໃນໄລຍະການກັບມາຂອງພະເຢຊູທີ່ມະນຸດເບິ່ງບໍ່ເຫັນ.—2ຕມ 3:1; ຢກບ 5:3; 2ປຕ 3:3
-
ສະໄໝສຸດທ້າຍຂອງໂລກນີ້.
ໄລຍະເວລາທີ່ພາໄປສູ່ຈຸດຈົບຂອງໂລກນີ້ຫຼືລະບົບທີ່ຊາຕານຄວບຄຸມ. ໄລຍະເວລານີ້ເກີດຂຶ້ນພ້ອມກັບການມາຂອງພະຄລິດ. ພາຍໃຕ້ການຊີ້ນຳຂອງພະເຢຊູ ພວກທູດສະຫວັນຈະ “ແຍກຄົນຊົ່ວອອກຈາກຄົນດີ” ແລະຈະທຳລາຍເຂົາເຈົ້າ. (ມທ 13:40-42, 49) ພວກລູກສິດຂອງພະເຢຊູສົນໃຈວ່າ “ສະໄໝສຸດທ້າຍ” ຈະເກີດຂຶ້ນເມື່ອໃດ. (ມທ 24:3) ກ່ອນທີ່ເພິ່ນຈະກັບໄປສະຫວັນ ເພິ່ນສັນຍາກັບພວກລູກສິດວ່າຈະຢູ່ກັບເຂົາເຈົ້າຈົນຮອດສະໄໝສຸດທ້າຍຂອງໂລກນີ້.—ມທ 28:20
-
ສະຫຼາກ.
ອາດເປັນກ້ອນຫີນຫຼືໄມ້ນ້ອຍໆທີ່ເອົາມາໃຊ້ໃນການຕັດສິນ. ມີການໃສ່ສະຫຼາກຢູ່ໃນພົກເສື້ອຫຼືພາຊະນະແບບໃດແບບໜຶ່ງແລ້ວກໍສັ່ນ. ສະຫຼາກທີ່ຕົກອອກມາຫຼືຖືກຈັບອອກມາຈະເປັນສະຫຼາກທີ່ຖືກເລືອກ. ສ່ວນຫຼາຍແລ້ວຈະຈັບສະຫຼາກພ້ອມກັບອະທິດຖານ. ຄຳວ່າ “ສະຫຼາກ” ຍັງຖືກໃຊ້ຕາມໂຕອັກສອນແລະໃຊ້ເປັນການສົມທຽບທີ່ໝາຍເຖິງ “ສ່ວນແບ່ງ.”—ຢຊ 14:2; ພສ 16:5, ໄຂເງື່ອນ; ສພສ 16:33; ມທ 27:35
-
ສະອາດ.
ໃນຄຳພີໄບເບິນ ຄຳນີ້ບໍ່ໄດ້ໝາຍເຖິງຄວາມສະອາດພາຍນອກເທົ່ານັ້ນ ແຕ່ຍັງໝາຍເຖິງສະພາບທີ່ບໍ່ມີຕຳໜິຫຼືການກັບຄືນສູ່ສະພາບທີ່ບໍ່ມີຕຳໜິ ບໍ່ມີຫຍັງເປິເປື້ອນ ມີສິນລະທຳທີ່ດີແລະມີສາຍສຳພັນທີ່ດີກັບພະເຈົ້າ. ນອກຈາກນັ້ນ ພາຍໃຕ້ກົດໝາຍຂອງໂມເຊ ຄຳນີ້ຍັງໝາຍເຖິງການຢູ່ໃນສະພາບທີ່ສະອາດຕາມພິທີກຳນຳ.—ລລວ 10:10; ພສ 51:7; ມທ 8:2; 1ກຣ 6:11
-
ສາບານ.
ແມ່ນການເວົ້າຢືນຢັນວ່າເລື່ອງໃດເລື່ອງໜຶ່ງເປັນຄວາມຈິງ ຫຼືສັນຍາຢ່າງໜັກແໜ້ນວ່າຈະເຮັດຫຼືບໍ່ເຮັດບາງຢ່າງ. ສ່ວນຫຼາຍຈະສາບານຕໍ່ຜູ້ທີ່ເໜືອກວ່າ ເຊັ່ນ: ພະເຈົ້າ. ແມ່ນແຕ່ພະເຢໂຫວາກໍສາບານເພື່ອຢືນຢັນສັນຍາທີ່ພະອົງເຮັດກັບອັບຣາຮາມ.—ປຖກ 14:22; ຮຣ 6:16, 17
-
ສຸພາສິດ.
ຄຳເວົ້າຫຼືເລື່ອງເລົ່າສັ້ນໆທີ່ໃຫ້ຂໍ້ຄິດຫຼືສອນຄວາມຈິງທີ່ເລິກເຊິ່ງດ້ວຍຄຳເວົ້າພຽງບໍ່ເທົ່າໃດຄຳ. ສຸພາສິດໃນຄຳພີໄບເບິນອາດເປັນຄຳເວົ້າທີ່ກະຕຸ້ນຄວາມຄິດຫຼືເປັນປິດສະໜາ. ສຸພາສິດອະທິບາຍຄວາມຈິງດ້ວຍພາສາທີ່ເຮັດໃຫ້ເຫັນພາບຈະແຈ້ງແລະມັກໃຊ້ຄຳປຽບທຽບ. ບາງສຳນວນກາຍເປັນຄຳເວົ້າທີ່ຄົນມັກໃຊ້ເພື່ອເຍາະເຍີ້ຍຫຼືດູຖູກຄົນອື່ນ.—ປຍຈ 12:9; 2ປຕ 2:22
-
ໂສເພນີ.
ຄົນທີ່ມີເພດສຳພັນກັບຄົນທີ່ບໍ່ແມ່ນຜົວຫຼືເມຍຂອງໂຕເອງເຊິ່ງເຮັດເພື່ອເງິນໂດຍສະເພາະ. (ຄຳນີ້ໃນພາສາກຣີກແມ່ນ ພໍເນ ມາຈາກເຄົ້າສັບທີ່ແປວ່າ “ຂາຍ”) ຄຳນີ້ມັກໃຊ້ກັບຜູ້ຍິງ ແຕ່ຄຳພີໄບເບິນກໍເວົ້າເຖິງຜູ້ຊາຍທີ່ຂາຍໂຕນຳຄືກັນ. ການເປັນໂສເພນີເປັນສິ່ງທີ່ຜິດກົດໝາຍຂອງໂມເຊ ແລະເງິນຄ່າໂຕຂອງໂສເພນີຈະເອົາມາບໍລິຈາກໃນວິຫານຂອງພະເຢໂຫວາບໍ່ໄດ້ ເຊິ່ງກົງກັນຂ້າມກັບພວກທີ່ບໍ່ນະມັດສະການພະເຢໂຫວາທີ່ໃຊ້ໂສເພນີປະຈຳວິຫານເປັນຊ່ອງທາງຫາເງິນ. (ພບຍ 23:17, 18; 1ກສ 14:24) ຄຳພີໄບເບິນຍັງໃຊ້ຄຳນີ້ເປັນພາບປຽບທຽບໝາຍເຖິງຄົນ ຊົນຊາດ ຫຼືອົງການທີ່ກ່ຽວຂ້ອງກັບການຂາບໄຫວ້ຮູບບູຊາບາງຮູບແບບທັງໆທີ່ອ້າງວ່ານະມັດສະການພະເຈົ້າ. ຕົວຢ່າງເຊັ່ນ: ໃນປຶ້ມພະນິມິດ ກຸ່ມສາສະໜາທີ່ຊື່ “ບາບີໂລນໃຫຍ່” ຖືກເອີ້ນວ່າໂສເພນີ ຍ້ອນລາວເຮັດຜິດສິນລະທຳທາງເພດກັບຜູ້ມີອຳນາດປົກຄອງໂລກນີ້ໂດຍຫວັງຈະໄດ້ອຳນາດແລະຄວາມຮັ່ງມີ.—1ຂຄ 5:25; ພນມ 17:1-5; 18:3
-
ໄສຍະສາດ.
ຄວາມເຊື່ອທີ່ວ່າວິນຍານຂອງຄົນທີ່ຕາຍແລ້ວອອກຈາກຮ່າງແລະສາມາດຕິດຕໍ່ກັບຄົນເປັນໂດຍຜ່ານທາງໝໍຜີ. ຄຳພາສາກຣີກທີ່ແປວ່າ “ການຫຼິ້ນໄສຍະສາດ” ມາຈາກຄຳວ່າ ຟາມາເກຍ ເຊິ່ງໝາຍເຖິງ “ການໃຊ້ຢາຫຼືຢາເສບຕິດ.” ຄຳນີ້ຖືກເຊື່ອມໂຍງກັບໄສຍະສາດ ເພາະໃນສະໄໝບູຮານມີການໃຊ້ຢາຫຼືຢາເສບຕິດເມື່ອປຸກອຳນາດຂອງພວກປີສາດເພື່ອຈະໃຊ້ວິຊາອາຄົມ.—ຄລຕ 5:20; ພນມ 21:8
-
ເສົາ.
(1) ອາດເປັນເສົາຫຼັກຮອງຮັບໂຄງສ້າງຫຼືເສົາຄ້ຳ. ບາງເທື່ອມີການຕັ້ງເສົາໄວ້ເພື່ອລະນຶກຜຕສ 16:29; 1ກສ 7:21)—ເບິ່ງຄຳວ່າ “ບົວຫົວເສົາ.” (2) ໄມ້ທີ່ຕັ້ງຊື່ທ່ອນໜຶ່ງເຊິ່ງເອົາໄວ້ຄຶງນັກໂທດ. ບາງຊາດເຄີຍໃຊ້ເສົາເພື່ອປະຫານຊີວິດແລະໃຊ້ແຂວນສົບເພື່ອປະຈານຫຼືເຕືອນຄົນອື່ນບໍ່ໃຫ້ເຮັດຄືລາວ. ຄົນອັດຊີເຣຍເຊິ່ງໄດ້ຊື່ວ່າເປັນຊາດທີ່ເຮັດສົງຄາມຢ່າງໂຫດຫ້ຽມຈະໃຊ້ເສົາປາຍແຫຼມແທງໜ້າທ້ອງຂອງຊະເລີຍໃຫ້ຊອດລຳໂຕຂຶ້ນໄປຮອດເອິກ ແລ້ວປ່ອຍໃຫ້ຮ່າງສຽບຄາຢູ່ເທິງເສົາແບບນັ້ນ. ແຕ່ຕາມກົດໝາຍຂອງຄົນຢິວ ຄົນທີ່ເຮັດຜິດຮ້າຍແຮງ ເຊັ່ນ: ໝິ່ນປະໝາດພະເຈົ້າຫຼືຂາບໄຫວ້ຮູບບູຊາຈະຖືກຂ້າໂດຍດຶກກ້ອນຫີນໃສ່ຫຼືເຮັດໃຫ້ຕາຍດ້ວຍວິທີອື່ນກ່ອນ ແລ້ວຈຶ່ງແຂວນສົບໄວ້ເທິງເສົາຫຼືຕົ້ນໄມ້ເພື່ອເຕືອນຄົນອື່ນບໍ່ໃຫ້ເຮັດຄືລາວ. (ພບຍ 21:22, 23; 2ຊມ 21:6, 9) ບາງເທື່ອຄົນໂຣມກໍມັດນັກໂທດໄວ້ກັບເສົາ ເຊິ່ງນັກໂທດອາດມີຊີວິດຢູ່ຫຼາຍມື້ ແຕ່ຕ້ອງຕາກແດດ ອົດເຂົ້າອົດນ້ຳ ແລະເຈັບປວດທໍລະມານຈົນຕາຍ. ບາງເທື່ອເຂົາເຈົ້າກໍໃຊ້ຕະປູຕອກມືຕອກຕີນນັກໂທດຕິດກັບເສົາ ເຊັ່ນ: ຕອນທີ່ຂ້າພະເຢຊູ. (ລກ 24:20; ຢຮ 19:14-16; 20:25; ກຈກ 2:23, 36)—ເບິ່ງຄຳວ່າ “ເສົາທໍລະມານ”
ເຖິງເຫດການໃນປະຫວັດສາດ. ມີການໃຊ້ເສົາຫຼັກເພື່ອຮອງຮັບໂຄງສ້າງຂອງວິຫານແລະວັງທີ່ໂຊໂລໂມນສ້າງຂຶ້ນ. ( -
ເສົາທໍລະມານ.
ແປຈາກຄຳພາສາກຣີກ ສະເຕົາໂຣສ໌ ເຊິ່ງໝາຍເຖິງໄມ້ຫຼືເສົາທີ່ຕັ້ງຊື່ທ່ອນໜຶ່ງ ເຊັ່ນ: ເສົາທີ່ໃຊ້ປະຫານພະເຢຊູ. ບໍ່ມີຫຼັກຖານເລີຍວ່າຄຳພາສາກຣີກຄຳນີ້ໝາຍເຖິງໄມ້ກາງເຂນຄືກັບທີ່ກຸ່ມຄົນທີ່ບໍ່ນະມັດສະການພະເຢໂຫວາໃຊ້ເປັນສັນຍະລັກທາງສາສະໜາເປັນເວລາຫຼາຍສະຕະວັດກ່ອນພະຄລິດເກີດ. ຄຳວ່າ “ເສົາທໍລະມານ” ຖ່າຍທອດຄວາມໝາຍທີ່ຄົບຖ້ວນຂອງຄຳນີ້ໃນພາສາເດີມ ເຮົາຮູ້ເລື່ອງນີ້ໄດ້ຍ້ອນມີການໃຊ້ຄຳສະເຕົາໂຣສ໌ ເພື່ອບອກໃຫ້ຮູ້ວ່າພວກລູກສິດຂອງພະເຢຊູຈະຕ້ອງເຈິການທໍລະມານ ຄວາມທຸກລຳບາກ ແລະຄວາມອັບອາຍ. (ມທ 16:24; ຮຣ 12:2)—ເບິ່ງຄຳວ່າ “ເສົາ”
-
ເສົາໄມ້ສັກສິດ.
ຄຳພາສາເຮັບເຣີ (ອະເຊຣາ) ໝາຍເຖິງ (1) ເສົາໄມ້ສັກສິດທີ່ໃຊ້ແທນອັດເຊຣາເຊິ່ງເປັນເທບພະເຈົ້າແຫ່ງການອອກແມ່ແພ່ລູກຂອງຄົນການາອານ ຫຼື (2) ຮູບບູຊາຂອງເທບທິດາອັດເຊຣາ. ເສົານີ້ເບິ່ງຄືເປັນເສົາທີ່ຕັ້ງຊື່ແລະບາງສ່ວນຂອງເສົາຢ່າງໜ້ອຍເຮັດຈາກໄມ້. ອາດຈະເປັນເສົາທີ່ບໍ່ໄດ້ແກະສະຫຼັກຫຼືເປັນຕົ້ນໄມ້ກໍໄດ້.—ພບຍ 16:21; ຜຕສ 6:26; 1ກສ 15:13
-
ເສົາຫີນສັກສິດ.
ປົກກະຕິແລ້ວແມ່ນເປັນເສົາທີ່ຕັ້ງຊື່ແລະເຮັດຈາກຫີນ ແລະອາດເປັນສັນຍະລັກຂອງອະໄວຍະວະເພດຊາຍທີ່ໃຊ້ແທນພະບາອານຫຼືພະເຈົ້າປອມອື່ນໆ.—ອພຍ 23:24
-
ສອກ.
ຫົວໜ່ວຍວັດແທກຄວາມຍາວທີ່ຍາວປະມານແຂນສອກຮອດປາຍນິ້ວກາງ. ໂດຍທົ່ວໄປຄົນອິດສະຣາເອນຄິດໄລ່ 1 ສອກ ຍາວປະມານ 44,5 ຊັງຕີແມັດ ແຕ່ບາງຄັ້ງກໍໃຊ້ສອກພິເສດທີ່ຍາວກວ່າອີກ 1 ຝາມື ຄືຍາວປະມານ 51,8 ຊັງຕີແມັດ. (ປຖກ 6:15; ລກ 12:25)—ເບິ່ງພາກຜະໜວກ ຂ14
-
ສິ່ງທີ່ຖືກຕ້ອງ.
ໃນພະຄຳພີມີຫຼາຍເທື່ອທີ່ໃຊ້ຄຳນີ້ເພື່ອໝາຍເຖິງສິ່ງທີ່ຖືກຕ້ອງຕາມມາດຕະຖານຂອງພະເຈົ້າ. ໃນບາງແວດບົດຄຳພາສາເຮັບເຣີແລະພາສາກຣີກອາດແປວ່າສິ່ງທີ່ດີ ສິ່ງທີ່ພະເຈົ້າຍອມຮັບ ຫຼືສິ່ງຍຸຕິທຳ.—ປຖກ 15:6; ພບຍ 6:25; ພສ 9:8; ສພສ 11:4; ອຊຢ 56:1; ຊຟຢ 2:3; ມທ 6:33; ຣມ 3:25
-
ເສຍສ່ວຍ.
ສິ່ງທີ່ເມືອງໜຶ່ງຫຼືກະສັດອົງໜຶ່ງຈ່າຍໃຫ້ກັບອີກເມືອງໜຶ່ງຫຼືກະສັດອີກອົງໜຶ່ງເພື່ອສະແດງວ່າຍອມຢູ່ໃຕ້ອຳນາດ ແລະເພື່ອຮັກສາສາຍສຳພັນທີ່ດີຕໍ່ກັນຫຼືເພື່ອຂໍການຄຸ້ມຄອງ. (2ກສ 3:4; 18:14-16; 2ຂຄ 17:11) ໃນພາສາເຮັບເຣີ ຄຳນີ້ອາດໝາຍເຖິງພາສີຫຼືອາກອນທີ່ເກັບຈາກປະຊາຊົນນຳ.—ນຮຢ 5:4; ຣມ 13:7
-
ສັນຍະລັກ; ສັນຍານ.
ໃນພະຄຳພີ ຄຳເຫຼົ່ານີ້ໝາຍເຖິງສິ່ງຂອງ ການກະທຳ ເຫດການ ຫຼືສິ່ງທີ່ແປກໆທີ່ຊີ້ເຖິງບາງຢ່າງໃນປັດຈຸບັນຫຼືອະນາຄົດ.—ປຖກ 9:12, 13; 2ກສ 20:9; ມທ 24:3; ພນມ 1:1
-
ສັນຍາ.
ຂໍ້ຕົກລົງທີ່ເປັນທາງການລະຫວ່າງພະເຈົ້າກັບມະນຸດ ຫຼືລະຫວ່າງມະນຸດນຳກັນວ່າຈະເຮັດຫຼືບໍ່ເຮັດບາງຢ່າງ. ບາງຄັ້ງອາດມີພຽງແຕ່ຝ່າຍດຽວທີ່ຕ້ອງເຮັດຕາມຂໍ້ຕົກລົງ ເຊິ່ງເປັນຄືກັບການຮັບປາກ. ແຕ່ບາງຄັ້ງທັງສອງຝ່າຍຕ້ອງເຮັດຕາມທີ່ເຂົາເຈົ້າຕົກລົງກັນ. ນອກຈາກສັນຍາທີ່ພະເຈົ້າເຮັດກັບມະນຸດແລ້ວ ຄຳພີໄບເບິນຍັງເວົ້າເຖິງສັນຍາລະຫວ່າງມະນຸດນຳກັນ ລະຫວ່າງຕະກູນ ລະຫວ່າງຊາດ ຫຼືກຸ່ມຄົນ. ສັນຍາທີ່ມີຜົນກວ້າງໄກກໍຄື ສັນຍາຕ່າງໆທີ່ພະເຈົ້າເຮັດກັບອັບຣາຮາມ ດາວິດ ຊາດອິດສະຣາເອນ (ສັນຍາກ່ຽວກັບກົດໝາຍ) ແລະອິດສະຣາເອນຂອງພະເຈົ້າ (ສັນຍາໃໝ່).—ປຖກ 9:11; 15:18; 21:27; ອພຍ 24:7; 2ຂຄ 21:7
-
ສິນຕັດ.
ການຕັດໜັງຫຸ້ມປາຍອະໄວຍະວະເພດຊາຍ. ອັບຣາຮາມກັບລູກຫຼານໄດ້ຮັບຄຳສັ່ງໃຫ້ຮັບສິນຕັດ ແຕ່ນີ້ບໍ່ແມ່ນຂໍ້ຮຽກຮ້ອງສຳລັບຄລິດສະຕຽນ. ໃນບາງແວດບົດກໍໃຊ້ເປັນຄຳປຽບທຽບ.—ປຖກ 17:10; 1ກຣ 7:19; ຟລປ 3:3
-
ສາບແຊ່ງ.
ການເວົ້າມຸ່ງຮ້າຍໃຫ້ເປັນອັນຕະລາຍຮ້າຍແຮງທັງຕໍ່ບາງຄົນຫຼືບາງສິ່ງ. ການສາບແຊ່ງບໍ່ແມ່ນການໝິ່ນປະໝາດຫຼືຄວາມໃຈຮ້າຍທີ່ຮຸນແຮງ. ສ່ວນຫຼາຍແລ້ວການສາບແຊ່ງເປັນການປະກາດຄຳຕັດສິນຫຼືການບອກລ່ວງໜ້າວ່າຈະມີເລື່ອງທີ່ບໍ່ດີເກີດຂຶ້ນ. ໃນກໍລະນີທີ່ພະເຈົ້າຫຼືຄົນທີ່ໄດ້ຮັບອຳນາດຈາກພະເຈົ້າເປັນຜູ້ສາບແຊ່ງ ການສາບແຊ່ງນັ້ນຈະເປັນຄືຄຳພະຍາກອນທີ່ຈະຕ້ອງເກີດຂຶ້ນຢ່າງແນ່ນອນ.—ປຖກ 12:3; ຈຊບ 22:12; ຄລຕ 3:10
ຊ
-
ຊະໂຕອິກ.
ກຸ່ມນັກປັດຊະຍາຄົນກຣີກທີ່ເຊື່ອວ່າຄວາມສຸກເກີດຈາກການໃຊ້ຊີວິດສອດຄ່ອງກັບເຫດຜົນແລະທຳມະຊາດ. ເຂົາເຈົ້າເຊື່ອວ່າຄົນທີ່ມີປັນຍາຢ່າງແທ້ຈິງຈະບໍ່ສົນໃຈຕໍ່ຄວາມຮູ້ສຶກເຈັບປວດຫຼືຄວາມມ່ວນຊື່ນເພີດເພີນ.—ກຈກ 17:18
-
ຊະບາໂຕ.
ມາຈາກຄຳພາສາເຮັບເຣີທີ່ແປວ່າ “ພັກຜ່ອນ” ຫຼື “ຢຸດພັກ.” ເປັນມື້ທີ 7 ຂອງອາທິດຂອງຄົນຢິວ (ຕັ້ງແຕ່ຕາເວັນຕົກດິນຂອງວັນສຸກຈົນຮອດຕາເວັນຕົກດິນຂອງວັນເສົາ). ວັນເທດສະການບາງວັນ ລວມທັງປີທີ 7 ແລະປີທີ 50 ກໍເອີ້ນວ່າຊະບາໂຕຄືກັນ. ໃນວັນຊະບາໂຕຈະຕ້ອງບໍ່ມີຜູ້ໃດເຮັດວຽກ ຍົກເວັ້ນປະໂລຫິດທີ່ເຮັດວຽກໃນບ່ອນສັກສິດ. ສ່ວນໃນປີຊະບາໂຕ ດິນຈະຕ້ອງບໍ່ມີການໄຖການຫວ່ານ ແລະບໍ່ໃຫ້ຄົນເຮັບເຣີທີ່ເປັນເຈົ້າໜີ້ທວງໜີ້ຈາກເພື່ອນຮ່ວມຊາດ. ກົດໝາຍຂອງໂມເຊກຳນົດຂໍ້ຫ້າມໃນວັນຊະບາໂຕໄວ້ຢ່າງສົມເຫດສົມຜົນ ແຕ່ພວກຜູ້ນຳສາສະໜາຄ່ອຍໆເພີ່ມກົດອື່ນເຂົ້າໄປ. ເມື່ອຮອດສະໄໝຂອງພະເຢຊູ ປະຊາຊົນຈຶ່ງຮູ້ສຶກວ່າຂໍ້ກຳນົດໃນວັນຊະບາໂຕເຮັດຕາມໄດ້ຍາກຫຼາຍ.—ອພຍ 20:8; ລລວ 25:4; ລກ 13:14-16; ກລຊ 2:16
-
ຊາດູກາຍ.
ນິກາຍໃຫຍ່ນິກາຍໜຶ່ງຂອງສາສະໜາຢິວ ປະກອບດ້ວຍພວກຊົນຊັ້ນສູງທີ່ຮັ່ງມີແລະພວກປະໂລຫິດທີ່ມີອຳນາດຄວບຄຸມກິດຈະກຳໃນວິຫານ. ພວກຊາດູກາຍບໍ່ເຮັດຕາມທຳນຽມຫຼາຍຢ່າງທີ່ເວົ້າຕໍ່ກັນມາຄືກັບທີ່ພວກຟາຣີຊາຍເຮັດ ແລະປະຕິເສດຄວາມເຊື່ອອື່ນໆຂອງພວກຟາຣີຊາຍ. ພວກຊາດູກາຍບໍ່ເຊື່ອເລື່ອງການຄືນມາຈາກຕາຍ ບໍ່ເຊື່ອວ່າມີທູດສະຫວັນ ແລະຕໍ່ຕ້ານພະເຢຊູ.—ມທ 16:1; ກຈກ 23:8
-
ຊາຕານ.
ຄຳພາສາເຮັບເຣີແປວ່າ “ຜູ້ຕໍ່ຕ້ານ.” ໄວຍາກອນຂອງພາສາເດີມບອກໃຫ້ຮູ້ວ່າບາງຄັ້ງຄຳນີ້ໝາຍເຖິງຊາຕານແລະມານຮ້າຍ. ມັນເປັນສັດຕູໂຕສຳຄັນຂອງພະເຈົ້າ.—ໂຢບ 1:6; ມທ 4:10; ພນມ 12:9
-
ຊາມາເຣຍ.
ເມືອງຫຼວງຂອງອານາຈັກອິດສະຣາເອນ 10 ຕະກູນທາງເໜືອ. ຊາມາເຣຍເປັນເມືອງຫຼວງປະມານ 200 ປີແລະເປັນຊື່ເອີ້ນເຂດແດນທັງໝົດຂອງອານາຈັກນີ້. ເມືອງນີ້ສ້າງຂຶ້ນຢູ່ເທິງພູຊາມາເຣຍ. ໃນສະໄໝພະເຢຊູ ຊາມາເຣຍເປັນຊື່ຂອງແຂວງໜຶ່ງທີ່ຢູ່ທາງເໜືອຕິດກັບແຂວງຄາລີເລແລະທາງໃຕ້ຕິດກັບແຂວງຢູດາຍ. ຕາມປົກກະຕິ ພະເຢຊູຈະບໍ່ປະກາດເລື່ອງຂອງພະເຈົ້າເມື່ອເດີນທາງໃນເຂດນີ້ ແຕ່ບາງເທື່ອເພິ່ນກໍຜ່ານເຂົ້າໄປໃນເຂດຊາມາເຣຍແລະເວົ້າກັບຄົນຊາມາເຣຍ. ເປໂຕໃຊ້ລູກກະແຈຂອງການປົກຄອງທີ່ຢູ່ໃນສະຫວັນລູກທີ 2 ຕອນທີ່ຄົນຊາມາເຣຍໄດ້ຮັບພະລັງບໍລິສຸດຂອງພະເຈົ້າ. (1ກສ 16:24; ຢຮ 4:7; ກຈກ 8:14)—ເບິ່ງພາກພະໜວກ ຂ10
-
ຊີ.
ຫົວໜ່ວຍຜອງຂອງແຫ້ງ. 1 ຊີເທົ່າກັບ 7,3 ລິດເຊິ່ງຄິດໄລ່ຈາກຫົວໜ່ວຍບັດ. (2ກສ 7:1)—ເບິ່ງພາກພະໜວກ ຂ14
-
ຊີຣະຕີ.
ອ່າວນ້ຳຕື້ນຂະໜາດໃຫຍ່ 2 ບ່ອນຢູ່ແຄມຝັ່ງຂອງປະເທດລີເບຍທີ່ຢູ່ທາງເໜືອຂອງທະວີບອາຝຼິກກາ. ນັກແລ່ນເຮືອໃນສະໄໝບູຮານຢ້ານສອງອ່າວນີ້ຫຼາຍເພາະເຕັມແຕ່ໂນນຊາຍທີ່ອັນຕະລາຍເຊິ່ງປ່ຽນແປງຕະຫຼອດເວລາຕາມກະແສນ້ຳຂຶ້ນນ້ຳລົງ. (ກຈກ 27:17)—ເບິ່ງພາກຜະໜວກ ຂ13
-
ຊີເຣຍ.—
ເບິ່ງຄຳວ່າ “ອາຣາມ; ຄົນອາຣາມ”
-
ຊີວານ.
ຫຼັງຈາກຄົນຢິວເປັນຊະເລີຍໃນບາບີໂລນ ຊີວານແມ່ນຊື່ຂອງເດືອນທີ 3 ຕາມປະຕິທິນສາສະໜາຢິວແລະແມ່ນຊື່ຂອງເດືອນທີ 9 ຕາມປະຕິທິນກະສິກຳ. ເດືອນນີ້ເລີ່ມຕົ້ນຈາກກາງເດືອນພຶດສະພາຫາກາງເດືອນມິຖຸນາ. (ອສທ 8:9)—ເບິ່ງພາກຜະໜວກ ຂ15
-
ຊີໂອນ; ພູຊີໂອນ.
ຊື່ເອີ້ນເມືອງທີ່ມີປ້ອມຂອງຄົນເຢບຸດເຊິ່ງຕັ້ງຢູ່ເທິງໂນນພູທາງຕາເວັນອອກສ່ຽງໃຕ້ຂອງເມືອງເຢຣູຊາເລັມ. ເມືອງນີ້ເຄີຍມີຊື່ວ່າເຢບຸດ. ຫຼັງຈາກດາວິດຍຶດເມືອງນີ້ໄດ້ ລາວສ້າງວັງຂອງໂຕເອງຢູ່ຫັ້ນແລະຕໍ່ມາກໍເອີ້ນເມືອງນີ້ວ່າ “ເມືອງຂອງດາວິດ.” (2ຊມ 5:7, 9) ຊີໂອນຍັງເປັນຊື່ຂອງພູນຳອີກ ແລະເປັນພູທີ່ບໍລິສຸດເປັນພິເສດສຳລັບພະເຢໂຫວາຕັ້ງແຕ່ດາວິດສັ່ງໃຫ້ຍ້າຍຫີບສັນຍາໄປບ່ອນນັ້ນ. ຕໍ່ມາ ຊື່ຊີໂອນຍັງລວມເຖິງບໍລິເວນທີ່ຕັ້ງຂອງວິຫານເທິງພູໂມຣີຢານຳອີກ ແລະບາງຄັ້ງກໍໝາຍເຖິງເມືອງເຢຣູຊາເລັມທັງໝົດ. ສ່ວນຫຼາຍຄຳວ່າຊີໂອນໃນພະຄຳພີຄລິດສະຕຽນພາກພາສາກຣີກບໍ່ໄດ້ມີຄວາມໝາຍຕາມໂຕອັກສອນ.—ພສ 2:6; 1ປຕ 2:6; ພນມ 14:1
-
ເຊເກນ.
ຫົວໜ່ວຍນ້ຳໜັກແລະຫົວໜ່ວຍເງິນຕາຂອງຄົນເຮັບເຣີ ເຊິ່ງເທົ່າກັບ 11,4 ກຣາມ. ຄຳວ່າ “ເຊເກນທີ່ໃຊ້ໃນບ່ອນບໍລິສຸດ” ອາດອພຍ 30:13
ເປັນຄຳທີ່ໃຊ້ເນັ້ນວ່ານ້ຳໜັກທີ່ຊັ່ງຕ້ອງຖືກຕ້ອງຫຼືຕ້ອງເທົ່າກັບຕຸ້ມນ້ຳໜັກມາດຕະຖານທີ່ເກັບໄວ້ໃນເຕັ້ນສັກສິດ. ອາດມີເຊເກນທີ່ໃຊ້ໃນວັງ (ຕ່າງຈາກເຊເກນທົ່ວໄປ) ຫຼືຕຸ້ມນ້ຳໜັກມາດຕະຖານທີ່ເກັບໄວ້ໃນວັງ.— -
ເຊບັດ.
ຫຼັງຈາກຄົນຢິວເປັນຊະເລີຍໃນບາບີໂລນ ເຊບັດແມ່ນຊື່ຂອງເດືອນທີ 11 ຕາມປະຕິທິນສາສະໜາຢິວແລະແມ່ນຊື່ຂອງເດືອນທີ 5 ຕາມປະຕິທິນກະສິກຳ. ເດືອນນີ້ເລີ່ມຕົ້ນຈາກກາງເດືອນມັງກອນຫາກາງເດືອນກຸມພາ. (ຊຄຢ 1:7)—ເບິ່ງພາກຜະໜວກ ຂ15
-
ເຊມີນິດ.
ຄຳສັບທາງດົນຕີທີ່ມີຄວາມໝາຍຕາມໂຕວ່າ “ຄູ່ແປດ” ເຊິ່ງອາດໝາຍເຖິງຊ່ວງສຽງຕ່ຳຂອງດົນຕີ. ຄຳນີ້ອາດໝາຍເຖິງເຄື່ອງດົນຕີທີ່ໃຫ້ສຽງເບດໃນຂັ້ນໄດສຽງ ຫຼືອາດໝາຍເຖິງສຽງດົນຕີປະກອບແລະສຽງຮ້ອງໃນຊ່ວງສຽງຕ່ຳ.—1ຂຄ 15:21; ພສ 6:ຫົວບົດ; 12:ຫົວບົດ
-
ເຊລາ.
ຄຳທີ່ໃຊ້ໃນບົດເພງຫຼືບົດທ່ອງເຊິ່ງຢູ່ໃນປຶ້ມເພງສັນລະເສີນແລະຮາບາກຸກ. ຄຳນີ້ອາດເປັນການບອກໃຫ້ຢຸດຮ້ອງເພງ ຢຸດຫຼິ້ນດົນຕີບຶດໜຶ່ງ ຢຸດຄິດງຽບໆຫຼືເປັນຄຳທີ່ໃສ່ໄວ້ເພື່ອເນັ້ນອາລົມຂອງເພງ. ສະບັບເຊັບຕົວຈິນ ພາສາກຣີກແປຄຳນີ້ວ່າດິອັບຊັນມາ ເຊິ່ງໝາຍຄວາມວ່າ “ດົນຕີຂັ້ນລາຍການ.”—ພສ 3:4; ຮບກ 3:3
-
ເຊຣາຟີມ.
ທູດສະຫວັນທີ່ຢູ່ອ້ອມບັນລັງຂອງພະເຢໂຫວາໃນສະຫວັນ. ຄຳພາສາເຮັບເຣີເຊຣາຟີມ ແປຕາມໂຕວ່າ “ຜູ້ທີ່ໄຟລຸກໄໝ້ຢູ່.”—ອຊຢ 6:2, 6
-
ເຊື້ອ.
ສິ່ງທີ່ໃສ່ໃນແປ້ງຫຼືຂອງແຫຼວເພື່ອໃຫ້ເກີດການໝັກ. ສ່ວນຫຼາຍເປັນແປ້ງທີ່ໝັກແລ້ວເຊິ່ງເກັບໄວ້ຈາກເທື່ອກ່ອນ. ໃນຄຳພີໄບເບິນມັກໃຊ້ຄຳນີ້ເປັນພາບສະແດງເຖິງບາບແລະຄວາມເສື່ອມເສຍ ແລະຍັງໝາຍເຖິງການເຕີບໃຫຍ່ຢ່າງຕໍ່ເນື່ອງໂດຍບໍ່ມີໃຜສັງເກດ.—ອພຍ 12:20; ມທ 13:33; ຄລຕ 5:9
-
ເຊືອກແກວ່ງກ້ອນຫີນ.
ເຊືອກທີ່ເຮັດຈາກໜັງຫຼືຖັກຈາກເອັນສັດ ໃຍພືດ ຫຼືຂົນສັດ. ທາງກາງຂອງເຊືອກຈະກວ້າງຂຶ້ນເພື່ອເອົາໄວ້ໃສ່ກ້ອນຫີນ. ປາຍເຊືອກຂ້າງໜຶ່ງຈະພັນໄວ້ກັບມືຫຼືຂໍ້ມື ປາຍອີກຂ້າງໜຶ່ງຖືໄວ້ໃນມືແລະຈະປ່ອຍອອກໄປເມື່ອແກວ່ງກ້ອນຫີນ. ຊາດຕ່າງໆໃນສະໄໝບູຮານມີທະຫານທີ່ໃຊ້ເຊືອກແກວ່ງກ້ອນຫີນຢູ່ໃນກອງທັບ.—ຜຕສ 20:16; 1ຊມ 17:50
-
ຊ່າງປັ້ນໝໍ້.
ຄົນທີ່ເຮັດໝໍ້ ຈານ ແລະພາຊະນະອື່ນໆຈາກດິນດາກ. ຄຳນີ້ໃນພາສາເຮັບເຣີແປຕາມໂຕວ່າ “ຜູ້ເຮັດໃຫ້ເປັນຮູບເປັນຮ່າງ.” ການທີ່ຊ່າງປັ້ນໝໍ້ຈະເຮັດຫຍັງກັບດິນດາກກໍໄດ້ນັ້ນ ມັກເປັນພາບປຽບທຽບເຖິງອຳນາດຍິ່ງໃຫຍ່ສູງສຸດຂອງພະເຢໂຫວາທີ່ຢູ່ເໜືອມະນຸດຫຼືຊາດຕ່າງໆ.—ອຊຢ 64:8; ຣມ 9:21
-
ຊ່ວຍເຫຼືອຄົນທຸກ.
ການໃຫ້ຄວາມຊ່ວຍເຫຼືອຄົນທີ່ຂັດສົນ. ໃນພະຄຳພີພາກພາສາເຮັບເຣີບໍ່ໄດ້ເວົ້າເຖິງເລື່ອງນີ້ກົງໆແຕ່ກົດໝາຍຂອງໂມເຊກຳນົດໄວ້ວ່າຄົນອິດສະຣາເອນມີໜ້າທີ່ຕ້ອງຊ່ວຍເຫຼືອຄົນທຸກ.—ມທ 6:2
-
ຊຸດຮົບ.
ຊຸດທີ່ທະຫານໃສ່ເພື່ອປົກປ້ອງໂຕເອງ ມີທັງໝວກເກາະ ເສື້ອເກາະ ສາຍແອວ ກັນແຂ່ງ ແລະໂລ້.—1ຊມ 31:9; ອຟຊ 6:13-17
-
ຊູດ.
ເທບພະເຈົ້າອົງສູງສຸດໃນບັນດາເທບພະເຈົ້າຫຼາຍອົງຂອງຄົນກຣີກ. ຄົນໃນເມືອງລີຊະທາເຄີຍເຂົ້າໃຈຜິດວ່າບາຣະນາບາເປັນເທບພະເຈົ້າຊູດ. ຄຳທີ່ຂຽນໄວ້ແຕ່ບູຮານທີ່ຄົ້ນພົບໃກ້ເມືອງລີຊະທາກໍເວົ້າເຖິງ “ປະໂລຫິດຂອງເທບພະເຈົ້າຊູດ” ແລະ “ຊູດເທບພະເຈົ້າແຫ່ງດວງຕາເວັນ.” ເຮືອທີ່ໂປໂລໃຊ້ເດີນທາງຈາກເກາະເມລີເຕມີສັນຍະລັກຢູ່ຫົວເຮືອເປັນ ກຈກ 14:12; 28:11
“ລູກຊາຍຝາແຝດຂອງເທບພະເຈົ້າຊູດ” ເຊິ່ງແມ່ນແຄັດສະເຕີແລະໂພລັກສ໌.— -
ຊັນເຮດຣິນ.
ສານສູງຂອງຄົນຢິວໃນເມືອງເຢຣູຊາເລັມ. ໃນສະໄໝພະເຢຊູ ສານນີ້ມີສະມາຊິກ 71 ຄົນເຊິ່ງປະກອບດ້ວຍປະໂລຫິດໃຫຍ່ກັບຄົນທີ່ເຄີຍເປັນປະໂລຫິດໃຫຍ່ ລວມທັງສະມາຊິກໃນຄອບຄົວຂອງປະໂລຫິດໃຫຍ່ ຜູ້ນຳຄົນຢິວ ຫົວໜ້າຕະກູນກັບຫົວໜ້າຄອບຄົວ ແລະຄູສອນສາສະໜາ.—ມຣກ 15:1; ກຈກ 5:34; 23:1, 6
-
ຊິບ.
ແມ່ນຊື່ເກົ່າຂອງເດືອນທີ 2 ຕາມປະຕິທິນສາສະໜາຢິວແລະແມ່ນຊື່ຂອງເດືອນທີ 8 ຕາມປະຕິທິນກະສິກຳ. ເດືອນນີ້ເລີ່ມຕົ້ນຈາກກາງເດືອນເມສາຫາກາງເດືອນພຶດສະພາ. ເດືອນນີ້ເອີ້ນວ່າເດືອນອີຢາໃນຄຳພີທາມຸດຂອງຄົນຢິວແລະໃນງານຂຽນຕ່າງໆຫຼັງຈາກທີ່ຄົນຢິວໄປເປັນຊະເລີຍໃນບາບີໂລນ. (1ກສ 6:37)—ເບິ່ງພາກຜະໜວກ ຂ15
ຍ
-
ຍຸກ.
ຄຳນີ້ແປມາຈາກຄຳພາສາກຣີກ ເອໂອນ ໝາຍເຖິງສະພາບການຫຼືລັກສະນະເດັ່ນຂອງໂລກຫຼືບາງສ່ວນຂອງໂລກໃນໄລຍະເວລາໜຶ່ງຫຼືສະໄໝໜຶ່ງ ເຊັ່ນ: ພະຄຳພີເວົ້າເຖິງ “ໂລກນີ້ [ຫຼື “ຍຸກນີ້” ໃນໄຂເງື່ອນ]” ເຊິ່ງໝາຍເຖິງສະພາບການໂດຍລວມໃນໂລກນີ້ແລະຮູບແບບຊີວິດຂອງຄົນໃນໂລກ. (2ຕມ 4:10) ເມື່ອພະເຈົ້າເຮັດສັນຍາກ່ຽວກັບກົດໝາຍຂອງໂມເຊ ນັ້ນເປັນການເລີ່ມຕົ້ນຍຸກໜຶ່ງທີ່ອາດເອີ້ນໄດ້ວ່າເປັນຍຸກອິດສະຣາເອນຫຼືຍຸກຢິວ. ຕໍ່ມາ ຫຼັງຈາກພະເຢຊູຄລິດສະລະຊີວິດເປັນເຄື່ອງບູຊາໄຖ່ແລ້ວ ພະເຈົ້າໃຊ້ພະເຢຊູໃຫ້ເລີ່ມຕົ້ນຍຸກໃໝ່ເຊິ່ງມີຈຸດສູນລວມຢູ່ທີ່ປະຊາຄົມຂອງຄລິດສະຕຽນຜູ້ຖືກເລືອກ. ສັນຍາກ່ຽວກັບກົດໝາຍຂອງໂມເຊເປັນພາບຕົວຢ່າງຂອງຫຼາຍສິ່ງທີ່ມີໃນຍຸກໃໝ່ນີ້.—ມທ 24:3; ມຣກ 4:19; ຣມ 12:2; 1ກຣ 10:11
ດ
-
ດາໂກນ.
ພະເຈົ້າຂອງພວກຟີລິດສະຕີນ. ຄຳນີ້ບໍ່ຮູ້ທີ່ມາທີ່ແນ່ນອນ ແຕ່ນັກວິຊາການບາງຄົນບອກວ່າຄຳນີ້ມາຈາກຄຳວ່າ ດ໊າກ (ປາ) ໃນພາສາເຮັບເຣີ.—ຜຕສ 16:23; 1ຊມ 5:4
-
ດາຣິກ.
ຫຼຽນຄຳຂອງເປີເຊຍ ມີນ້ຳໜັກ 8,4 ກຣາມ. (1ຂຄ 29:7)—ເບິ່ງພາກຜະໜວກ ຂ14
-
ເດກາໂປລີ.
ຊື່ທີ່ໃຊ້ເອີ້ນກຸ່ມເມືອງກຸ່ມໜຶ່ງຂອງຄົນກຣີກ. ຕອນທຳອິດມີ 10 ເມືອງ. (ມາຈາກຄຳພາສາກຣີກ ເດກາ ແປວ່າ “ສິບ” ກັບ ໂປລິສ໌ ແປວ່າ “ເມືອງ”) ຊື່ນີ້ຍັງເປັນຊື່ຂອງເຂດທີ່ຢູ່ທາງຕາເວັນອອກຂອງທະເລຄາລີເລແລະແມ່ນ້ຳຈໍແດນເຊິ່ງເປັນບໍລິເວນທີ່ເມືອງເຫຼົ່ານີ້ສ່ວນໃຫຍ່ຕັ້ງຢູ່. ເມືອງເຫຼົ່ານີ້ເປັນສູນກາງທາງວັດທະນະທຳແລະການຄ້າຂອງກຣີກ. ພະເຢຊູເຄີຍເດີນທາງຜ່ານເຂດນີ້ ແຕ່ບໍ່ມີບັນທຶກວ່າເພິ່ນແວ່ເມືອງໃດເມືອງໜຶ່ງຂອງເຂດນີ້. (ມທ 4:25; ມຣກ 5:20)—ເບິ່ງພາກຜະໜວກ ກ7 ແລະ ຂ10
-
ເດນາຣິອົນ.
ຫຼຽນເງິນຂອງໂຣມ ໜັກປະມານ 3,85 ກຣາມ ແລະມີຮູບຂອງກາຍຊາຢູ່ເບື້ອງໜຶ່ງ. ເດນາຣິອົນເປັນຄ່າແຮງງານສຳລັບມື້ໜຶ່ງແລະເປັນຫຼຽນທີ່ໃຊ້ເສຍພາສີ (ພາສີຕໍ່ຫົວຄົນ) ທີ່ຄົນໂຣມເກັບຈາກຄົນຢິວ. (ມທ 22:17; ລກ 20:24)—ເບິ່ງພາກຜະໜວກ ຂ14
-
ດັກມາ.
ຄຳນີ້ໃນພະຄຳພີຄລິດສະຕຽນພາກພາສາກຣີກໝາຍເຖິງຫຼຽນເງິນຂອງກຣີກ ເຊິ່ງໃນສະໄໝນັ້ນໜັກ 3,4 ກຣາມ. ສ່ວນໃນພະຄຳພີພາກພາສາເຮັບເຣີ ມີການເວົ້າເຖິງຫຼຽນດັກມານຮຢ 7:70; ມທ 17:24)—ເບິ່ງພາກຜະໜວກ ຂ14
ທີ່ເປັນຄຳໃນສະໄໝຂອງເປີເຊຍເຊິ່ງມີຄ່າເທົ່າກັບຫຼຽນດາຣິກ. ( -
ເດີ່ນ.
ບ່ອນໂລ່ງອ້ອມເຕັ້ນສັກສິດເຊິ່ງມີຜ້າຂັ້ນອ້ອມໄວ້. ໃນສະໄໝຕໍ່ມາໝາຍເຖິງເດີ່ນອ້ອມວິຫານເຊິ່ງມີກຳແພງອ້ອມຮອບ. ແທ່ນບູຊາສຳລັບເຄື່ອງບູຊາເຜົາຕັ້ງຢູ່ໃນເດີ່ນຂອງເຕັ້ນສັກສິດແລະໃນເດີ່ນທາງໃນຂອງວິຫານ. (ເບິ່ງພາກຜະໜວກ ຂ5 ຂ8 ຂ11) ຄຳພີໄບເບິນຍັງເວົ້າເຖິງເດີ່ນບ້ານຫຼືເດີ່ນໃນວັງຂອງກະສັດນຳອີກ.—ອພຍ 8:13; 27:9; 1ກສ 7:12; ອສທ 4:11; ມທ 26:3
-
ດາວຮຸ່ງ.
ດາວທີ່ເຫັນໃນຕອນເຊົ້າໆແລະເປັນດາວດວງສຸດທ້າຍເຊິ່ງຂຶ້ນທາງຂອບຟ້າເບື້ອງຕາເວັນອອກກ່ອນທີ່ຕາເວັນຈະຂຶ້ນ ເຊິ່ງບອກໃຫ້ຮູ້ວ່າໃກ້ຈະເຊົ້າແລ້ວ.—2ປຕ 1:19; ພນມ 22:16
ຕ
-
ຕະລັນ.
ຫົວໜ່ວຍນ້ຳໜັກທີ່ໜັກທີ່ສຸດແລະຫົວໜ່ວຍເງິນຕາທີ່ມີມູນຄ່າສູງສຸດຂອງຄົນເຮັບເຣີ ເຊິ່ງໜັກ 34,2 ກິໂລກຣາມ. ຕະລັນຂອງກຣີກມີນ້ຳໜັກໜ້ອຍກວ່າ ເຊິ່ງໜັກປະມານ 20,4 ກິໂລກຣາມ. (1ຂຄ 22:14; ມທ 18:24)—ເບິ່ງພາກຜະໜວກ ຂ14
-
ເຕເບັດ.
ຫຼັງຈາກຄົນຢິວເປັນຊະເລີຍໃນບາບີໂລນ ເຕເບັດແມ່ນຊື່ຂອງເດືອນທີ 10 ຕາມປະຕິທິນສາສະໜາຢິວແລະແມ່ນຊື່ຂອງເດືອນທີ 4 ຕາມປະຕິທິນກະສິກຳ. ເດືອນນີ້ເລີ່ມຕົ້ນຈາກກາງເດືອນທັນວາຫາກາງເດືອນມັງກອນ. ເດືອນນີ້ມັກຖືກເອີ້ນວ່າ “ເດືອນທີ 10.” (ອສທ 2:16)—ເບິ່ງພາກຜະໜວກ ຂ15
-
ໂຕຊົ່ວຮ້າຍ.
ອີກຊື່ໜຶ່ງຂອງຊາຕານແລະມານຮ້າຍ ເຊິ່ງເປັນຜູ້ຕໍ່ຕ້ານພະເຈົ້າແລະມາດຕະຖານທີ່ຖືກຕ້ອງຂອງເພິ່ນ.—ມທ 6:13; 1ຢຮ 5:19
-
ຕົວແທນຂອງກະສັດ.
ເຈົ້າແຂວງຫຼືຂ້າລາຊະການລະດັບສູງໃນຈັກກະວັດບາບີໂລນແລະເປີເຊຍເຊິ່ງໄດ້ຮັບການແຕ່ງຕັ້ງຈາກກະສັດໃຫ້ມີອຳນາດປົກຄອງ.—ອຊຣ 8:36; ດນອ 6:1
-
ເຕົາໄຟ.
ເຕົາສຳລັບຫຼອມແຮ່ຫຼືໂລຫະ ແລະໃຊ້ເຜົາເຄື່ອງປັ້ນດິນເຜົາລວມທັງເຄື່ອງເຄືອບອື່ນໆນຳ. ເຕົາໄຟໃນສະໄໝພະຄຳພີກໍ່ດ້ວຍດິນຈີ່ຫຼືຫີນ. ບາງຄັ້ງເຕົາໄຟທີ່ໃຊ້ເຜົາເຄື່ອງປັ້ນດິນເຜົາແລະເຄື່ອງເຄືອບຫຼືປູນຂາວຖືກເອີ້ນວ່າເຕົາເຜົານຳ.—ປຖກ 15:17; ດນອ 3:17; ພນມ 9:2
-
ຕຳມຸດ.
(1) ຊື່ເທບພະເຈົ້າອົງໜຶ່ງ. ພວກຜູ້ຍິງຄົນເຮັບເຣີໃນເມືອງເຢຣູຊາເລັມທີ່ຖິ້ມພະເຈົ້າເຄີຍຮ້ອງໄຫ້ໃຫ້ເທບພະເຈົ້າອົງນີ້. ເຊື່ອກັນວ່າພະຕຳມຸດເປັນກະສັດອົງໜຶ່ງເຊິ່ງຖືກຍົກຂຶ້ນໃຫ້ເປັນເທບພະເຈົ້າຫຼັງຈາກຕາຍໄປແລ້ວ. ໃນຂໍ້ຄວາມທີ່ບັນທຶກໄວ້ຂອງຄົນຊູເມລຽນ ພະຕຳມຸດມີອີກຊື່ໜຶ່ງວ່າດູມູຊີ ແລະເປັນຜົວຫຼືຄົນຮັກຂອງເທບທິດາອິນັນນາເຊິ່ງເປັນເທບພະເຈົ້າແຫ່ງການອອກແມ່ແພ່ລູກ. (ອຊກ 8:14) (2) ຊື່ຂອງເດືອນທີ 4 ຕາມປະຕິທິນສາສະໜາຢິວຫຼັງຈາກການເປັນຊະເລີຍໃນບາບີໂລນແລະແມ່ນຊື່ຂອງເດືອນທີ 10 ຕາມປະຕິທິນກະສິກຳ. ເດືອນນີ້ເລີ່ມຕົ້ນຈາກກາງເດືອນມິຖຸນາຫາກາງເດືອນກໍລະກົດ.—ເບິ່ງພາກຜະໜວກ ຂ15
-
ຕັກກະແຕນ.
ແມງໄມ້ທີ່ອົບພະຍົບຍ້າຍຖິ່ນເປັນຝູງໃຫຍ່. ຕາມກົດໝາຍຂອງໂມເຊ ຕັກກະແຕນເປັນແມງໄມ້ທີ່ສະອາດເຊິ່ງກິນເປັນອາຫານໄດ້. ຕອນທີ່ຕັກກະແຕນຝູງໃຫຍ່ອົບພະຍົບ ພວກມັນຈະກັດກິນທຸກຢ່າງຕາມທາງທີ່ມັນຜ່ານແລະເຮັດໃຫ້ເກີດຄວາມເສຍຫາຍຫຼາຍ ອພຍ 10:14; ມທ 3:4
ເຊິ່ງຖືເປັນໄພພິບັດຢ່າງໜຶ່ງ.— -
ແຕ່ງຕັ້ງ; ເລືອກ.
ໃນພາສາເຮັບເຣີໝາຍຄວາມວ່າ “ທາດ້ວຍຂອງແຫຼວ” ເຊິ່ງເປັນການໃຊ້ນ້ຳມັນເທໃສ່ຄົນຫຼືວັດຖຸສິ່ງຂອງເພື່ອສະແດງເຖິງການອຸທິດສຳລັບວຽກພິເສດ. ໃນພະຄຳພີຄລິດສະຕຽນພາກພາສາກຣີກຍັງໃຊ້ຄຳນີ້ເພື່ອໝາຍເຖິງການເທພະລັງບໍລິສຸດລົງໃສ່ຄົນທີ່ຖືກເລືອກໃຫ້ມີຄວາມຫວັງທີ່ຈະໄປສະຫວັນ.—ອພຍ 28:41; 1ຊມ 16:13; 2ກຣ 1:21
-
ເຕັ້ນຂໍການຊີ້ນຳ.
ຄຳນີ້ໝາຍເຖິງເຕັ້ນຂອງໂມເຊເອງແລະເຕັ້ນສັກສິດທີ່ສ້າງຂຶ້ນເທື່ອທຳອິດໃນບ່ອນການດານ.—ອພຍ 33:7; 39:32
-
ເຕັ້ນສັກສິດ.
ເຕັ້ນທີ່ເຄື່ອນຍ້າຍໄດ້ທີ່ຄົນອິດສະຣາເອນໃຊ້ນະມັດສະການພະເຈົ້າຫຼັງຈາກອົບພະຍົບອອກຈາກເອຢິບ. ເຕັ້ນສັກສິດເປັນບ່ອນເກັບຫີບສັນຍາຂອງພະເຢໂຫວາເຊິ່ງເປັນສັນຍະລັກສະແດງວ່າພະເຈົ້າຢູ່ກັບເຂົາເຈົ້າ ແລະໃຊ້ເປັນບ່ອນສຳລັບເອົາເຄື່ອງບູຊາມາໃຫ້ແລະນະມັດສະການພະເຈົ້າ. ບາງເທື່ອເອີ້ນວ່າ “ເຕັ້ນຂໍການຊີ້ນຳ.” ໂຄງສ້າງຂອງເຕັ້ນມີແຜ່ນໄມ້ຫຼາຍແຜ່ນເປັນໂຄງຝາປະກອບເຂົ້າກັນແລະປົກດ້ວຍຜ້າລິນິນທີ່ປັກຮູບເຄຣູບ. ແບ່ງເປັນ 2 ຫ້ອງ ຫ້ອງທຳອິດເອີ້ນວ່າຫ້ອງບໍລິສຸດ ຫ້ອງທີສອງເອີ້ນວ່າຫ້ອງບໍລິສຸດທີ່ສຸດ. (ຢຊ 18:1; ອພຍ 25:9)—ເບິ່ງພາກຜະໜວກ ຂ5
-
ຕົ້ນໄມ້ຂົມ.
ພືດທີ່ມີລົດຂົມຫຼາຍແລະຂິວ. ໃນຄຳພີໄບເບິນໃຊ້ຕົ້ນໄມ້ຂົມເປັນພາບປຽບທຽບເພື່ອອະທິບາຍເຖິງຜົນຕາມມາທີ່ຂົມຂື່ນເຊິ່ງເກີດຈາກການເຮັດຜິດສິນລະທຳ ການເປັນທາດ ຄວາມບໍ່ຍຸຕິທຳ ແລະການທໍລະຍົດພະເຈົ້າ. ໃນພະນິມິດ 8:11 ໃຊ້ຄຳວ່າ “ເຄືອເຂົາຮໍ” ແທນ ເຊິ່ງໝາຍເຖິງສານທີ່ມີພິດແລະຂົມ.—ພບຍ 29:18; ສພສ 5:4; ຢຣມ 9:15; ອມ 5:7
-
ຕົ້ນໄມ້ທີ່ໃຫ້ຊີວິດ.
ຕົ້ນໄມ້ຕົ້ນໜຶ່ງໃນສວນເອເດັນ. ຄຳພີໄບເບິນບໍ່ໄດ້ບອກວ່າຕົ້ນໄມ້ນີ້ມີໝາກທີ່ຊ່ວຍໃຫ້ຄົນທີ່ກິນມີຊີວິດຍືນຍາວ ແຕ່ຕົ້ນໄມ້ນີ້ເປັນສັນຍະລັກແທນຄຳຮັບຮອງຂອງພະເຈົ້າວ່າຈະໃຫ້ຊີວິດຕະຫຼອດໄປກັບຄົນທີ່ພະອົງອະນຸຍາດໃຫ້ກິນໝາກຂອງມັນ.—ປຖກ 2:9; 3:22
-
ຕົ້ນໄມ້ທີ່ໃຫ້ຮູ້ຄວາມດີຄວາມຊົ່ວ.
ຕົ້ນໄມ້ຕົ້ນໜຶ່ງໃນສວນເອເດັນ ເຊິ່ງພະເຈົ້າໃຊ້ເປັນສັນຍະລັກສະແດງເຖິງສິດທິຂອງເພິ່ນທີ່ຈະຕັ້ງມາດຕະຖານສຳລັບມະນຸດວ່າອັນໃດ “ດີ” ອັນໃດ “ຊົ່ວ.”—ປຖກ 2:9, 17
ຖ
-
ໄຖ່ຄວາມຜິດ.
ໃນພະຄຳພີຄລິດສະຕຽນພາກພາສາເຮັບເຣີ ການໄຖ່ຄວາມຜິດກ່ຽວຂ້ອງກັບການເອົາເຄື່ອງບູຊາໃຫ້ເພື່ອໃຫ້ປະຊາຊົນໄດ້ໃກ້ຊິດພະເຈົ້າແລະນະມັດສະການເພິ່ນ. ກົດໝາຍຂອງໂມເຊກຳນົດໃຫ້ມີການເຜົາເຄື່ອງບູຊາໂດຍສະເພາະແມ່ນໃນມື້ໄຖ່ຄວາມຜິດເພື່ອຈະຄືນດີກັບພະເຈົ້າໄດ້ເຖິງວ່າປະຊາຊົນແຕ່ລະຄົນແລະຄົນໝົດຊາດຈະຍັງມີບາບຢູ່. ເຄື່ອງບູຊາເຫຼົ່ານີ້ເປັນພາບສະແດງເຖິງເຄື່ອງບູຊາຂອງພະເຢຊູເຊິ່ງໄຖ່ຄວາມຜິດໃຫ້ມະນຸດໄດ້ຢ່າງຄົບຖ້ວນເທື່ອດຽວແລະເຮັດໃຫ້ມະນຸດມີໂອກາດຄືນດີກັບພະເຢໂຫວາ.—ລລວ 5:10; 23:28; ກລຊ 1:20; ຮຣ 9:12
-
ຖົງໜັງ.
ຖົງທີ່ເຮັດຈາກໜັງສັດໝົດໂຕ ເຊັ່ນ: ແບ້ຫຼືແກະ ເພື່ອເອົາໄວ້ໃສ່ເຫຼົ້າແວງ. ສ່ວນຫຼາຍແລ້ວຈະເອົາເຫຼົ້າແວງໃສ່ໃນຖົງໜັງໃໝ່ ເພາະເຫຼົ້າແວງທີ່ຖືກໝັກຈະຜະລິດອາຍກາກໂບນິກອອກມາເຊິ່ງເຮັດໃຫ້ເກີດຄວາມດັນ. ຖົງໜັງໃໝ່ຈະຂະຫຍາຍໂຕ ສ່ວນຖົງໜັງເກົ່າທີ່ບໍ່ຫົດບໍ່ຍືດຢຊ 9:4; ມທ 9:17
ແລ້ວກໍຈະແຕກເມື່ອມີຄວາມດັນ.—
ທ
-
ທະຫານປ້ອງກັນໂຕຈັກກະພັດ.
ກອງທະຫານໂຣມທີ່ຕັ້ງຂຶ້ນເພື່ອປົກປ້ອງຈັກກະພັດໂຣມ. ເຂົາເຈົ້າມີອິດທິພົນທາງການເມືອງຫຼາຍເຖິງຂັ້ນວ່າຈະສະໜັບສະໜູນຫຼືໂຄ່ນລົ້ມຈັກກະພັດກໍໄດ້.—ຟລປ 1:13
-
ທາທາຣັດ.
ໃນພະຄຳພີຄລິດສະຕຽນພາກພາສາກຣີກ ໝາຍເຖິງສະພາບທີ່ຕົກຕ່ຳຂອງພວກທູດສະຫວັນທີ່ບໍ່ເຊື່ອຟັງໃນສະໄໝໂນອາຄືກັບຖືກຂັງຄຸກໄວ້. ຢູ່ 2 ເປໂຕ 2:4 ມີການໃຊ້ຄຳກຳມະ ຕາຕາໂຣ (“ໂຍນລົງໃນທາທາຣັດ”) ແຕ່ຄຳນີ້ບໍ່ໄດ້ໝາຍຄວາມວ່າ “ພວກທູດສະຫວັນທີ່ເຮັດບາບ” ຖືກໂຍນລົງໄປໃນທາທາຣັດຄືກັບໃນເທບນິຍາຍ (ນັ້ນຄື ຄຸກໃຕ້ດິນແລະບ່ອນມືດສຳລັບເທບພະເຈົ້າຊັ້ນຕ່ຳ) ແຕ່ໝາຍຄວາມວ່າພະເຈົ້າໃຫ້ພວກມັນຢູ່ໃນສະພາບທີ່ຕົກຕ່ຳ ບໍ່ມີຕຳແໜ່ງຫຼືສິດທິພິເສດທີ່ພວກມັນເຄີຍມີໃນສະຫວັນອີກຕໍ່ໄປ. ເພິ່ນເຮັດໃຫ້ພວກມັນຕົກຢູ່ໃນສະພາບທີ່ເປັນຄືກັບຕາບອດ ເພາະບໍ່ຮູ້ຄວາມຕ້ອງການຂອງເພິ່ນກ່ຽວກັບອະນາຄົດ. ທູດສະຫວັນພວກນີ້ມີອະນາຄົດທີ່ມືດມົນເພາະຄຳພີໄບເບິນບອກວ່າພວກມັນຈະຖືກທຳລາຍຕະຫຼອດໄປພ້ອມກັບມານຮ້າຍແລະຊາຕານທີ່ປົກຄອງພວກມັນ. ດັ່ງນັ້ນ ທາທາຣັດຈຶ່ງໝາຍເຖິງສະພາບທີ່ຕົກຕ່ຳຂອງທູດສະຫວັນທີ່ກະບົດ ແຕ່ບໍ່ແມ່ນ “ເຫວເລິກ” ທີ່ເວົ້າຢູ່ໃນພະນິມິດ 20:1-3.
-
ເທຣາຟີມ.
ເທບພະເຈົ້າຫຼືຮູບບູຊາປະຈຳຄອບຄົວ ບາງເທື່ອມີການໃຊ້ເທຣາຟີມເພື່ອຊອກຫາລາງບອກເຫດ. (ອຊກ 21:21) ເທຣາຟີມອາດມີຮູບຮ່າງຄືກັບຄົນແລະຂະໜາດສ່ຳກັບຄົນແທ້ໆແຕ່ບາງເທື່ອກໍເປັນຮູບປັ້ນນ້ອຍໆ. (ປຖກ 31:34; 1ຊມ 19:13, 16) ການຄົ້ນພົບທາງບູຮານຄະດີໃນເມໂຊໂປຕາເມຍສະແດງໃຫ້ເຫັນວ່າຄົນທີ່ມີຮູບພະເທຣາຟີມຈະເປັນຄົນທີ່ໄດ້ຮັບມໍລະດົກຂອງຄອບຄົວ (ນີ້ອາດເປັນເຫດຜົນທີ່ຣາເຄນເອົາຮູບພະເທຣາຟີມຂອງພໍ່ໄປ). ເບິ່ງຄືວ່າບໍ່ໄດ້ມີທຳນຽມແບບນີ້ໃນອິດສະຣາເອນ ແຕ່ໃນສະໄໝຂອງພວກຜູ້ຕັດສິນແລະກະສັດກໍຍັງມີການໃຊ້ຮູບພະເທຣາຟີມ ແລະເທຣາຟີມເປັນສິ່ງໜຶ່ງທີ່ກະສັດໂຢສີຢາຜູ້ທີ່ສັດຊື່ພະຍາຍາມກຳຈັດໃຫ້ໝົດໄປ.—ຜຕສ 17:5; 2ກສ 23:24; ຮຊອ 3:4
-
ທໍລະຍົດ.
ຄຳນີ້ໃນພາສາກຣີກ (ອະໂປສະຕາເຊຍ) ມາຈາກຄຳກຳມະທີ່ແປຕາມໂຕວ່າ “ຢືນຢູ່ໄກໆ.” ເມື່ອເປັນຄຳນາມໝາຍເຖິງ “ການປະຖິ້ມ” ຫຼື “ການກະບົດ.” ໃນພະຄຳພີຄລິດສະຕຽນພາກພາສາກຣີກ ຄຳວ່າ “ທໍລະຍົດ” ແມ່ນໃຊ້ກັບຄົນທີ່ທໍລະຍົດຕໍ່ການນະມັດສະການແທ້.—ສພສ 11:9; ກຈກ 21:21; 2ທຊ 2:3
-
ທາງຍ່າງທີ່ມີເສົາລຽນກັນເຊິ່ງໂຊໂລໂມນສ້າງ.
ທາງຍ່າງທີ່ມີຫຼັງຄາໃນວິຫານສະໄໝພະເຢຊູ ເຊິ່ງຢູ່ທາງຕາເວັນອອກຂອງເດີ່ນທາງນອກ ເຊື່ອກັນວ່າເປັນສ່ວນທີ່ເຫຼືອຈາກວິຫານຂອງໂຊໂລໂມນ. ພະເຢຊູຍ່າງຢູ່ຫັ້ນຕອນ “ຍາມໜາວ” ແລະຄລິດສະຕຽນລຸ້ນທຳອິດມາພົບກັນຢູ່ບ່ອນນັ້ນເພື່ອນະມັດສະການພະເຈົ້າ. (ຢຮ 10:22, 23; ກຈກ 5:12)—ເບິ່ງພາກຜະໜວກ ຂ11
-
ທາງ; ແນວທາງ.
ເປັນສຳນວນທີ່ໃຊ້ໃນພະຄຳພີໝາຍເຖິງຮູບແບບການໃຊ້ຊີວິດຫຼືການກະທຳທີ່ພະເຢໂຫວາອາດຈະຍອມຮັບຫຼືບໍ່ຍອມຮັບກໍໄດ້. ມີການເວົ້າເຖິງພວກລູກສິດຂອງພະເຢຊູຄລິດວ່າຢູ່ໃນ “ທາງນັ້ນ” ເຊິ່ງໝາຍຄວາມວ່າກຈກ 19:9
ເຂົາເຈົ້າໃຊ້ຊີວິດຕາມຄວາມເຊື່ອທີ່ມີໃນພະເຢຊູຄລິດແລະຮຽນແບບເພິ່ນ.— -
ທິດຊະຣີ.—
-
ທູດສະຫວັນ.
ຄຳນີ້ມາຈາກຄຳພາສາເຮັບເຣີ ມາລາກ ແລະຄຳພາສາກຣີກ ອັງເກໂລສ໌ ທັງສອງຄຳນີ້ແປຕາມໂຕວ່າ “ຜູ້ສົ່ງຂ່າວ” ແຕ່ມີການແປວ່າ “ທູດສະຫວັນ” ເມື່ອເວົ້າເຖິງຜູ້ສົ່ງຂ່າວຂອງພະເຈົ້າທີ່ມາຈາກສະຫວັນ. (ປຖກ 16:7; 32:3; ຢກບ 2:25; ພນມ 22:8) ທູດສະຫວັນມີລິດເດດແລະເປັນຜູ້ທີ່ພະເຈົ້າສ້າງ. ພະເຈົ້າສ້າງເຂົາເຈົ້າເປັນເວລາດົນນານກ່ອນທີ່ຈະສ້າງມະນຸດ. ບາງຄັ້ງໃນຄຳພີໄບເບິນກໍເອີ້ນເຂົາເຈົ້າວ່າ ‘ຜູ້ບໍລິສຸດເປັນໝື່ນເປັນແສນ’ “ພວກລູກຂອງພະເຈົ້າ” ຫຼື “ດາວໃນຕອນເຊົ້າ.” (ໂຢບ 1:6; 38:7, ໄຂເງື່ອນ; ຢູດາ 14) ພະເຈົ້າບໍ່ໄດ້ສ້າງທູດສະຫວັນໃຫ້ສາມາດທີ່ຈະມີລູກໄດ້ ແຕ່ພະອົງສ້າງເຂົາເຈົ້າເປັນແຕ່ລະອົງ. ທູດສະຫວັນມີຈຳນວນຫຼາຍກວ່າໜຶ່ງຮ້ອຍລ້ານອົງ. (ດນອ 7:10) ຄຳພີໄບເບິນຊ່ວຍໃຫ້ຮູ້ວ່າທູດສະຫວັນແຕ່ລະອົງມີຊື່ແລະນິດໄສສະເພາະໂຕ ແຕ່ເຂົາເຈົ້າກໍຖ່ອມໂຕແລະບໍ່ຍອມໃຫ້ມະນຸດມາຂາບໄຫວ້ນະມັດສະການ. ທູດສະຫວັນສ່ວນຫຼາຍບໍ່ຍອມເປີດເຜີຍຊື່ໃຫ້ຮູ້ຊ້ຳ. (ປຖກ 32:29; ລກ 1:26; ພນມ 22:8, 9) ທູດສະຫວັນມີຕຳແໜ່ງແລະໜ້າທີ່ແຕກຕ່າງກັນ ເຊັ່ນ: ຮັບໃຊ້ຢູ່ໜ້າບັນລັງຂອງພະເຢໂຫວາ ເປັນຜູ້ສົ່ງຂ່າວຂອງເພິ່ນ ຊ່ວຍເຫຼືອຜູ້ຮັບໃຊ້ຂອງພະເຢໂຫວາໃນໂລກ ເຮັດໜ້າທີ່ລົງໂທດຕາມຄຳຕັດສິນຂອງພະເຈົ້າ ຫຼືສະໜັບສະໜູນວຽກປະກາດຂ່າວດີ. (2ກສ 19:35; ພສ 34:7; ລກ 1:30, 31; ພນມ 5:11; 14:6) ໃນອະນາຄົດ ທູດສະຫວັນຈະຊ່ວຍພະເຢຊູຕໍ່ສູ້ໃນສົງຄາມອາມາເຄໂດນ.—ພນມ 19:14, 15
-
ເທດສະການເກັບກ່ຽວ; ເທດສະການສະຫຼອງຫຼັງຄົບ 7 ອາທິດ.—
ເບິ່ງຄຳວ່າ “ເພັນເຕກອດ”
-
ເທດສະການເຂົ້າຈີ່ບໍ່ມີເຊື້ອ.
ເທດສະການທຳອິດໃນ 3 ເທດສະການປະຈຳປີຂອງຄົນອິດສະຣາເອນ. ເລີ່ມໃນວັນທີ 15 ເດືອນນີຊານຕໍ່ຈາກວັນປັດສະຄາແລະສະຫຼອງດົນເຖິງ 7 ມື້. ໃນໄລຍະເທດສະການຈະກິນແຕ່ເຂົ້າຈີ່ບໍ່ມີເຊື້ອເພື່ອລະນຶກເຖິງຕອນທີ່ອົບພະຍົບອອກຈາກເອຢິບ.—ອພຍ 23:15; ມຣກ 14:1
-
ເທດສະການສະຫຼອງການອຸທິດວິຫານ.
ວັນລະນຶກເຖິງການເຮັດໃຫ້ວິຫານສະອາດຫຼັງຈາກທີ່ກະສັດອັນທິໂອກຸດສ໌ ເອພິຟາເນສ໌ໄດ້ເຮັດໃຫ້ວິຫານບໍ່ສະອາດ. ມີການສະຫຼອງເທດສະການນີ້ທຸກປີໂດຍເລີ່ມໃນວັນທີ 25 ເດືອນກິດສະເລັບແລະສະຫຼອງດົນເຖິງ 8 ມື້.—ຢຮ 10:22
-
ເທດສະການປຸກຕູບ.
ບາງຄັ້ງເອີ້ນວ່າເທດສະການເຕັ້ນສັກສິດຫຼືເທດສະການເກັບກ່ຽວຜົນລະປູກ. ເທດສະການນີ້ຈັດຂຶ້ນໃນວັນທີ 15-21 ເດືອນເອທານິມເພື່ອສະຫຼອງການເກັບກ່ຽວຕອນທ້າຍປີຂອງການປູກຝັງຂອງຄົນອິດສະຣາເອນ ເຊິ່ງເປັນເວລາທີ່ຈະມ່ວນຊື່ນແລະຂອບໃຈພະເຢໂຫວາທີ່ອວຍພອນໃຫ້ຜົນລະປູກງອກງາມ. ໃນໄລຍະເທດສະການນີ້ ປະຊາຊົນຈະຢູ່ໃນຕູບເພື່ອລະນຶກເຖິງຕອນທີ່ເຂົາເຈົ້າອົບພະຍົບອອກຈາກເອຢິບ. ເທດສະການນີ້ເປັນ 1 ໃນ 3 ເທດສະການທີ່ພວກຜູ້ຊາຍຕ້ອງໄປສະຫຼອງຢູ່ເມືອງເຢຣູຊາເລັມ.—ລລວ 23:34; ອຊຣ 3:4
-
ແທ່ນບູຊາ.
ແທ່ນສຳລັບເຜົາເຄື່ອງບູຊາຫຼືເຄື່ອງຫອມ. ແທ່ນແບບນີ້ເຮັດໂດຍເອົາດິນຫຼືຫີນມາກໍ່ໃຫ້ສູງ ຫຼືເຮັດຈາກຫີນໝົດກ້ອນ ຫຼືເຮັດຈາກໄມ້ແລ້ວຫຸ້ມດ້ວຍໂລຫະກໍໄດ້. ໃນຫ້ອງປຖກ 8:20; ອພຍ 27:1; 39:38, 39; 1ກສ 6:20; 2ຂຄ 4:1; ລກ 1:11)—ເບິ່ງພາກຜະໜວກ ຂ5 ແລະ ຂ8
ທຳອິດຂອງເຕັ້ນສັກສິດແລະຂອງວິຫານຈະມີແທ່ນບູຊາຄຳຂະໜາດນ້ອຍສຳລັບເຜົາເຄື່ອງຫອມ ເຊິ່ງເຮັດດ້ວຍໄມ້ຫຸ້ມດ້ວຍຄຳ. ນອກຈາກນັ້ນ ຍັງມີແທ່ນບູຊາທອງແດງທີ່ມີຂະໜາດໃຫຍ່ກວ່າສຳລັບເຄື່ອງບູຊາເຜົາເຊິ່ງຕັ້ງຢູ່ເດີ່ນທາງນອກຂອງເຕັ້ນສັກສິດ. (
ນ
-
ນາຣະດາ.
ນ້ຳມັນຫອມລາຄາແພງ ມີສີແດງອ່ອນໄດ້ມາຈາກພືດຊະນິດໜຶ່ງ (Nardostachys jatamansi). ເນື່ອງຈາກນ້ຳມັນນີ້ລາຄາແພງຈຶ່ງມັກເອົານ້ຳມັນທີ່ຄຸນນະພາບຕ່ຳກວ່າມາປະສົມ ແລະບາງຄັ້ງມີການປອມແປງ. ແຕ່ໜ້າສັງເກດ ທັງມາຣະໂກກັບໂຢຮັນບອກວ່ານ້ຳມັນຫອມທີ່ໃຊ້ກັບພະເຢຊູເປັນ “ນ້ຳມັນຫອມນາຣະດາແທ້ໆ.”—ມຣກ 14:3; ຢຮ 12:3
-
ນິກາຍ.
ກຸ່ມຄົນທີ່ຍຶດຖືຫຼັກຄຳສອນບາງຢ່າງຫຼືຕິດຕາມຜູ້ນຳຄົນໜຶ່ງ ແລະເຮັດຕາມຄວາມເຊື່ອຂອງກຸ່ມນັ້ນ. ໃນພະຄຳພີໃຊ້ຄຳນີ້ກັບ 2 ນິກາຍໃຫຍ່ໆຂອງສາສະໜາຢິວຄື ຟາຣີຊາຍກັບຊາດູກາຍ. ຄົນທີ່ບໍ່ແມ່ນຄລິດສະຕຽນກໍເອີ້ນສາສະໜາຄລິດວ່າ “ນິກາຍ” ຫຼື “ນິກາຍຄົນນາຊາເຣັດ.” ເຂົາເຈົ້າອາດເບິ່ງວ່າສາສະໜາຄລິດແຕກອອກມາຈາກສາສະໜາຢິວ. ຕໍ່ມາ ນິກາຍຕ່າງໆເກີດຂຶ້ນໃນປະຊາຄົມຄລິດສະຕຽນ ມີການເວົ້າເຈາະຈົງເຖິງ “ນິກາຍນີໂກລາຍເຕ” ໃນປຶ້ມພະນິມິດ.—ກຈກ 5:17; 15:5; 24:5; 28:22; 2ປຕ 2:1; ພນມ 2:6
-
ນິມິດ.
ເປັນພາບເຫດການທີ່ພະເຈົ້າໃຫ້ເຫັນໃນຫົວໂດຍການອັດສະຈັນ. ຜູ້ນັ້ນອາດຈະເຫັນນິມິດຕອນທີ່ຍັງນອນຫຼັບຢູ່ຫຼືຕອນທີ່ຍັງຕື່ນຢູ່ກໍໄດ້. ປຖກ 46:2; ດນອ 8:2; ກຈກ 10:3; 11:5; 16:9
-
ນີຊານ.
ຊື່ໃໝ່ຂອງເດືອນອາບິບ ຫຼັງຈາກຄົນຢິວເປັນຊະເລີຍໃນບາບີໂລນ. ນີຊານແມ່ນຊື່ຂອງເດືອນທີ 1 ຕາມປະຕິທິນສາສະໜາຢິວແລະແມ່ນຊື່ຂອງເດືອນທີ 7 ຕາມປະຕິທິນກະສິກຳ. ເດືອນນີ້ເລີ່ມຕົ້ນຈາກກາງເດືອນມີນາຫາກາງເດືອນເມສາ. (ນຮຢ 2:1)—ເບິ່ງພາກຜະໜວກ ຂ15
-
ນາຊີຣີ.
ມາຈາກຄຳພາສາເຮັບເຣີທີ່ແປວ່າ “ຄົນທີ່ຖືກເລືອກ” ຫຼື “ຄົນທີ່ອຸທິດໂຕໃຫ້” ຫຼື “ຄົນທີ່ຖືກແຍກໄວ້.” ນາຊີຣີມີຢູ່ 2 ປະເພດຄື: ຄົນທີ່ສະໝັກໃຈເປັນນາຊີຣີແລະຄົນທີ່ພະເຈົ້າແຕ່ງຕັ້ງໃຫ້ເປັນນາຊີຣີ. ຖ້າຜູ້ຊາຍຫຼືຜູ້ຍິງຢາກສາບານພິເສດວ່າຈະຢູ່ແບບນາຊີຣີໄລຍະໜຶ່ງເພື່ອພະເຢໂຫວາກໍເຮັດໄດ້. ມີຂໍ້ຫ້າມຫຼັກໆ 3 ຢ່າງສຳລັບຄົນທີ່ສະໝັກໃຈສາບານພິເສດວ່າຈະເປັນນາຊີຣີຄື: ຫ້າມດື່ມເຄື່ອງດື່ມມຶນເມົາຫຼືກິນຫຍັງກໍຕາມທີ່ມາຈາກຕົ້ນໝາກລະແຊັງ ຫ້າມຕັດຜົມ ແລະຫ້າມໄປຖືກຫຼືໄປບາຍສົບຄົນຕາຍ. ຄົນທີ່ພະເຈົ້າແຕ່ງຕັ້ງໃຫ້ເປັນນາຊີຣີຈະເປັນນາຊີຣີໄປຕະຫຼອດຊີວິດ ແລະພະເຢໂຫວາຈະກຳນົດວ່າລາວຕ້ອງເຮັດຫຍັງແດ່.—ຈຊບ 6:2-7; ຜຕສ 13:5
-
ເນທິນິມ.
ຄົນທີ່ເຮັດວຽກຮັບໃຊ້ໃນວິຫານເຊິ່ງບໍ່ແມ່ນຄົນອິດສະຣາເອນ. ຄຳນີ້ໃນພາສາເຮັບເຣີແປຕາມໂຕວ່າ “ຜູ້ທີ່ຖືກມອບໄວ້” ເຊິ່ງໝາຍຄວາມວ່າເຂົາເຈົ້າຖືກມອບໄວ້ໃຫ້ເຮັດວຽກຮັບໃຊ້ໃນວິຫານ. ເບິ່ງຄືວ່າເນທິນິມຫຼາຍຄົນເປັນລູກຫຼານຂອງຄົນເມືອງກິເບໂອນເຊິ່ງໂຢຊວຍເຄີຍໃຫ້ເຮັດວຽກເປັນ “ຄົນຫາຟືນແລະຕັກນ້ຳສຳລັບພວກອິດສະຣາເອນແລະສຳລັບແທ່ນບູຊາຢຊ 9:23, 27; 1ຂຄ 9:2; ອຊຣ 8:17
ຂອງພະເຢໂຫວາ.”— -
ເນຟິນ.
ພວກຜູ້ຊາຍທີ່ເປັນລູກເຄິ່ງທູດສະຫວັນກັບມະນຸດ (ແມ່ເປັນມະນຸດ ແຕ່ພໍ່ເປັນທູດສະຫວັນທີ່ແປງກາຍເປັນມະນຸດ) ເຂົາເຈົ້າມັກຄວາມຮຸນແຮງແລະມີຊີວິດໃນໄລຍະກ່ອນນ້ຳຖ້ວມໂລກ.—ປຖກ 6:4
-
ເນຮິໂລດ.
ຄຳທີ່ບໍ່ຮູ້ຄວາມໝາຍທີ່ແນ່ນອນ ເຊິ່ງຢູ່ໃນຫົວບົດຂອງເພງສັນລະເສີນບົດ 5. ບາງຄົນເຊື່ອວ່າໝາຍເຖິງເຄື່ອງເປົ່າຊະນິດໜຶ່ງ ໂດຍເຊື່ອມໂຍງກັບເຄົ້າສັບພາສາເຮັບເຣີທີ່ກ່ຽວຂ້ອງກັບຄຳວ່າ ຊາລິວ (ຂຸ່ຍ). ແຕ່ຄຳນີ້ອາດໃຊ້ເພື່ອບອກໃຫ້ຮູ້ທຳນອງເພງກໍໄດ້.
-
ນັກປັດຊະຍາທີ່ເປັນພວກເອປີກູຣຽວ.
ກຸ່ມຜູ້ຕິດຕາມນັກປັດຊະຍາຄົນກຣີກທີ່ຊື່ເອປີກູຣັດສ໌ (ປີ 341-270 ກ່ອນ ຄ.ສ). ປັດຊະຍາຂອງເຂົາເຈົ້າມີແນວຄິດຫຼັກທີ່ວ່າ ເປົ້າໝາຍສູງສຸດໃນຊີວິດຂອງມະນຸດແມ່ນການມີຄວາມມ່ວນຊື່ນ.—ກຈກ 17:18
-
ໂນນ.
ຄຳນີ້ໃນພາສາເຮັບເຣີແມ່ນ “ມິໂລ” ມີເຄົ້າສັບມາຈາກຄຳທີ່ແປວ່າ “ຖົມໃຫ້ເຕັມ.” ສະບັບເຊັບຕົວຈິນ ແປຄຳນີ້ວ່າ “ປ້ອມ.” ມັນໜ້າຈະເປັນສິ່ງທີ່ເກີດຂຶ້ນຕາມທຳມະຊາດຫຼືຖືກສ້າງຂຶ້ນໃນເມືອງຂອງດາວິດ ແຕ່ແທ້ໆແລ້ວມີລັກສະນະເປັນແນວໃດກໍຍັງບໍ່ມີໃຜຮູ້ຊັດເຈນ.—2ຊມ 5:9; 1ກສ 11:27
-
ແນວໃສ່ຖ່ານໄຟ; ແນວໃສ່ຂີ້ໄສ້ຕະກຽງ.
ເຮັດຈາກຄຳ ເງິນ ຫຼືທອງແດງເຊິ່ງໃຊ້ສຳລັບເອົາຖ່ານໄຟອອກຈາກແທ່ນບູຊາແລະສຳລັບເຜົາເຄື່ອງຫອມ ຫຼືເອົາໄສ້ຕະກຽງທີ່ໄໝ້ແລ້ວອອກຈາກຂາຕະກຽງຄຳຢູ່ເຕັ້ນສັກສິດແລະວິຫານ. ບາງຄັ້ງເອີ້ນວ່າແນວເຜົາເຄື່ອງຫອມ.—ອພຍ 37:23; 2ຂຄ 26:19; ຮຣ 9:4
-
ແນວໜີບໄສ້ຕະກຽງ.
ເຄື່ອງມືທີ່ເຮັດຈາກຄຳ ອາດຄ້າຍຄືກັນກັບເຫຼັກຄີບເຊິ່ງໃຊ້ໃນເຕັ້ນສັກສິດແລະວິຫານເພື່ອດັບໄຟຂອງຕະກຽງ.—ອພຍ 37:23
ບ
-
ບາອານ.
ພະເຈົ້າຂອງຄົນການາອານເຊິ່ງເຊື່ອຖືກັນວ່າເປັນເຈົ້າຂອງທ້ອງຟ້າ ເປັນຜູ້ໃຫ້ຝົນ ແລະໃຫ້ມີຄວາມອຸດົມສົມບູນ. ຄຳວ່າ “ບາອານ” ຍັງໃຊ້ເອີ້ນເປັນພະເຈົ້າຂອງແຕ່ລະທ້ອງຖິ່ນນຳ. ຄຳນີ້ໃນພາສາເຮັບເຣີແປວ່າ “ເຈົ້າຂອງ” ຫຼື “ເຈົ້ານາຍ.”—1ກສ 18:21; ຣມ 11:4
-
ບູເຣ.
ຊື່ຂອງເດືອນທີ 8 ຕາມປະຕິທິນສາສະໜາຢິວແລະແມ່ນຊື່ຂອງເດືອນທີ 2 ຕາມປະຕິທິນກະສິກຳ. ຄຳນີ້ມາຈາກຄຳສັບທີ່ແປວ່າ “ຜົນລະປູກ; ຜົນຜະລິດ.” ເດືອນນີ້ເລີ່ມຕົ້ນຈາກກາງເດືອນຕຸລາຫາກາງເດືອນພະຈິກ. (1ກສ 6:38)—ເບິ່ງພາກຜະໜວກ ຂ15
-
ເບເອນເຊບູນ.
ຊື່ໜຶ່ງທີ່ໃຊ້ເອີ້ນຊາຕານເຊິ່ງເປັນຫົວໜ້າແລະປົກຄອງພວກປີສາດ. ຄຳນີ້ອາດພ້ຽນມາຈາກຄຳວ່າ “ບາອານເຊບູນ” ເຊິ່ງເປັນພະບາອານທີ່ຄົນຟີລິດສະຕີນໃນເມືອງເອັກໂຣນນະມັດສະການ.—2ກສ 1:3; ມທ 12:24
-
ບໍລິສຸດ.
ຄຸນລັກສະນະປະຈຳໂຕຂອງພະເຢໂຫວາ ເປັນສະພາບທີ່ບໍລິສຸດທາງສິນລະທຳແລະມີຄວາມສັກສິດໃນທຸກດ້ານ. (ອພຍ 28:36; 1ຊມ 2:2; ສພສ 9:10; ອຊຢ 6:3) ເມື່ອໃຊ້ກັບມະນຸດ (ອພຍ 19:6) ສັດ (ຈຊບ 18:17) ສິ່ງຂອງ (ອພຍ 28:38; 30:25; ລລວ 27:14) ສະຖານທີ່ (ອພຍ 3:5; ອຊຢ 27:13) ໄລຍະເວລາ (ອພຍ 16:23; ລລວ 25:12) ແລະກິດຈະກຳຕ່າງໆ (ອພຍ 36:4) ຄຳນີ້ໃນພາສາເຮັບເຣີດັ້ງເດີມຖ່າຍທອດແນວຄິດກ່ຽວກັບການແຍກຫຼືກັນໄວ້ຕ່າງຫາກ ຫຼືການເຮັດໃຫ້ບໍລິສຸດສຳລັບ ພະເຈົ້າ ແລະເປັນສິ່ງທີ່ແຍກໄວ້ສຳລັບການຮັບໃຊ້ພະເຈົ້າ. ໃນພະຄຳພີຄລິດສະຕຽນພາກພາສາກຣີກ ຄຳທີ່ແປວ່າ “ບໍລິສຸດ” ແລະ “ຄວາມບໍລິສຸດ” ໝາຍເຖິງການແຍກໄວ້ສຳລັບພະເຈົ້າແລະຍັງໝາຍເຖິງການກະທຳທີ່ບໍລິສຸດນຳອີກ.—ມຣກ 6:20; 2ກຣ 7:1; 1ປຕ 1:15, 16
-
ບໍ່ສະອາດ.
ອາດໝາຍເຖິງສະພາບຮ່າງກາຍທີ່ເປິເປື້ອນຫຼືການເຮັດຜິດຫຼັກສິນລະທຳ. ແຕ່ໃນຄຳພີໄບເບິນ ຄຳນີ້ສ່ວນຫຼາຍໝາຍເຖິງສິ່ງທີ່ຍອມຮັບບໍ່ໄດ້ຫຼືບໍ່ສະອາດຕາມກົດໝາຍຂອງໂມເຊ. (ລລວ 5:2; 13:45; ມທ 10:1; ກຈກ 10:14; ອຟຊ 5:5)—ເບິ່ງຄຳວ່າ “ສະອາດ”
-
ບົວຫົວເສົາ.
ສ່ວນທີ່ຢູ່ເທິງສຸດຂອງເສົາເພື່ອຕົກແຕ່ງເສົາ. ຢູ່ໜ້າວິຫານຂອງໂຊໂລໂມນມີເສົາຄູ່ໜຶ່ງຊື່ຢາກິນກັບໂບອາດ ແລະຢູ່ເທິງຫົວເສົາມີບົວທີ່ໃຫຍ່ຫຼາຍ. (1ກສ 7:16)—ເບິ່ງພາກຜະໜວກ ຂ8
-
ບຶງໄຟ.
ບໍ່ແມ່ນສະຖານທີ່ແທ້ໆແຕ່ເປັນພາບປຽບທຽບ. “ບຶງໄຟທີ່ລຸກໄໝ້ດ້ວຍມາດ” ມີຄວາມໝາຍຄືກັບຄຳວ່າ “ຄວາມຕາຍປະເພດທີສອງ.” ຄົນທີ່ເຮັດບາບແລ້ວບໍ່ກັບໃຈ ມານຮ້າຍ ແລະແມ່ນແຕ່ຄວາມຕາຍກັບບ່ອນຝັງສົບ (ຮາເດສ໌) ກໍຈະຖືກໂຍນລົງໃນບຶງໄຟ. ບຶງໄຟເປັນພຽງແຕ່ພາບປຽບທຽບທີ່ໝາຍເຖິງການທຳລາຍໃຫ້ສາບສູນຕະຫຼອດໄປ ບໍ່ແມ່ນການທໍລະມານຕະຫຼອດໄປ ເພາະທັງມານຮ້າຍ ຄວາມຕາຍ ແລະບ່ອນຝັງສົບຖືກໄຟເຜົາບໍ່ໄດ້.—ພນມ 19:20; 20:14, 15; 21:8
-
ບັດ.
ຫົວໜ່ວຍແນວຜອງທີ່ເປັນນ້ຳ. 1 ບັດເທົ່າກັບປະມານ 22 ລິດເຊິ່ງຄິດໄລ່ຈາກເສດໄຫທີ່ນັກບູຮານຄະດີໄດ້ຄົ້ນພົບ. ເສດໄຫເຫຼົ່ານັ້ນມີຄຳວ່າບັດຢູ່ນຳ. ຫົວໜ່ວຍອື່ນໆທີ່ເປັນແນວຜອງຂອງແຫ້ງແລະແນວຜອງທີ່ເປັນນ້ຳໃນຄຳພີໄບເບິນ ສ່ວນຫຼາຍກໍໄດ້ຄິດໄລ່ຈາກຫົວໜ່ວຍບັດນີ້. (1ກສ 7:38; ອຊກ 45:14)—ເບິ່ງພາກຜະໜວກ ຂ14
-
ບັນລັງຕັດສິນ.
ສ່ວນຫຼາຍຈະໝາຍເຖິງເວທີກາງແຈ້ງທີ່ເຮັດສູງຂຶ້ນຈາກພື້ນແລະມີຂັ້ນໄດຂຶ້ນລົງ. ເຈົ້າໜ້າທີ່ຈະນັ່ງເທິງບັນລັງນີ້ເພື່ອເວົ້າກັບປະຊາຊົນແລະປະກາດຄຳຕັດສິນ. ຄຳວ່າ “ບັນລັງຕັດສິນຂອງພະເຈົ້າ” ແລະ “ບັນລັງຕັດສິນຂອງພະຄລິດ” ໝາຍເຖິງການຕັດສິນຂອງພະເຢໂຫວາທີ່ຈະເກີດກັບມະນຸດທົ່ວໂລກ.—ຢຮ 19:13; ຣມ 14:10; 2ກຣ 5:10
-
ບ່ອນສັກສິດ.
ສະຖານທີ່ບໍລິສຸດເຊິ່ງກຳນົດໄວ້ໃຫ້ເປັນບ່ອນສຳລັບນະມັດສະການ ແຕ່ສ່ວນຫຼາຍແລ້ວໝາຍເຖິງເຕັ້ນສັກສິດຫຼືວິຫານໃນເມືອງເຢຣູຊາເລັມ. ຄຳນີ້ຍັງໝາຍເຖິງບ່ອນຢູ່ຂອງພະເຈົ້າໃນສະຫວັນນຳອີກ.—ອພຍ 25:8, 9; 2ກສ 10:25; 1ຂຄ 28:10; ພນມ 11:19
-
ບ່ອນນະມັດສະການ.
ສະຖານທີ່ສຳລັບການນະມັດສະການເຊິ່ງປົກກະຕິຈະຢູ່ເທິງຈອມພູ ເທິງພູ ຫຼືເທິງແທ່ນທີ່ມະນຸດສ້າງຂຶ້ນ. ເຖິງວ່າບາງເທື່ອບ່ອນນະມັດສະການອາດໃຊ້ສຳລັບນະມັດສະການພະເຈົ້າ ແຕ່ສ່ວນຫຼາຍກ່ຽວຂ້ອງກັບການນະມັດສະການພະປອມ.—ຈຊບ 33:52; 1ກສ 3:2; ຢຣມ 19:5
-
ບ່ອນປະຊຸມຂອງຄົນຢິວ.
ມາຈາກຄຳທີ່ແປວ່າ “ການລວມໂຕກັນ” ຫຼື “ການຊຸມນຸມກັນ” ແຕ່ໃນຂໍ້ພະຄຳພີສ່ວນຫຼາຍໝາຍເຖິງອາຄານຫຼືບ່ອນທີ່ຄົນຢິວມາລວມໂຕກັນເພື່ອອ່ານພະຄຳພີ ສອນ ປະກາດ ແລະອະທິດຖານ. ໃນສະໄໝພະເຢຊູ ເມືອງທີ່ໃຫຍ່ໆທຸກເມືອງໃນອິດສະຣາເອນມີບ່ອນປະຊຸມແບບນີ້ໜຶ່ງບ່ອນ ແຕ່ຖ້າລກ 4:16; ກຈກ 13:14, 15
ເມືອງໃດໃຫຍ່ຫຼາຍກໍຈະມີຫຼາຍກວ່າໜຶ່ງບ່ອນ.— -
ບ່ອນຝັງສົບ; ຂຸມຝັງສົບ.
ໝາຍເຖິງບ່ອນຝັງສົບແທ້ໆຂອງມະນຸດ ແຕ່ສ່ວນຫຼາຍແລ້ວ ໃນຄຳພີໄບເບິນໃຊ້ຄຳນີ້ເພື່ອເປັນພາບປຽບທຽບເຖິງສະພາບຂອງມະນຸດທີ່ຕາຍແລ້ວ. ຄຳວ່າ “ບ່ອນຝັງສົບ” ແປມາຈາກຄຳພາສາເຮັບເຣີ “ເຊໂອນ” ແລະຄຳພາສາກຣີກ “ຮາເດສ໌.” ຄຳນີ້ໃນຄຳພີໄບເບິນໝາຍເຖິງສະຖານທີ່ໂດຍໄນຫຼືສະພາບທີ່ບໍ່ມີວຽກງານແລະບໍ່ມີຄວາມຮູ້ສຶກນຶກຄິດຫຍັງເລີຍ. (ປຖກ 47:30; ປຍຈ 9:10; ກຈກ 2:31) ມີການແປຄຳພາສາກຣີກ ມະນີມີໂອນ ເປັນບ່ອນຝັງສົບນຳ. ສ່ວນໜຶ່ງຂອງຄຳນີ້ມີຄວາມໝາຍວ່າ “ລະນຶກເຖິງ” ເຊິ່ງສະແດງວ່າມະນຸດມັກຄິດຮອດຄົນທີ່ຕາຍໄປ.—ຢຮ 5:28, 29
-
ບັບເຕມາ.
ຄຳນີ້ມີຄວາມໝາຍວ່າ “ຈຸ່ມ” ຫຼືຈຸ່ມໃຫ້ຫຼິບນ້ຳ. ພະເຢຊູກຳນົດວ່າຄົນທີ່ຈະມາເປັນລູກສິດຂອງເພິ່ນຕ້ອງຮັບບັບເຕມາ. ຄຳພີໄບເບິນຍັງເວົ້າເຖິງບັບເຕມາຂອງໂຢຮັນ ການບັບເຕມາດ້ວຍພະລັງບໍລິສຸດຂອງພະເຈົ້າ ການບັບເຕມາດ້ວຍໄຟ ແລະການບັບເຕມາໃນແບບອື່ນໆນຳ.—ມທ 3:11, 16; 28:19; ຢຮ 3:23; 1ປຕ 3:21
ປ
-
ປະກາລັງ.
ສິ່ງທີ່ສັດທະເລໂຕນ້ອຍໆສ້າງຂຶ້ນມາມີລັກສະນະຄ້າຍຄືກັບຫີນແຂງໆ. ໃນມະຫາສະມຸດສາມາດພົບເຫັນໄດ້ຫຼາຍສີ ເຊັ່ນ: ສີແດງ ສີຂາວ ແລະສີດຳ. ປະກາລັງພົບເຫັນໄດ້ຫຼາຍໃນທະເລແດງ. ໃນສະໄໝຄຳພີໄບເບິນປະກາລັງສີແດງເປັນສິ່ງທີ່ມີຄ່າຫຼາຍ. ນິຍົມເອົາມາເຮັດເປັນໝາກຕຸ້ມແລະເຄື່ອງປະດັບອື່ນໆ.—ສພສ 8:11
-
ປະຊາຄົມ.
ກຸ່ມຄົນທີ່ມາລວມໂຕກັນເພື່ອຈຸດປະສົງສະເພາະຫຼືເພື່ອເຮັດກິດຈະກຳບາງຢ່າງ. ໃນພະຄຳພີພາກພາສາເຮັບເຣີ ໂດຍທົ່ວໄປຄຳນີ້ໝາຍເຖິງຊາດອິດສະຣາເອນ. ໃນພະຄຳພີຄລິດສະຕຽນພາກພາສາກຣີກ ບາງຄັ້ງຄຳນີ້ໝາຍເຖິງປະຊາຄົມຄລິດສະຕຽນແຕ່ລະບ່ອນ ແຕ່ສ່ວນຫຼາຍແລ້ວໝາຍເຖິງປະຊາຄົມຄລິດສະຕຽນໂດຍລວມ.—1ກສ 8:22; ກຈກ 9:31; ຣມ 16:5
-
ປະຕິຍານ; ສາບານ.
ສັນຍາທີ່ໃຫ້ກັບພະເຈົ້າວ່າຈະເຮັດບາງຢ່າງ ຈະເອົາບາງຢ່າງໃຫ້ ຈະເຮັດວຽກເພື່ອເພິ່ນ ຫຼືຈະງົດເວັ້ນບາງສິ່ງເຊິ່ງແທ້ໆແລ້ວບໍ່ຜິດກົດໝາຍຂອງພະເຈົ້າ. ຄຳສາບານຖືເປັນເລື່ອງຈິງຈັງ.—ຈຊບ 6:2; ປຍຈ 5:4; ມທ 5:33
-
ປະໂລຫິດ.
ຄົນທີ່ໄດ້ຮັບການແຕ່ງຕັ້ງໃຫ້ເຮັດໜ້າທີ່ເປັນຕົວແທນຂອງພະເຈົ້າ. ເຂົາເຈົ້າຈະສັ່ງສອນປະຊາຊົນໃຫ້ຮູ້ເລື່ອງຂອງພະເຈົ້າແລະກົດໝາຍຂອງເພິ່ນ. ປະໂລຫິດຍັງເຮັດໜ້າທີ່ເປັນຕົວແທນປະຊາຊົນເມື່ອຢູ່ຕໍ່ໜ້າພະເຈົ້າ. ເຂົາເຈົ້າຈະເອົາເຄື່ອງບູຊາໃຫ້ແລະອະທິດຖານອ້ອນວອນເພື່ອປະຊາຊົນ. ໃນສະໄໝທີ່ຍັງບໍ່ມີກົດໝາຍຂອງໂມເຊ ຫົວໜ້າຄອບຄົວຈະເຮັດໜ້າທີ່ເປັນປະໂລຫິດໃຫ້ຄອບຄົວຂອງລາວ. ແຕ່ເມື່ອມີກົດໝາຍຂອງໂມເຊແລ້ວ ຜູ້ຊາຍທີ່ເປັນລູກຫຼານຂອງອາໂຣນເຊິ່ງຢູ່ໃນຕະກູນເລວີກໍເຮັດໜ້າທີ່ເປັນປະໂລຫິດ. ສ່ວນຜູ້ຊາຍຄົນອື່ນໆທີ່ເຫຼືອໃນຕະກູນເລວີເປັນຜູ້ຊ່ວຍຂອງປະໂລຫິດ. ເມື່ອມີສັນຍາໃໝ່ ອິດສະຣາເອນຂອງພະເຈົ້າກາຍເປັນຊາດທີ່ມີປະໂລຫິດປົກຄອງໂດຍມີພະເຢຊູຄລິດເປັນປະໂລຫິດໃຫຍ່.—ອພຍ 28:41; ຮຣ 9:24; ພນມ 5:10
-
ປະໂລຫິດໃຫຍ່.
ຕຳແໜ່ງປະໂລຫິດສູງສຸດຕາມທີ່ກຳນົດໄວ້ໃນກົດໝາຍຂອງໂມເຊ. ລາວເປັນຕົວແທນຂອງປະຊາຊົນເມື່ອຢູ່ຕໍ່ໜ້າພະເຈົ້າແລະເປັນຜູ້ເບິ່ງແຍງປະໂລຫິດຄົນອື່ນໆ. ລາວເປັນຄົນດຽວທີ່ມີສິດເຂົ້າໄປໃນຫ້ອງບໍລິສຸດທີ່ສຸດ ເຊິ່ງເປັນຫ້ອງທີ່ຢູ່ທາງໃນຂອງເຕັ້ນສັກສິດແລະວິຫານ. ລາວຈະເຂົ້າໄປໃນຫ້ອງນີ້ສະເພາະໃນວັນໄຖ່ບາບປະຈຳປີ. ຄຳວ່າ “ປະໂລຫິດໃຫຍ່” ຍັງໃຊ້ກັບພະເຢຊູຄລິດນຳ.—ລລວ 16:2, 17; 21:10; ມທ 26:3; ຮຣ 4:14
-
ປີສາດ.
ພວກຊົ່ວຮ້າຍທີ່ຄົນເຮົາເບິ່ງບໍ່ເຫັນແລະມີອຳນາດເໜືອມະນຸດ. ໃນປະຖົມມະການ 6:2 (ໄຂເງື່ອນ) ເອີ້ນປີສາດພວກນີ້ວ່າ “ລູກຂອງພະເຈົ້າ” ແລະໃນຢູດາ 6 ເອີ້ນວ່າ “ພວກທູດສະຫວັນ.” ສະແດງວ່າປີສາດພວກນີ້ບໍ່ໄດ້ຖືກສ້າງໃຫ້ຊົ່ວຮ້າຍ ແຕ່ເປັນທູດສະຫວັນທີ່ຕັ້ງໂຕເປັນສັດຕູກັບພະເຢໂຫວາໂດຍບໍ່ເຊື່ອຟັງເພິ່ນໃນສະໄໝໂນອາແລະຮ່ວມມືກັບຊາຕານເພື່ອກະບົດຕໍ່ເພິ່ນ.—ພບຍ 32:17; ລກ 8:30; ກຈກ 16:16; ຢກບ 2:19
-
ປີແຫ່ງອິດສະຫຼະ; ປີຈູບິລີ.
ທຸກໆປີທີ 50 ນັບຈາກທີ່ຄົນອິດສະຣາເອນເຂົ້າໄປໃນແຜ່ນດິນທີ່ພະເຈົ້າສັນຍາ. ເມື່ອຮອດປີແຫ່ງອິດສະຫຼະ ແຜ່ນດິນຈະຕ້ອງບໍ່ມີການຫວ່ານຫຼືເກັບກ່ຽວ ແລະຄົນເຮັບເຣີທີ່ເປັນທາດຈະຖືກປົດປ່ອຍໃຫ້ເປັນອິດສະຫຼະ. ດິນມູນທີ່ຖືກຂາຍໄປຈະໄດ້ກັບຄືນມາ. ໃນອີກແງ່ໜຶ່ງ ປີແຫ່ງອິດສະຫຼະກໍເປັນຄືກັບປີທີ່ມີເທດສະການໝົດປີ ເປັນປີແຫ່ງອິດສະຫຼະພາບທີ່ເຮັດໃຫ້ໝົດຊາດກັບຄືນສູ່ສະພາບທີ່ເຄີຍເປັນຄືກັບຕອນທີ່ພະເຈົ້າກໍ່ຕັ້ງຊາດນີ້ຂຶ້ນເທື່ອທຳອິດ.—ລລວ 25:10
-
ປູຣິມ.
ເທດສະການປະຈຳປີເຊິ່ງສະຫຼອງໃນວັນທີ 14 ແລະ 15 ເດືອນອາດາ. ມີການສະຫຼອງເທດສະການນີ້ເພື່ອລະນຶກເຖິງເຫດການຕອນທີ່ຄົນຢິວຖືກຊ່ວຍໃຫ້ລອດຈາກການຖືກທຳລາຍລ້າງໃນສະໄໝຂອງລາຊີນີເອັດສະເທີ. ຄຳວ່າ ປູຣິມ ບໍ່ແມ່ນຄຳພາສາເຮັບເຣີ. ຄຳນີ້ແປວ່າ “ສະຫຼາກ.” ເທດສະການນີ້ຖືກເອີ້ນວ່າເທດສະການປູຣິມ ຫຼືເທດສະການຈົກສະຫຼາກກໍຍ້ອນຮາມານໂຍນປູເຣ (ສະຫຼາກ) ເພື່ອກຳນົດມື້ທີ່ຈະກວາດລ້າງຄົນຢິວ.—ອສທ 3:7; 9:26
-
ເປີເຊຍ.
ປະເທດຫຼືຊົນຊາດທີ່ມັກມີການເວົ້າເຖິງຄູ່ກັບເມເດຍ. ໃນຊ່ວງທຳອິດ ຄົນເປີເຊຍປົກຄອງດິນແດນສະເພາະທາງຕາເວັນຕົກສ່ຽງໃຕ້ຂອງພູພຽງອີຣານເທົ່ານັ້ນ. ແຕ່ເມື່ອຮອດສະໄໝທີ່ກະສັດໄຊຣັດຜູ້ຍິ່ງໃຫຍ່ປົກຄອງ (ນັກປະຫວັດສາດບາງຄົນໃນສະໄໝກ່ອນບອກວ່າໄຊຣັດມີພໍ່ເປັນຄົນເປີເຊຍແລະແມ່ເປັນຄົນເມເດຍ) ຄົນເປີເຊຍກໍເລີ່ມມີອຳນາດເໜືອຄົນເມເດຍ ແຕ່ສອງອານາຈັກນີ້ກໍຍັງເປັນອຳນາດຄູ່ກັນຕໍ່ໄປ. ໄຊຣັດເອົາຊະນະຈັກກະວັດບາບີໂລນໃນປີ 539 ກ່ອນ ຄ.ສ ແລະອະນຸຍາດໃຫ້ຄົນຢິວທີ່ເປັນຊະເລີຍກັບບ້ານເກີດ. ຈັກກະວັດເປີເຊຍແຜ່ຂະຫຍາຍດິນແດນຕັ້ງແຕ່ແມ່ນ້ຳສິນທຸທາງຕາເວັນອອກໄປຈົນຮອດທະເລອີຈຽນທາງຕາເວັນຕົກ. ຄົນຢິວຢູ່ໃຕ້ການປົກຄອງຂອງເປີເຊຍຈົນຮອດອາເລັກຊັນເດີຜູ້ຍິ່ງໃຫຍ່ເອົາຊະນະເປີເຊຍໄດ້ໃນປີ 331 ກ່ອນ ຄ.ສ. ດານີເອນເຫັນຈັກກະວັດເປີເຊຍໃນນິມິດ ແລະໃນປຶ້ມເອັດຊະຣາ ເນເຮມີຢາ ແລະເອັດສະເທີກໍເວົ້າເຖິງຈັກກະວັດນີ້. (ອຊຣ 1:1; ດນອ 5:28; 8:20)—ເບິ່ງພາກຜະໜວກ ຂ9
-
ປຸກໃຫ້ຄືນມາຈາກຕາຍ; ຟື້ນຄືນມາຈາກຕາຍ.
ຄຳພາສາກຣີກ ອະນາສະຕາຊິດສ໌ ແປຕາມໂຕວ່າ “ເຮັດໃຫ້ລຸກຂຶ້ນ” ຫຼື “ຢືນຂຶ້ນ.” ໃນກຈກ 24:15) ຄຳພີໄບເບິນເວົ້າເຖິງການປຸກໃຫ້ຄືນມາຈາກຕາຍເພື່ອໄປສະຫວັນນຳອີກ. ມີການໃຊ້ສຳນວນວ່າ “ກຸ່ມທຳອິດທີ່ໄດ້ຮັບການປຸກໃຫ້ຄືນມາຈາກຕາຍ” ຫຼື “ການຄືນມາຈາກຕາຍລຳດັບທຳອິດ” ກັບພວກລູກສິດຂອງພະເຢຊູທີ່ຖືກເລືອກດ້ວຍພະລັງບໍລິສຸດ.—ຢຮ 5:28, 29; 11:25; ຟລປ 3:11; ພນມ 20:5, 6
ຄຳພີໄບເບິນເວົ້າເຖິງການຟື້ນຄືນມາຈາກຕາຍຂອງ 9 ຄົນ ເຊິ່ງລວມເຖິງຕອນທີ່ພະເຢໂຫວາປຸກພະເຢຊູໃຫ້ຄືນມາຈາກຕາຍນຳ. ການປຸກໃຫ້ຄືນມາຈາກຕາຍຂອງຄົນອື່ນໆທີ່ເຮັດໂດຍເອລີຢາ ເອລີຊາ ພະເຢຊູ ເປໂຕ ແລະໂປໂລສະແດງໃຫ້ເຫັນວ່າເກີດຈາກລິດເດດຂອງພະເຈົ້າ. ການປຸກ “ທັງຄົນດີແລະຄົນຊົ່ວ” ໃຫ້ຄືນມາຈາກຕາຍເພື່ອຈະຢູ່ໃນໂລກເປັນສ່ວນສຳຄັນໃນຄວາມຕ້ອງການຂອງພະເຈົ້າ. ( -
ປັດສະຄາ.
ເທດສະການປະຈຳປີທີ່ສະຫຼອງໃນວັນທີ 14 ເດືອນອາບິບ (ຕໍ່ມາເອີ້ນວ່າເດືອນນີຊານ) ເພື່ອລະນຶກເຖິງການທີ່ພະເຈົ້າຊ່ວຍຄົນອິດສະຣາເອນອອກຈາກເອຢິບ. ມີການສະຫຼອງເທດສະການນີ້ໂດຍຂ້າລູກແກະ (ຫຼືແບ້) ແລ້ວປີ້ງກິນກັບຜັກທີ່ມີລົດຊາດຂົມແລະເຂົ້າຈີ່ບໍ່ມີເຊື້ອ.—ອພຍ 12:27; ຢຮ 6:4; 1ກຣ 5:7
ຜ
-
ຜ້າກັ້ງ.
ຜ້າທີ່ຕ່ຳຢ່າງສວຍງາມແລະແສ່ວເປັນຮູບເຄຣູບ. ໃຊ້ສຳລັບຂັ້ນລະຫວ່າງຫ້ອງບໍລິສຸດກັບຫ້ອງບໍລິສຸດທີ່ສຸດທັງໃນເຕັ້ນສັກສິດແລະໃນວິຫານ. (ອພຍ 26:31; 2ຂຄ 3:14; ມທ 27:51; ຮຣ 9:3)—ເບິ່ງພາກຜະໜວກ ຂ5
-
ຜ້າຄຽນຫົວ.
ຜ້າທີ່ພັນອ້ອມຫົວແລະເປັນເຄື່ອງປະດັບຫົວຢ່າງໜຶ່ງ. ປະໂລຫິດໃຫຍ່ໃສ່ຜ້າຄຽນຫົວທີ່ເຮັດຈາກຜ້າລີນິນເນື້ອດີ ແລະມີແຜ່ນຄຳຕິດຢູ່ທາງໜ້າມັດດ້ວຍເຊືອກສີຟ້າ. ກະສັດກໍໃສ່ຜ້າຄຽນຫົວໄວ້ກ້ອງມົງກຸດນຳ. ໂຢບກໍເຄີຍປຽບທຽບຄວາມຍຸຕິທຳຂອງລາວເປັນຄືກັບຜ້າຄຽນຫົວ.—ອພຍ 28:36, 37; ໂຢບ 29:14; ອຊກ 21:26
-
ຜ້າເນື້ອຫຍາບ.
ໃຊ້ເຮັດເປົາຫຼືຖົງ ເຊັ່ນ: ເປົາໃສ່ເຂົ້າ. ສ່ວນຫຼາຍຕ່ຳຈາກຂົນແບ້ສີເຂັ້ມແລະເປັນເຄື່ອງນຸ່ງໃສ່ຕອນທີ່ມີຄວາມທຸກໂສກເສົ້າ.—ປຖກ 37:34; ລກ 10:13
-
ຜູ້ຄວບຄຸມດົນຕີ.
ຄຳນີ້ໃນພາສາເຮັບເຣີຕາມທີ່ໃຊ້ໃນປຶ້ມເພງສັນລະເສີນເບິ່ງຄືວ່າຈະໝາຍເຖິງຄົນທີ່ຮຽບຮຽງແລະຄວບຄຸມການຮ້ອງເພງ ຝຶກຊ້ອມແລະຝຶກສອນນັກຮ້ອງຄົນເລວີ ລວມທັງເປັນຜູ້ນຳການສະແດງໃນພິທີຕ່າງໆ.—ພສ 4:ຫົວບົດ; 5:ຫົວບົດ
-
ຜູ້ຊ່ວຍວຽກຮັບໃຊ້.
ມາຈາກຄຳພາສາກຣີກ ດິອາໂຄໂນສ໌ ເຊິ່ງມັກແປວ່າ “ຜູ້ຮັບໃຊ້” ຫຼື “ຄົນຮັບໃຊ້.” ຄຳວ່າ “ຜູ້ຊ່ວຍວຽກຮັບໃຊ້” ໝາຍເຖິງຄົນທີ່ເປັນຜູ້ຊ່ວຍຂອງຄະນະຜູ້ເບິ່ງແຍງໃນປະຊາຄົມ. ລາວຕ້ອງມີຄຸນສົມບັດຕາມທີ່ຄຳພີໄບເບິນກຳນົດໄວ້.—1ຕມ 3:8-10, 12
-
ຜູ້ຕໍ່ຕ້ານພະຄລິດ.
ຄຳນີ້ໃນພາສາກຣີກມີຄວາມໝາຍ 2 ແງ່. ແງ່ໜຶ່ງໝາຍເຖິງຜູ້ໃດຜູ້ໜຶ່ງຫຼືສິ່ງໃດກໍຕາມທີ່ຕໍ່ຕ້ານພະຄລິດ ແລະອີກແງ່ໜຶ່ງໝາຍເຖິງພະຄລິດປອມຫຼືຜູ້ທີ່ສວມຮອຍເປັນພະຄລິດ. ຄຳນີ້ໃຊ້ໄດ້ກັບທັງຄົນຜູ້ດຽວ ກຸ່ມຄົນ ຫຼືອົງການທີ່ແອບອ້າງວ່າເປັນຕົວແທນຂອງພະຄລິດ ຫຼືອ້າງວ່າເປັນເມຊີອາ ຫຼືຕໍ່ຕ້ານພະຄລິດກັບພວກລູກສິດຂອງເພິ່ນ.—1ຢຮ 2:22
-
ຜູ້ຕັດສິນ.
ຄົນທີ່ພະເຢໂຫວາແຕ່ງຕັ້ງເພື່ອຊ່ວຍເຫຼືອປະຊາຊົນຂອງເພິ່ນໃຫ້ລອດຈາກສັດຕູໃນຜຕສ 2:16
ຊ່ວງທີ່ຄົນອິດສະຣາເອນຍັງບໍ່ມີກະສັດທີ່ເປັນມະນຸດປົກຄອງ.— -
ຜູ້ນຳ; ຜູ້ປົກຄອງ.
ຜູ້ຊາຍທີ່ມີອຳນາດແລະຕຳແໜ່ງໃນກຸ່ມຄົນຫຼືໃນປະເທດ. ໃນປຶ້ມພະນິມິດແປຄຳນີ້ວ່າ “ຜູ້ປົກຄອງ” ເມື່ອໃຊ້ກັບບຸກຄົນກຸ່ມໜຶ່ງໃນສະຫວັນ.—ອພຍ 4:29; ສພສ 31:23; ມທ 21:23; ພນມ 4:4
-
ຜູ້ນຳຄົນສຳຄັນ.
ຄຳເອີ້ນທີ່ສະແດງເຖິງບົດບາດສຳຄັນຂອງພະເຢຊູຄລິດໃນການຊ່ວຍມະນຸດທີ່ສັດຊື່ໃຫ້ຫຼຸດພົ້ນຈາກຜົນກະທົບຂອງບາບທີ່ນຳໄປສູ່ຄວາມຕາຍ ແລະພາມະນຸດໄປສູ່ຊີວິດຕະຫຼອດໄປ.—ກຈກ 3:15; 5:31; ຮຣ 2:10; 12:2
-
ຜູ້ເບິ່ງແຍງ.
ຜູ້ຊາຍທີ່ມີໜ້າທີ່ເບິ່ງແຍງປະຊາຄົມຄືກັບທີ່ຜູ້ລ້ຽງແກະເບິ່ງແຍງແກະ. ຄຳນີ້ແປຈາກຄຳພາສາກຣີກ ເອພິສ໌ໂຄໂພສ໌ ເຊິ່ງສະແດງວ່າໜ້າທີ່ພື້ນຖານຂອງຜູ້ເບິ່ງແຍງແມ່ນການເບິ່ງແຍງແລະປົກປ້ອງ. ສ່ວນຄຳພາສາກຣີກອີກຄຳໜຶ່ງທີ່ບາງຄັ້ງແປວ່າຜູ້ເບິ່ງແຍງຄືກັນແມ່ນ ເພຣສະບິເທໂຣສ໌ ເຊິ່ງມີຄວາມໝາຍຕາມໂຕວ່າ “ຜູ້ທີ່ມີອາຍຸຫຼາຍ.” ຄຳນີ້ສະແດງເຖິງຄວາມເປັນຜູ້ໃຫຍ່ຂອງຄົນທີ່ເຮັດໜ້າທີ່ນີ້.—ກຈກ 20:28; 1ຕມ 3:2-7; ຕຕ 1:5; 1ປຕ 5:1, 2
-
ຜູ້ພະຍາກອນ.
ຄົນທີ່ບອກໃຫ້ຄົນອື່ນຮູ້ຄວາມຕ້ອງການຂອງພະເຈົ້າ. ຜູ້ພະຍາກອນເຮັດໜ້າທີ່ເປັນຜູ້ເວົ້າແທນພະເຈົ້າ. ລາວບໍ່ພຽງແຕ່ທຳນາຍເທົ່ານັ້ນ ແຕ່ຍັງບອກຄຳສອນ ຄຳສັ່ງ ແລະຄຳຕັດສິນຂອງພະເຢໂຫວານຳ.—ອມ 3:7; 2ປຕ 1:21
-
ຜູ້ເຫັນນິມິດ.
ຄົນທີ່ພະເຈົ້າໃຫ້ມີຄວາມສາມາດທີ່ຈະເຂົ້າໃຈຄວາມຕ້ອງການຂອງເພິ່ນ ເປັນຄົນທີ່ສາມາດເຫັນຫຼືເຂົ້າໃຈສິ່ງທີ່ຄົນທົ່ວໄປເບິ່ງບໍ່ອອກ. ຄຳນີ້ໃນພາສາເຮັບເຣີມີເຄົ້າສັບມາຈາກຄຳທີ່ແປວ່າ “ເຫັນ” ທັງຕາມໂຕອັກສອນຫຼືຄວາມໝາຍແຝງ. ຄົນທີ່ມີບັນຫາຫຼືຕ້ອງການຄຳແນະນຳມັກຈະມາຫາຜູ້ເຫັນນິມິດ.—1ຊມ 9:9
-
ຜິດສິນລະທຳທາງເພດ.
ມາຈາກຄຳພາສາກຣີກ ພໍເນຍ ໝາຍເຖິງຄວາມສຳພັນທາງເພດທຸກຊະນິດທີ່ຜິດກົດໝາຍຂອງພະເຈົ້າ ເຊັ່ນ: ການຫຼິ້ນຊູ້ ການເປັນໂສເພນີ ເພດສຳພັນລະຫວ່າງຄົນທີ່ຍັງບໍ່ແຕ່ງດອງ ການຮັກເພດດຽວກັນ ແລະເພດສຳພັນກັບສັດ. ປຶ້ມພະນິມິດໃຊ້ຄຳນີ້ໃນຄວາມໝາຍເປັນໄນເມື່ອເວົ້າເຖິງສາສະໜາຕ່າງໆທີ່ເອີ້ນວ່າ “ບາບີໂລນໃຫຍ່” ໂດຍໃຫ້ພາບວ່າສາສະໜາເຫຼົ່ານີ້ເປັນໂສເພນີທີ່ເຮັດຜິດສິນລະທຳທາງເພດກັບພວກຜູ້ປົກຄອງໃນໂລກເພື່ອຫວັງຈະໄດ້ອຳນາດແລະຊັບສົມບັດ. (ມທ 5:32; ກຈກ 15:29; ຄລຕ 5:19; ພນມ 14:8; 17:2; 18:3)—ເບິ່ງຄຳວ່າ “ໂສເພນີ”
-
ແຜ່ນປົກເອິກ.
ແຜ່ນທີ່ຝັງຫີນແກ້ວທີ່ປະໂລຫິດຂອງຄົນອິດສະຣາເອນຕ້ອງໃສ່ປົກເອິກທຸກເທື່ອຕອນທີ່ເຂົ້າໄປໃນບ່ອນບໍລິສຸດ. ບາງເທື່ອກໍເອີ້ນວ່າ “ແຜ່ນປົກເອິກທີ່ໃຊ້ເພື່ອຕັດສິນ” ຍ້ອນມີອູຣີມກັບທູມມີມໃສ່ໄວ້ໃນແຜ່ນປົກເອິກເພື່ອຊ່ວຍໃຫ້ຮູ້ຄຳຕັດສິນຂອງພະເຢໂຫວາ. (ອພຍ 28:15-30)—ເບິ່ງພາກຜະໜວກ ຂ5
-
ແຜ່ນຫີນທີ່ມີກົດໝາຍຂອງພະເຈົ້າ.
ຄຳນີ້ສ່ວນຫຼາຍໝາຍເຖິງແຜ່ນຫີນ 2 ແຜ່ນທີ່ພະເຈົ້າໃຫ້ກັບໂມເຊ. ຢູ່ແຜ່ນຫີນນັ້ນມີກົດໝາຍ 10 ຂໍ້ຂຽນໄວ້ ເຊິ່ງເອີ້ນອີກຢ່າງໜຶ່ງວ່າ “ແຜ່ນຫີນທີ່ເປັນຄືກັບພະຍານ.”—ອພຍ 31:18
-
ຜົນລະປູກຊຸດທຳອິດ.
ຜົນລະປູກທີ່ເກັບກ່ຽວໄດ້ຮອບທຳອິດຂອງລະດູເກັບກ່ຽວ ຫຼືຜົນລະປູກຈຊບ 15:21; ສພສ 3:9; 1ກຣ 15:23; ພນມ 14:4
ຊຸດທຳອິດຂອງສິ່ງໃດກໍຕາມ. ພະເຢໂຫວາກຳນົດວ່າຊາດອິດສະຣາເອນຕ້ອງເອົາຜົນລະປູກຊຸດທຳອິດຂອງເຂົາເຈົ້າມາໃຫ້ເພິ່ນ ບໍ່ວ່າຈະເປັນຄົນ ສັດ ຫຼືຜົນລະປູກ. ຄົນອິດສະຣາເອນໝົດຊາດເອົາຜົນລະປູກຊຸດທຳອິດມາໃຫ້ພະເຈົ້າໃນເທດສະການເຂົ້າຈີ່ບໍ່ມີເຊື້ອແລະເທດສະການເພັນເຕກອດ. ຄຳວ່າ “ຜົນລະປູກຊຸດທຳອິດ” ຍັງໃຊ້ເປັນພາບປຽບທຽບເຖິງພະຄລິດແລະລູກສິດທີ່ເພິ່ນເລືອກນຳອີກ.—
ຝ
-
ຝາຫີບ.
ຝາຂອງຫີບສັນຍາ ເຊິ່ງປະໂລຫິດໃຫຍ່ຈະເອົາເລືອດຂອງເຄື່ອງບູຊາໄຖ່ບາບໄປຊິດໃສ່ໜ້າຫີບໃນວັນໄຖ່ຄວາມຜິດ. ຄຳນີ້ໃນພາສາເຮັບເຣີມາຈາກຄຳກຳມະທີ່ໝາຍເຖິງ “ປົກຄຸມ (ຄວາມຜິດ)” ຫຼື “ລົບລ້າງ (ຄວາມຜິດ).” ທັງໝົດຂອງຝາເຮັດຈາກຄຳແລະມີຮູບເຄຣູບສອງອົງຢູ່ສົ້ນຝາຂ້າງລະອົງ. (ອພຍ 25:17-22; 1ຂຄ 28:11; ຮຣ 9:5)—ເບິ່ງພາກຜະໜວກ ຂ5
ພ
-
ພະຄຳພີ.
ຂໍ້ຄວາມສັກສິດທີ່ເປັນຄຳເວົ້າຂອງພະເຈົ້າ. ສ່ວນຫຼາຍແລ້ວມີການໃຊ້ຄຳນີ້ໃນພະຄຳພີຄລິດສະຕຽນພາກພາສາກຣີກ.—ລກ 24:27; 2ຕມ 3:16
-
ພະຄລິດ.
ຕຳແໜ່ງຂອງພະເຢຊູ. ຄຳນີ້ມາຈາກຄຳພາສາກຣີກ ຄລິດສ໌ໂຕສ໌ ເຊິ່ງກົງກັບຄຳພາສາເຮັບເຣີທີ່ແປວ່າ “ເມຊີອາ” ຫຼື “ຜູ້ຖືກເລືອກ.”—ມທ 1:16; ຢຮ 1:41
-
ພະເຈົ້າທ່ຽງແທ້.
ມາຈາກຄຳພາສາເຮັບເຣີທີ່ແປຕາມໂຕວ່າ “ພະເຈົ້າອົງນັ້ນ.” ຄຳນີ້ເຮັດໃຫ້ເຫັນວ່າພະເຢໂຫວາເປັນພະເຈົ້າທ່ຽງແທ້ອົງດຽວແລະແຍກເພິ່ນອອກຈາກພະປອມຢ່າງຈະແຈ້ງ. ການໃຊ້ຄຳວ່າ “ພະເຈົ້າທ່ຽງແທ້” ຈຶ່ງຊ່ວຍຮັກສາຄວາມໝາຍທີ່ຄົບຖ້ວນຂອງຄຳພາສາເຮັບເຣີນັ້ນໄວ້.—ປຖກ 5:22, 24; 46:3; ພບຍ 4:39
-
ພະຍາດທຳລາຍຜົນລະປູກ.
ພະຍາດກາຝາກຕ່າງໆທີ່ເກີດກັບພືດ. ພະຍາດນີ້ທີ່ເວົ້າເຖິງໃນຄຳພີໄບເບິນອາດແມ່ນພະຍາດເຊື້ອຣາຂີ້ໝ້ຽງ (Puccinia graminis).—1ກສ 8:37
-
ພະລັງບໍລິສຸດ.
ເປັນພະລັງທີ່ເບິ່ງບໍ່ເຫັນເຊິ່ງພະເຈົ້າໃຊ້ເຮັດສິ່ງຕ່າງໆທີ່ເພິ່ນຕ້ອງການ. ພະລັງນີ້ບໍລິສຸດ ຍ້ອນມາຈາກພະເຢໂຫວາເຊິ່ງເປັນພະເຈົ້າທີ່ບໍລິສຸດແລະເຮັດສິ່ງທີ່ຖືກຕ້ອງສະເໝີ ແລະຍ້ອນເປັນພະລັງທີ່ພະເຈົ້າໃຊ້ເພື່ອເຮັດສິ່ງທີ່ບໍລິສຸດນຳ.—ລກ 1:35; ກຈກ 1:8
-
ພາໄພຣັດ.
ພືດນ້ຳຊະນິດໜຶ່ງທີ່ຄ້າຍຄືກັບຕົ້ນຜືໃຊ້ເຮັດສິ່ງຂອງຕ່າງໆເຊັ່ນ: ກະຕ່າ ພາຊະນະ ແລະເຮືອ. ມີການໃຊ້ພາໄພຣັດເຮັດເຈ້ຍແລະເຮັດມ້ວນໜັງສືຈຳນວນຫຼາຍ.—ອພຍ 2:3
-
ພໍເນຍ.—
ເບິ່ງຄຳວ່າ “ຜິດສິນລະທຳທາງເພດ”
-
ພັກພວກຂອງເຮໂຣດ.
ເຂົາເຈົ້າຍັງຖືກເອີ້ນວ່າພວກເຮໂຣດຽນ. ພວກນີ້ເປັນກຸ່ມຊາດນິຍົມທີ່ສະໜັບສະໜູນເປົ້າໝາຍທາງການເມືອງຂອງຄອບຄົວເຮໂຣດທີ່ປົກຄອງຢູ່ໃຕ້ອຳນາດຂອງຈັກກະວັດໂຣມ. ພວກຊາດູກາຍບາງຄົນກໍອາດເປັນສະມາຊິກຂອງກຸ່ມນີ້. ພວກເຮໂຣດຽນຮ່ວມມືກັບພວກຟາຣິຊາຍໃນການຕໍ່ຕ້ານພະເຢຊູ.—ມຣກ 3:6
-
ພວກທີ່ທຳນາຍໂດຍເບິ່ງດວງດາວ.
ຄົນທີ່ສຶກສາການໂຄຈອນຂອງດວງຕາເວັນ ດວງເດືອນ ແລະດວງດາວເພື່ອທຳນາຍອະນາຄົດ.—ດນອ 2:27; ມທ 2:1
-
ເພງສຳລັບຍ່າງຂຶ້ນ.
ຫົວບົດຂອງເພງສັນລະເສີນບົດທີ 120-134. ເຖິງວ່າຈະມີຄວາມ
ຄິດຫຼາກຫຼາຍກ່ຽວກັບຄວາມໝາຍຂອງວະລີນີ້ ແຕ່ຫຼາຍຄົນເຊື່ອວ່າເພງສັນລະເສີນ 15 ບົດນີ້ຈະຮ້ອງຕອນທີ່ຜູ້ນະມັດສະການຄົນອິດສະຣາເອນທີ່ມີຄວາມສຸກ ‘ຍ່າງຂຶ້ນ’ ໄປເມືອງເຢຣູຊາເລັມເຊິ່ງຢູ່ເທິງພູຂອງຢູດາເພື່ອເຂົ້າຮ່ວມເທດສະການໃຫຍ່ປະຈຳປີທີ່ມີ 3 ເທື່ອ. -
ເພງສັນລະເສີນ.
ເພງສັນລະເສີນພະເຈົ້າ. ເປັນເພງທີ່ຜູ້ນະມັດສະການພະເຈົ້າຮ້ອງປະສານກັບສຽງດົນຕີ. ມີການຮ້ອງເພງແບບນີ້ເມື່ອນະມັດສະການພະເຢໂຫວາພະເຈົ້າຢູ່ວິຫານໃນເມືອງເຢຣູຊາເລັມ.—ລກ 20:42; ກຈກ 13:33; ຢກບ 5:13
-
ເພງໄວ້ອາໄລ.
ບົດເພງຫຼືທຳນອງເພງທີ່ສະແດງຄວາມໂສກເສົ້າເສຍໃຈຫຼາຍ ເຊັ່ນ: ເມື່ອໝູ່ຫຼືຄົນທີ່ຮັກຕາຍຈາກໄປ. ນອກຈາກນີ້ຍັງເອີ້ນວ່າ “ເພງໄວ້ທຸກ” ນຳ.—2ຊມ 1:17; ພສ 7:ຫົວບົດ
-
ເພັນເຕກອດ.
ເທດສະການທີສອງໃນສາມເທດສະການສຳຄັນທີ່ຜູ້ຊາຍຄົນຢິວທຸກຄົນຕ້ອງໄປຮ່ວມສະຫຼອງໃນເມືອງເຢຣູຊາເລັມ. ຄຳວ່າ “ເພັນເຕກອດ” ແປວ່າ “(ວັນ) ທີຫ້າສິບ” ເປັນຊື່ທີ່ໃຊ້ໃນພະຄຳພີຄລິດສະຕຽນພາກພາສາກຣີກ ເພື່ອເອີ້ນເທດສະການເກັບກ່ຽວຫຼືເທດສະການສະຫຼອງຫຼັງຄົບ 7 ອາທິດໃນພະຄຳພີພາກພາສາເຮັບເຣີ. ເທດສະການນີ້ສະຫຼອງໃນວັນທີ 50 ໂດຍເລີ່ມນັບຈາກວັນທີ 16 ເດືອນນີຊານ.—ອພຍ 23:16; 34:22; ກຈກ 2:1
-
ພິມ.
ຫົວໜ່ວຍນ້ຳໜັກແລະຄ່າຝົນເຄື່ອງມືໂລຫະທີ່ຄົນຟີລິດສະຕີນເກັບຈາກຄົນອິດສະຣາເອນ. ນັກບູຮານຄະດີຄົ້ນພົບຫີນທີ່ໃຊ້ຊັ່ງນ້ຳໜັກຫຼາຍອັນໃນອິດສະຣາເອນທີ່ມີຄຳວ່າ “ພິມ” ໃນພາສາເຮັບເຣີບູຮານ ຫີນທີ່ໃຊ້ຊັ່ງນ້ຳໜັກເຫຼົ່ານີ້ມີນ້ຳໜັກໂດຍສະເລ່ຍ 7,8 ກຣາມ ຫຼືປະມານ 2 ສ່ວນ 3 ເຊເກນ.—1ຊມ 13:20, 21
ຟ
-
ຟາທອມ.
ຫົວໜ່ວຍວັດແທກຄວາມເລິກຂອງນ້ຳ ເຊິ່ງເທົ່າກັບ 1,8 ແມັດ. (ກຈກ 27:28)—ເບິ່ງພາກຜະໜວກ ຂ14
-
ຟາຣີຊາຍ.
ນິກາຍໃຫຍ່ນິກາຍໜຶ່ງຂອງສາສະໜາຢິວໃນສະຕະວັດທຳອິດ. ຟາຣີຊາຍບໍ່ໄດ້ສືບເຊື້ອສາຍມາຈາກປະໂລຫິດ ແຕ່ເປັນພວກທີ່ເຮັດຕາມກົດໝາຍຂອງໂມເຊຢ່າງເຄັ່ງຄັດໃນທຸກລາຍລະອຽດແມ່ນແຕ່ເລື່ອງເລັກໆນ້ອຍໆແລະຍົກຍ້ອງຄຳສອນສືບປາກທຽບເທົ່າກັບກົດໝາຍຂອງໂມເຊ. (ມທ 23:23) ເຂົາເຈົ້າຕໍ່ຕ້ານອິດທິພົນຂອງວັດທະນະທຳກຣີກແລະເຂົາເຈົ້າຊ່ຽວຊານເລື່ອງກົດໝາຍຂອງໂມເຊກັບທຳນຽມຕ່າງໆຂອງຄົນຢິວ ເຂົາເຈົ້າຈຶ່ງມີອຳນາດຫຼາຍໃນສັງຄົມ. (ມທ 23:2-6) ຟາຣີຊາຍບາງຄົນເປັນສະມາຊິກຂອງສານຊັນເຮດຣິນນຳ. ເຂົາເຈົ້າມັກຈັບຜິດພະເຢຊູກ່ຽວກັບກົດວັນຊະບາໂຕ ກ່ຽວກັບທຳນຽມຕ່າງໆແລະຕຳໜິພະເຢຊູທີ່ຄົບຫາກັບຄົນບາບແລະຄົນເກັບພາສີ. ຟາຣີຊາຍບາງຄົນກໍເຂົ້າມາເປັນຄລິດສະຕຽນ ເຊັ່ນ: ໂຊໂລຈາກເມືອງຕາໂຊ.—ມທ 9:11; 12:14; ມຣກ 7:5; ລກ 6:2; ກຈກ 26:5
-
ຟາໂຣ.
ຕຳແໜ່ງຂອງກະສັດເອຢິບ. ໃນຄຳພີໄບເບິນເວົ້າເຖິງຊື່ຂອງຟາໂຣ 5 ອົງ (ຊີຊາກ ໂສ ຕີຮາກາ ເນໂກ ໂຮຟະຣາ) ແຕ່ອົງອື່ນໆນອກຈາກນີ້ບໍ່ມີຊື່ບອກໄວ້ ລວມທັງຟາໂຣທີ່ເຄີຍຕິດຕໍ່ກ່ຽວຂ້ອງກັບອັບຣາຮາມ ໂມເຊ ແລະໂຢເຊັບ.—ອພຍ 15:4; ຣມ 9:17
-
ຟີລິດສະຕີນ.
ແຜ່ນດິນທີ່ຢູ່ແຄມຝັ່ງທາງໃຕ້ຂອງອິດສະຣາເອນ. ຄົນທີ່ອົບພະຍົບຈາກເກາະກະເຣເຕມາຕັ້ງຖິ່ນຖານຢູ່ຫັ້ນເອີ້ນວ່າຄົນຟີລິດສະຕີນ. ອພຍ 13:17; 1ຊມ 17:4; ອມ 9:7)—ເບິ່ງພາກຜະໜວກ ຂ4
ດາວິດເຄີຍເອົາຊະນະຊົນຊາດນີ້ໄດ້ ແຕ່ພວກຟີລິດສະຕີນກໍບໍ່ເຄີຍເປັນເມືອງຂຶ້ນຂອງໃຜແລະເປັນສັດຕູກັບຄົນອິດສະຣາເອນສະເໝີ. (
ມ
-
ມາເກໂດເນຍ.
ແຜ່ນດິນທີ່ຢູ່ທາງເໜືອຂອງກຣີກ ເຊິ່ງມີບົດບາດສຳຄັນໃນໄລຍະທີ່ອາເລັກຊັນເດີຜູ້ຍິ່ງໃຫຍ່ປົກຄອງ. ມາເກໂດເນຍເປັນແຜ່ນດິນທີ່ບໍ່ຂຶ້ນກັບໃຜຈົນຮອດຕອນທີ່ຈັກກະວັດໂຣມມາຍຶດເອົາໄດ້. ຕອນທີ່ອັກຄະສາວົກໂປໂລໄປເອີຣົບຄັ້ງທຳອິດ ມາເກໂດເນຍເປັນແຂວງໜຶ່ງຂອງຈັກກະວັດໂຣມ. ໂປໂລເຄີຍໄປບ່ອນນັ້ນ 3 ເທື່ອ. (ກຈກ 16:9)—ເບິ່ງພາກຜະໜວກ ຂ13
-
ມານາ.
ອາຫານຫຼັກຂອງຄົນອິດສະຣາເອນໃນໄລຍະ 40 ປີໃນບ່ອນກັນດານ ເຊິ່ງພະເຢໂຫວາຈັດກຽມໃຫ້ໂດຍການອັດສະຈັນ. ທຸກໆເຊົ້າຫຼັງຈາກນ້ຳຄ້າງເຫີຍໝົດແລ້ວຈະເຫັນມານາຢູ່ເທິງພື້ນດິນຍົກເວັ້ນໃນວັນຊະບາໂຕ. ຕອນທີ່ຄົນອິດສະຣາເອນເຫັນມານາເທື່ອທຳອິດ ເຂົາເຈົ້າເວົ້າວ່າ “ອັນນີ້ແມ່ນຫຍັງນິ?” ຫຼືໃນພາສາເຮັບເຣີແມ່ນ “ມານຮູ?” (ອພຍ 16:13-15, 35) ໃນຂໍ້ຄຳພີອື່ນໆເອີ້ນມານາວ່າ “ອາຫານຈາກສະຫວັນ” (ພສ 78:24) “ແນວກິນຕົກລົງມາ” (ພສ 105:40) ແລະ “ອາຫານຂອງພວກທູດສະຫວັນ.” (ພສ 78:25) ພະເຢຊູກໍເວົ້າເຖິງມານາໃນລັກສະນະປຽບທຽບຄືກັນ.—ຢຮ 6:49, 50
-
ມາຮາລາດ.
ເບິ່ງຄືວ່າຈະເປັນຄຳສັບທາງດົນຕີທີ່ຢູ່ໃນຫົວບົດຂອງເພງສັນລະເສີນບົດ 53 ແລະ 88. ອາດກ່ຽວຂ້ອງກັບຄຳກຳມະພາສາເຮັບເຣີທີ່ແປວ່າ “ອ່ອນແຮງ” ຫຼື “ປ່ວຍ” ຄຳນີ້ສະແດງເຖິງອາລົມໂສກເສົ້າ ເຊິ່ງກົງກັບເນື້ອໃນທີ່ໂສກເສົ້າຂອງເພງສັນລະເສີນທັງສອງບົດ.
-
ມິນາ.
ໃນປຶ້ມເອເຊກຽນໃຊ້ຄຳວ່າ “ມາເນ.” ເປັນທັງຫົວໜ່ວຍນ້ຳໜັກແລະຫົວໜ່ວຍເງິນຕາ. ເມື່ອເບິ່ງຈາກຫຼັກຖານທາງບູຮານຄະດີ 1 ມິນາເທົ່າກັບ 50 ເຊເກນ ແລະ 1 ເຊເກນ ໜັກ 11,4 ກຣາມ ມິນາໃນພະຄຳພີພາກພາສາເຮັບເຣີໜັກ 570 ກຣາມ. ອາດມີທັງມິນາທົ່ວໄປແລະມິນາທີ່ໃຊ້ໃນວັງຄືກັບໃນກໍລະນີຂອງສອກ. ໃນພະຄຳພີຄລິດສະຕຽນພາກພາສາກຣີກ 1 ມິນາເທົ່າກັບ 100 ດັກມາ ເຊິ່ງເທົ່າກັບ 340 ກຣາມ ແລະ 60 ມິນາເທົ່າກັບ 1 ຕະລັນ. (ອຊຣ 2:69; ລກ 19:13)—ເບິ່ງພາກຜະໜວກ ຂ14
-
ມີເລກອມ.
ພະເຈົ້າທີ່ຄົນອຳໂມນນະມັດສະການ. ອາດເປັນອົງດຽວກັບພະໂມເລັກ. (1ກສ 11:5, 7) ໂຊໂລໂມນສ້າງບ່ອນນະມັດສະການໃຫ້ພະປອມອົງນີ້ໃນໄລຍະທ້າຍການປົກຄອງຂອງລາວ.—ເບິ່ງຄຳວ່າ “ໂມເລັກ”
-
ມື້ກຽມ.
ມື້ກ່ອນວັນຊະບາໂຕ ເປັນມື້ທີ່ຄົນຢິວຈະກຽມທຸກສິ່ງໃຫ້ພ້ອມສຳລັບວັນຊະບາໂຕ. ມື້ກະກຽມສິ້ນສຸດລົງຕອນຕາເວັນຕົກດິນຂອງວັນສຸກຕາມປະຕິທິນສະໄໝນີ້ ແລ້ວວັນຊະບາໂຕກໍເລີ່ມຕົ້ນ. ມື້ຂອງຄົນຢິວເລີ່ມນັບຈາກຕອນແລງໄປຈົນຮອດຕອນແລງຂອງມື້ຕໍ່ໄປ.—ມຣກ 15:42; ລກ 23:54
-
ມື້ເດືອນອອກໃໝ່.
ມື້ທຳອິດຂອງແຕ່ລະເດືອນຕາມປະຕິທິນຂອງຄົນຢິວເຊິ່ງເປັນມື້ທີ່ມີການມາລວມໂຕກັນ ກິນລ້ຽງສະຫຼອງ ແລະເອົາເຄື່ອງບູຊາພິເສດໃຫ້. ຕໍ່ມາ ມື້ນັ້ນກາຍເປັນເທດສະການສຳຄັນຂອງຊາດແລະປະຊາຊົນຈຊບ 10:10; 2ຂຄ 8:13; ກລຊ 2:16
ຈະບໍ່ເຮັດວຽກໃນມື້ນັ້ນ.— -
ມື້ທີ່ພະເຈົ້າຕັດສິນ.
ໄລຍະເວລາໜຶ່ງທີ່ພະເຈົ້າຕັດສິນກຸ່ມຄົນ ຊົນຊາດ ຫຼືໝົດທຸກຄົນໃນໂລກ. ອາດເປັນໄລຍະເວລາທີ່ມີການຕັດສິນລົງໂທດຄົນທີ່ສົມຄວນຕາຍ ຫຼືເປັນໂອກາດທີ່ບາງຄົນຈະໄດ້ການຊ່ວຍໃຫ້ລອດແລະມີຊີວິດຕະຫຼອດໄປ. ພະເຢຊູຄລິດແລະພວກອັກຄະສາວົກບອກໃຫ້ຮູ້ວ່າ “ມື້ທີ່ພະເຈົ້າຕັດສິນ” ທີ່ຈະເກີດຂຶ້ນໃນອະນາຄົດຈະກ່ຽວຂ້ອງກັບທັງຄົນທີ່ມີຊີວິດຢູ່ແລະຄົນທີ່ຕາຍໄປແລ້ວ.—ມທ 12:36
-
ເມຊີອາ.
ມາຈາກຄຳພາສາເຮັບເຣີທີ່ແປວ່າ “ຖືກເລືອກ” ຫຼື “ຜູ້ຖືກເລືອກ.” ມີຄວາມໝາຍກົງກັບຄຳວ່າ “ຄລິດ” ໃນພາສາກຣີກ.—ດນອ 9:25; ຢຮ 1:41
-
ເມເດຍ.
ຊົນຊາດທີ່ສືບເຊື້ອສາຍມາຈາກມາດາຍລູກຊາຍຂອງຢາເຟດ. ເຂົາເຈົ້າອາໄສຢູ່ໃນເຂດພູສູງຂອງທົ່ງພຽງອີຣານເຊິ່ງກາຍມາເປັນປະເທດເມເດຍ. ຄົນເມເດຍຮ່ວມມືກັບບາບີໂລນເພື່ອຍຶດອັດຊີເຣຍ. ຕອນນັ້ນເປີເຊຍເປັນແຂວງໜຶ່ງທີ່ຢູ່ໃຕ້ອຳນາດຂອງເມເດຍ ແຕ່ໄຊຣັດກະສັດເປີເຊຍໄດ້ກະບົດ. ເມເດຍຈຶ່ງຖືກລວມເຂົ້າກັບເປີເຊຍແລະກາຍເປັນຈັກກະວັດເມເດຍ-ເປີເຊຍເຊິ່ງເອົາຊະນະຈັກກະວັດບາບີໂລນໃໝ່ໄດ້ໃນປີ 539 ກ່ອນ ຄ.ສ. ມີຄົນເມເດຍບາງຄົນຢູ່ໃນເມືອງເຢຣູຊາເລັມໃນວັນເພັນເຕກອດປີ ຄ.ສ 33. (ດນອ 5:28, 31; ກຈກ 2:9)—ເບິ່ງພາກຜະໜວກ ຂ9
-
ເມໂຣດັກ.
ເທບພະເຈົ້າສູງສຸດຂອງເມືອງບາບີໂລນ. ຫຼັງຈາກຮຳມູຣາບີເຊິ່ງເປັນກະສັດແລະເປັນຜູ້ອອກກົດໝາຍຂອງບາບີໂລນໄດ້ຕັ້ງເມືອງບາບີໂລນໃຫ້ເປັນເມືອງຫຼວງ ເມໂຣດັກ (ຫຼືມາດຸກ) ກໍມີຄວາມສຳຄັນຫຼາຍຂຶ້ນເລື້ອຍໆຈົນໃນທີ່ສຸດກໍມາແທນທີ່ເທບພະເຈົ້າອົງກ່ອນໆແລະກາຍເປັນເທບພະເຈົ້າສູງສຸດທີ່ຄົນບາບີໂລນນັບຖື. ໃນສະໄໝຕໍ່ມາ ຊື່ເມໂຣດັກ (ຫຼືມາດຸກ) ຖືກແທນທີ່ດ້ວຍຕຳແໜ່ງ “ເບລູ” (“ເຈົ້າຂອງ”) ແລະຄົນທົ່ວໄປເອີ້ນເມໂຣດັກວ່າເບນ.—ຢຣມ 50:2
-
ໂມລົກ.—
ເບິ່ງຄຳວ່າ “ໂມເລັກ”
-
ໂມເລັກ.
ພະເຈົ້າຂອງຄົນອຳໂມນ ເຊິ່ງອາດເປັນອົງດຽວກັບພະມັນກາມ ພະມີເລກອມ ແລະພະໂມລົກ. ຄຳນີ້ອາດເປັນຕຳແໜ່ງ ບໍ່ແມ່ນຊື່ຂອງພະເຈົ້າອົງໃດໂດຍສະເພາະ. ກົດໝາຍຂອງໂມເຊສັ່ງໃຫ້ປະຫານຊີວິດຄົນທີ່ເອົາລູກໄປເຜົາບູຊາໃຫ້ພະໂມເລັກ.—ລລວ 20:2; ຢຣມ 32:35; ກຈກ 7:43
-
ເມຍນ້ອຍ.
ເມຍຜູ້ທີ 2 ເຊິ່ງສ່ວນຫຼາຍແມ່ນຜູ້ຍິງທີ່ເປັນທາດ.—ອພຍ 21:8; 2ຊມ 5:13; 1ກສ 11:3
-
ໄມ້ແທກ.
ໄມ້ສຳລັບແທກ ຍາວ 6 ສອກ. ຖ້າເປັນສອກທຳມະດາ ໄມ້ແທກຈະຍາວເທົ່າກັບ 2,67 ແມັດ ແຕ່ຖ້າເປັນສອກຍາວ ໄມ້ແທກຈະຍາວເທົ່າກັບ 3,11 ແມັດ. (ອຊກ 40:3, 5; ພນມ 11:1)—ເບິ່ງພາກຜະໜວກ ຂ14
-
ໄມ້ອໍ້.
ຄຳນີ້ໃຊ້ກັບຕົ້ນໄມ້ຫຼາຍຊະນິດເຊິ່ງມັກເກີດຢູ່ບ່ອນທີ່ປຽກຊຸ່ມ. ສ່ວນຫຼາຍແລ້ວໜ້າຈະແມ່ນຊະນິດ Arundo donax. (ໂຢບ 8:11; ອຊຢ 42:3; ມທ 27:29; ພນມ 11:1)—ເບິ່ງຄຳວ່າ “ໄມ້ແທກ”
-
ມິກທາມ.
ຄຳພາສາເຮັບເຣີທີ່ຢູ່ໃນຫົວບົດເພງສັນລະເສີນ 6 ບົດ. (ພສ 16; 56-60) ຄຳນີ້ເປັນຄຳສັບສະເພາະທີ່ບໍ່ຮູ້ຄວາມໝາຍທີ່ແນ່ນອນ ແຕ່ອາດຈະກ່ຽວຂ້ອງກັບຄຳວ່າ “ຂຽນໄວ້.”
-
ເມືອງຂອງດາວິດ.
ຊື່ໃໝ່ຂອງເມືອງເຢບຸດຫຼັງຈາກດາວິດຍຶດເມືອງນີ້ໄດ້ແລະສ້າງວັງຂອງລາວໄວ້ຢູ່ຫັ້ນ. ເມືອງນີ້ຍັງມີອີກຊື່ໜຶ່ງວ່າຊີໂອນ ເຊິ່ງເປັນສ່ວນທີ່ຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງເມືອງເຢຣູຊາເລັມແລະເປັນສ່ວນທີ່ເກົ່າແກ່ທີ່ສຸດຂອງເມືອງ.—2ຊມ 5:7; 1ຂຄ 11:4, 5
-
ເມືອງລີ້ໄພ.
ເມືອງຂອງຄົນຕະກູນເລວີ ເຊິ່ງຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈຈະໜີໄປຢູ່ເມືອງລີ້ໄພເຫຼົ່ານີ້ໄດ້ເພື່ອລາວຈະບໍ່ຖືກຄົນທີ່ມີສິດແກ້ແຄ້ນຂ້າ. ເມືອງລີ້ໄພມີ 6 ເມືອງເຊິ່ງຢາຍກັນຢູ່ໃນແຜ່ນດິນທີ່ພະເຈົ້າສັນຍາ. ໂມເຊເປັນຜູ້ເລືອກເມືອງເຫຼົ່ານີ້ໂດຍການຊີ້ນຳຈາກພະເຢໂຫວາແລະຕໍ່ມາໂຢຊວຍກໍເຮັດໜ້າທີ່ນີ້ຕໍ່. ເມື່ອມາຮອດເມືອງລີ້ໄພ ຄົນທີ່ໜີມາລີ້ຕ້ອງເລົ່າເລື່ອງທີ່ເກີດຂຶ້ນໃຫ້ພວກຜູ້ນຳຂອງເມືອງນັ້ນຟັງຢູ່ປະຕູເມືອງກ່ອນ ລາວຈຶ່ງຈະເຂົ້າໄປຢູ່ໃນເມືອງນັ້ນໄດ້. ເພື່ອປ້ອງກັນບໍ່ໃຫ້ຄົນທີ່ຕັ້ງໃຈຂ້າຄົນສວຍໂອກາດໃຊ້ປະໂຫຍດຈາກການຈັດກຽມນີ້ ຄົນທີ່ໜີມາລີ້ຈະຕ້ອງຖືກພິຈາລະນາຄະດີໃນເມືອງທີ່ລາວເຮັດໃຫ້ຄົນອື່ນຕາຍເພື່ອພິສູດວ່າລາວບໍ່ມີຄວາມຜິດແທ້. ຖ້າລາວບໍ່ມີຄວາມຜິດ ລາວຈະໄປຢູ່ໃນເມືອງລີ້ໄພໄດ້ແລະລາວຈະຕ້ອງໄດ້ຢູ່ແຕ່ໃນເຂດນັ້ນຕະຫຼອດຊີວິດຫຼືຈົນກວ່າປະໂລຫິດໃຫຍ່ຈະຕາຍ.—ຈຊບ 35:6, 11-15, 22-29; ຢຊ 20:2-8
-
ມັດຄິວ.
ຄຳເຮັບເຣີທີ່ບໍ່ຮູ້ຄວາມໝາຍທີ່ແນ່ນອນ ຢູ່ໃນຫົວບົດຂອງເພງສັນລະເສີນ 13 ບົດ. ຄຳນີ້ອາດໝາຍເຖິງ “ບົດກອນຄິດຕຶກຕອງ.” ບາງຄົນຄິດວ່າຄຳນີ້ໜ້າຈະມີຄວາມໝາຍກ່ຽວຂ້ອງກັບອີກຄຳໜຶ່ງທີ່ຂຽນຄ້າຍກັນ ເຊິ່ງແປວ່າ ‘ຮັບໃຊ້ຢ່າງຮອບຄອບ.’—2ຂຄ 30:22; ພສ 32:ຫົວບົດ
-
ມີດຕັດສຳລັບຕັດໄສ້ຕະກຽງ.
ເຄື່ອງມືຊະນິດໜຶ່ງທີ່ເຮັດຈາກຄຳຫຼືທອງແດງເຊິ່ງໃຊ້ຢູ່ເຕັ້ນສັກສິດແລະວິຫານ.—2ກສ 25:14
-
ມຸດລັບເບນ.
ຄຳທີ່ຢູ່ໃນຫົວບົດຂອງເພງສັນລະເສີນບົດ 9. ຕາມທີ່ເວົ້າຕໍ່ໆກັນມາ ຄຳນີ້ແປວ່າ “ກ່ຽວກັບຄວາມຕາຍຂອງລູກຊາຍ.” ບາງຄົນຄິດວ່າຄຳນີ້ອາດເປັນຊື່ເພງຫຼືເປັນຄຳຂຶ້ນຕົ້ນຂອງເພງໜຶ່ງທີ່ມີທຳນອງຄຸ້ນຫູ ເຊິ່ງຈະໃຊ້ທຳນອງຂອງເພງນັ້ນໃນການຮ້ອງເພງສັນລະເສີນບົດນີ້.
-
ມົດຍອບ.
ຢາງໄມ້ຊະນິດໜຶ່ງທີ່ມີກິ່ນຫອມ ໄດ້ຈາກໄມ້ຟຸ່ມບາງຊະນິດທີ່ມີໜາມຫຼືຕົ້ນໄມ້ຂະໜາດນ້ອຍໃນຕະກູນ Commiphora. ມົດຍອບເປັນສ່ວນປະສົມຢ່າງໜຶ່ງໃນນ້ຳມັນເຈີມບໍລິສຸດ. ມີການໃຊ້ມົດຍອບເພື່ອເຮັດໃຫ້ເຄື່ອງນຸ່ງຫຼືຕຽງນອນມີກິ່ນຫອມ ໃຊ້ປະສົມໃນນ້ຳມັນສຳລັບນວດແລະນ້ຳມັນທາຜິວ. ມົດຍອບຍັງຖືກໃຊ້ໃນການກຽມສົບກ່ອນເອົາໄປຝັງນຳອີກ.—ອພຍ 30:23; ສພສ 7:17; ຢຮ 19:39
-
ມັນກາມ.
ອາດເປັນອົງດຽວກັບພະໂມເລັກເຊິ່ງເປັນເທບພະເຈົ້າສູງສຸດຂອງຄົນອຳໂມນ. (ຊຟຢ 1:5)—ເບິ່ງຄຳວ່າ “ໂມເລັກ”
-
ມານຮ້າຍ.
ຊື່ທີ່ເອີ້ນຊາຕານໃນພະຄຳພີຄລິດສະຕຽນພາກພາສາກຣີກທີ່ແປວ່າ “ຜູ້ໝິ່ນປະໝາດ.” ຊາຕານໄດ້ຊື່ວ່າມານຮ້າຍຍ້ອນມັນເປັນໂຕຫຼັກທີ່ໝິ່ນປະໝາດແລະໃສ່ຮ້າຍພະເຢໂຫວາ ແລະເຮັດໃຫ້ຄຳສອນແລະຊື່ທີ່ບໍລິສຸດຂອງເພິ່ນເສື່ອມເສຍ.—ມທ 4:1; ຢຮ 8:44; ພນມ 12:9
-
ມ້ວນໜັງສື.
ແຜ່ນໜັງສັດຫຼືພາໄພຣັດເປັນແຜ່ນຍາວໆທີ່ມີຂໍ້ຄວາມຂຽນໄວ້ດ້ານໜຶ່ງແລະສ່ວນຢຣມ 36:4, 18, 23; ລກ 4:17-20; 2ຕມ 4:13
ຫຼາຍຈະມ້ວນໃສ່ໄມ້. ມີການຂຽນແລະຄັດລອກພະຄຳພີໄວ້ໃນມ້ວນໜັງສືແບບນີ້ ເຊິ່ງໃຊ້ກັນຫຼາຍໃນສະໄໝທີ່ຂຽນຄຳພີໄບເບິນ.—
ຢ
-
ຢາໂຄບ.
ລູກຊາຍຂອງອີຊາກກັບເຣເບກາ. ຕໍ່ມາພະເຈົ້າເອີ້ນລາວວ່າອິດສະຣາເອນ ແລະລາວກໍເປັນຕົ້ນຕະກູນຂອງຄົນອິດສະຣາເອນ (ຕໍ່ມາເອີ້ນວ່າຄົນຢິວ). ລາວມີລູກຊາຍ 12 ຄົນເຊິ່ງເກີດລູກຫຼານຈົນກາຍເປັນ 12 ຕະກູນຂອງຊາດອິດສະຣາເອນ. ຊື່ຢາໂຄບຍັງໃຊ້ເອີ້ນຊາດອິດສະຣາເອນຫຼືປະຊາຊົນອິດສະຣາເອນນຳອີກ.—ປຖກ 32:28; ມທ 22:32
-
ຢູດາ.
ລູກຊາຍຜູ້ທີ 4 ຂອງຢາໂຄບກັບເລອາ. ຕອນທີ່ຢາໂຄບໃກ້ຈະຕາຍ ລາວບອກລ່ວງໜ້າວ່າຜູ້ປົກຄອງທີ່ຍິ່ງໃຫຍ່ຜູ້ໜຶ່ງເຊິ່ງຈະປົກຄອງຕະຫຼອດໄປຈະມາຈາກເຊື້ອສາຍຂອງຢູດາ. ຕອນທີ່ພະເຢຊູມາເກີດເປັນມະນຸດ ເພິ່ນກໍເປັນລູກຫຼານຄົນໜຶ່ງທີ່ສືບເຊື້ອສາຍມາຈາກຢູດາ. ຄຳວ່າຢູດາຍັງເປັນຊື່ຂອງຕະກູນແລະຕໍ່ມາກໍເປັນຊື່ຂອງອານາຈັກນຳອີກ. ອານາຈັກຢູດາເປັນອານາຈັກທາງໃຕ້ເຊິ່ງປະກອບດ້ວຍຕະກູນຢູດາ ຕະກູນເບັນຢາມິນ ລວມທັງພວກປະໂລຫິດແລະຄົນເລວີ. ອານາຈັກນີ້ກວມເອົາແຜ່ນດິນທາງໃຕ້ຂອງປະເທດເຊິ່ງມີເມືອງເຢຣູຊາເລັມກັບວິຫານຢູ່ນຳ.—ປຖກ 29:35; 49:10; 1ກສ 4:20; ຮຣ 7:14
-
ເຢດູທູນ.
ຄຳທີ່ບໍ່ຮູ້ຄວາມໝາຍທີ່ແນ່ນອນເຊິ່ງຢູ່ໃນຫົວບົດຂອງເພງສັນລະເສີນບົດ 39 62 ແລະ 77. ຫົວບົດເຫຼົ່ານີ້ເບິ່ງຄືວ່າຈະເປັນຄຳສັ່ງສຳລັບການສະແດງ. ອາດເປັນການກຳນົດຮູບແບບການຮ້ອງຫຼືເຄື່ອງດົນຕີທີ່ຈະໃຊ້ສຳລັບເພງສັນລະເສີນບົດນັ້ນ. ເນື່ອງຈາກມີນັກດົນຕີຄົນເລວີຄົນໜຶ່ງຊື່ເຢດູທູນ ດັ່ງນັ້ນ ການສະແດງຫຼືເຄື່ອງດົນຕີແບບເຢດູທູນອາດກ່ຽວຂ້ອງກັບນັກດົນຕີຄົນນີ້ຫຼືລູກຫຼານຂອງລາວກໍໄດ້.
-
ເຢໂຫວາ.
ຊື່ຂອງພະເຈົ້າ ເຊິ່ງມາຈາກອັກສອນເຮັບເຣີ 4 ໂຕທີ່ເອີ້ນວ່າເທຣາກຳມາທອນ. ການອອກສຽງຊື່ພະເຈົ້າແບບນີ້ໃຊ້ໃນພະຄຳພີລາວສະບັບແປອື່ນໆແລະຊື່ນີ້ມີໃນພະຄຳພີສະບັບແປນີ້ຫຼາຍກວ່າ 7.000 ເທື່ອ.—ເບິ່ງພາກຜະໜວກ ກ4 ແລະ ກ5
-
ຢ້ານຢຳພະເຈົ້າ.
ໃຫ້ຄວາມນັບຖື ນະມັດສະການ ແລະຮັບໃຊ້ພະເຢໂຫວາພະເຈົ້າດ້ວຍຄວາມພັກດີຕໍ່ອຳນາດການປົກຄອງສູງສຸດຂອງເພິ່ນ.—1ຕມ 4:8; 2ຕມ 3:12
-
ຢິວ.
ຊື່ທີ່ໃຊ້ເອີ້ນຄົນໃນຕະກູນຢູດາຫຼັງຈາກອານາຈັກອິດສະຣາເອນ 10 ຕະກູນຫຼົ້ມສະຫຼາຍ. (2ກສ 16:6) ຫຼັງຈາກຖືກຈັບໄປເປັນຊະເລີຍຢູ່ບາບີໂລນ ຄຳນີ້ຍັງໝາຍເຖິງຄົນອິດສະຣາເອນຕະກູນຕ່າງໆທີ່ກັບມາແຜ່ນດິນອິດສະຣາເອນ. (ອຊຣ 4:12) ຕໍ່ມາ ທົ່ວໂລກມີການໃຊ້ຄຳນີ້ເພື່ອແຍກຄົນອິດສະຣາເອນອອກຈາກຄົນຊາດອື່ນ. (ອສທ 3:6) ອັກຄະສາວົກໂປໂລໃຊ້ຄຳນີ້ໃນຄວາມໝາຍເປັນໄນເພື່ອອະທິບາຍວ່າເຊື້ອຊາດບໍ່ແມ່ນສິ່ງສຳຄັນໃນປະຊາຄົມຄລິດສະຕຽນ.—ຣມ 2:28, 29; ຄລຕ 3:28
ຣ
-
ຣາຫັບ.
ຊື່ທີ່ມີໃນປຶ້ມໂຢບ ເພງສັນລະເສີນ ແລະເອຊາຢາ. ໃນແວດບົດຂອງປຶ້ມໂຢບຊ່ວຍໃຫ້ຮູ້ວ່າຣາຫັບເປັນສັດທະເລໂຕໃຫຍ່ ແຕ່ໃນແວດບົດອື່ນໆສັດທະເລໂຕໃຫຍ່ນີ້ເປັນສັນຍະລັກໝາຍເຖິງເອຢິບ.—ໂຢບ 9:13; ພສ 87:4; ອຊຢ 30:7; 51:9, 10
ລ
-
ລາຊີນີແຫ່ງສະຫວັນ.
ຊື່ຂອງພະເຈົ້າໜຶ່ງທີ່ຄົນອິດສະຣາເອນທີ່ຖິ້ມພະເຈົ້າໄປນະມັດສະການໃນສະໄໝເຢເຣມີຢາ. ບາງຄົນຄິດວ່າລາຊີນີແຫ່ງສະຫວັນແມ່ນເທບທິດາອິດສະທາ (ແອດສະຕາເຕ) ຂອງຄົນບາບີໂລນຫຼືເທບທິດາອິນັນນາຂອງຄົນຊູເມລຽນ. ເທບທິດາອົງນີ້ຍັງເປັນເທບພະເຈົ້າແຫ່ງການອອກແມ່ແພ່ລູກ. ໃນຂໍ້ຄວາມທີ່ຄົນເອຢິບແກະສະຫຼັກໄວ້ ເທບທິດາແອດສະຕາເຕຖືກເອີ້ນວ່າ “ເຈົ້າຍິງແຫ່ງສະຫວັນ.”—ຢຣມ 44:19
-
ເລບານອນ.
ຊື່ເຂດພູທີ່ຢູ່ທາງຕາເວັນຕົກຂອງປະເທດເລບານອນ. ສ່ວນເຂດພູທີ່ຢູ່ທາງຕາເວັນອອກແມ່ນເຂດພູແອນຕິເລບານອນ. ຢູ່ລະຫວ່າງເຂດພູທັງສອງນີ້ມີຮ່ອມພູທີ່ອຸດົມສົມບູນເປັນລວງຍາວ. ເຂດພູເລບານອນຢູ່ໃກ້ກັບແຄມຝັ່ງທະເລເມດີແຕຣາເນ ຈອມພູສູງໂດຍສະເລ່ຍ 1.800 ແມັດເຖິງ 2.100 ແມັດ. ໃນສະໄໝບູຮານ ເຂດພູເລບານອນເຕັມໄປດ້ວຍຕົ້ນຊີດ້າທີ່ສູງໃຫຍ່ ເຊິ່ງເປັນທີ່ຕ້ອງການຂອງຊາດທີ່ຢູ່ອ້ອມແອ້ມ. (ພບຍ 1:7; ພສ 29:6; 92:12)—ເບິ່ງພາກຜະໜວກ ຂ7
-
ເລວີ.
ລູກຊາຍຜູ້ທີ 3 ຂອງຢາໂຄບກັບເລອາແລະຍັງເປັນຊື່ຕະກູນນຳ. ລູກຊາຍ 3 ຄົນຂອງເລວີເປັນຕົ້ນກຳເນີດຂອງຄົນເລວີ 3 ກຸ່ມທີ່ເຮັດໜ້າທີ່ແຕກຕ່າງກັນ. ຄຳວ່າ “ພວກເລວີ” ໝາຍເຖິງຄົນໃນຕະກູນນີ້ທັງໝົດ ແຕ່ບາງເທື່ອຈະບໍ່ລວມຈຸ້ມເຈື້ອຂອງອາໂຣນເຊິ່ງເຮັດວຽກເປັນປະໂລຫິດ. ຕະກູນເລວີບໍ່ໄດ້ຮັບສ່ວນແບ່ງໃນແຜ່ນດິນທີ່ພະເຈົ້າສັນຍາ ແຕ່ໄດ້ 48 ເມືອງເຊິ່ງຢູ່ໃນເຂດຂອງຕະກູນອື່ນໆ.—ພບຍ 10:8; 1ຂຄ 6:1; ຮຣ 7:11
-
ເລວີອາທານ.
ສັດຊະນິດໜຶ່ງທີ່ມັກມີການເວົ້າເຖິງວ່າຢູ່ໃນນ້ຳ. ໃນໂຢບ 3:8 ແລະ 41:1 ຄຳນີ້ອາດໝາຍເຖິງແຂ້ຫຼືສັດນ້ຳທີ່ມີຂະໜາດໃຫຍ່ແລະແຂງແຮງ. ແຕ່ໃນເພງສັນລະເສີນ 104:26 ອາດໝາຍເຖິງປາວານຊະນິດໜຶ່ງ. ໃນບ່ອນອື່ນໆຄຳນີ້ມີຄວາມໝາຍເປັນໄນແລະຍັງບໍ່ສາມາດບອກໄດ້ວ່າເປັນສັດຊະນິດໃດ.—ພສ 74:14; ອຊຢ 27:1
-
ລູກກົກ.
ໂດຍທົ່ວໄປແມ່ນລູກຊາຍຜູ້ທຳອິດຂອງຄອບຄົວ. ໃນສະໄໝທີ່ຂຽນຄຳພີໄບເບິນ ລູກຊາຍຜູ້ທຳອິດມີຕຳແໜ່ງທີ່ມີກຽດໃນຄອບຄົວແລະຈະເປັນຜູ້ນຳຄອບຄົວຫຼັງຈາກພໍ່ຂອງລາວຕາຍ. ຄຳນີ້ຍັງກ່ຽວຂ້ອງກັບລູກສັດໂຕຜູ້ໂຕທຳອິດ.—ປຖກ 25:33; ອພຍ 11:5; 13:12; ກລຊ 1:15
-
ລູກມະນຸດ.
ຄຳນີ້ມີປະມານ 80 ເທື່ອໃນປຶ້ມຂ່າວດີ. ເປັນຄຳທີ່ໃຊ້ໝາຍເຖິງພະເຢຊູຄລິດແລະສະແດງວ່າເພິ່ນມາເກີດເປັນມະນຸດທີ່ມີເລືອດມີເນື້ອແທ້ໆບໍ່ແມ່ນທູດສະຫວັນທີ່ແປງກາຍເປັນມະນຸດ. ຄຳນີ້ຍັງສະແດງວ່າພະເຢຊູເປັນຜູ້ທີ່ຈະເຮັດໃຫ້ຄຳພະຍາກອນໃນດານີເອນ 7:13, 14 ເກີດຂຶ້ນແທ້. ໃນພະຄຳພີພາກພາສາເຮັບເຣີ ມີການໃຊ້ຄຳນີ້ກັບເອເຊກຽນແລະດານີເອນເພື່ອເນັ້ນວ່າສອງຄົນນີ້ເປັນພຽງມະນຸດທີ່ພະເຈົ້າໃຊ້ໃຫ້ພະຍາກອນ ເຊິ່ງທຽບບໍ່ໄດ້ເລີຍກັບພະເຈົ້າທີ່ເປັນຜູ້ໃຫ້ຂ່າວສານກັບເຂົາເຈົ້າ.—ອຊກ 3:17; ດນອ 8:17; ມທ 19:28; 20:28
-
ລູກຫຼານຂອງດາວິດ.
ຄຳນີ້ມັກໃຊ້ໝາຍເຖິງພະເຢຊູ ເພື່ອເປັນການເນັ້ນວ່າເພິ່ນເປັນຜູ້ທີ່ມີສິດຕາມຄຳສັນຍາເລື່ອງການປົກຄອງ ເພາະຄົນທີ່ເຮັດໃຫ້ສັນຍານີ້ເກີດຂຶ້ນແທ້ຕ້ອງຢູ່ໃນເຊື້ອສາຍຂອງດາວິດ.—ມທ 12:23; 21:9
-
ລູກຫຼານຂອງອາໂຣນ.
ຄົນທີ່ສືບເຊື້ອສາຍມາຈາກອາໂຣນຫຼານຊາຍຂອງເລວີ. ອາໂຣນເປັນຄົນທຳອິດທີ່ຖືກເລືອກໃຫ້ເປັນປະໂລຫິດໃຫຍ່ຕາມກົດໝາຍຂອງໂມເຊ. ລູກຫຼານຂອງອາໂຣນຈຶ່ງເຮັດໜ້າທີ່ປະໂລຫິດຢູ່ເຕັ້ນສັກສິດແລະວິຫານ.—1ຂຄ 23:28
-
ໂລກລະບາດ.
ພະຍາດທີ່ສາມາດແຜ່ກະຈາຍໄດ້ໄວແລະເຮັດໃຫ້ຕາຍໄດ້. ໂລກລະບາດມັກກ່ຽວຂ້ອງກັບການຕັດສິນລົງໂທດຂອງພະເຈົ້າ.—ຈຊບ 14:12; ອຊກ 38:22, 23; ອມ 4:10
-
ລ໋ອກ.
ຫົວໜ່ວຍແນວຜອງທີ່ເປັນນ້ຳທີ່ນ້ອຍທີ່ສຸດທີ່ຄຳພີໄບເບິນເວົ້າເຖິງ. ຄຳພີທາມຸດຂອງຄົນຢິວເວົ້າເຖິງຫົວໜ່ວຍນີ້ວ່າເທົ່າກັບ 1 ສ່ວນ 12 ຮິນ. ດັ່ງນັ້ນ ຖ້າຄິດໄລ່ໂດຍອາໄສຂໍ້ມູນນີ້ 1 ລ໋ອກເທົ່າກັບ 0,31 ລິດ. (ລລວ 14:10)—ເບິ່ງພາກຜະໜວກ ຂ14
-
ລຽງລຳດັບຕາມໂຕອັກສອນ.
ມີການລຽງໂຕອັກສອນທຳອິດຂອງຂໍ້ພະຄຳພີຕາມລຳດັບຂອງພາສາເຮັບເຣີ. ໃຊ້ກັບບົດກອນຫຼືເພງໃນຄຳພີໄບເບິນເພື່ອປະຊາຊົນຈະຈື່ຂໍ້ພະຄຳພີໄດ້ງ່າຍຂຶ້ນ. ໃນສະບັບນີ້ມີໂຕໜັງສືເປັນໂຕອັກສອນພາສາເຮັບເຣີແລະມີການສະກົດສຽງນຳ. ເບິ່ງເພງສັນລະເສີນ 9, 10, 25, 34, 37, 111, 112, 119, 145; ສຸພາສິດ 31; ເພງໂສກເສົ້າ 1-4
-
ລົດຮົບ; ລົດມ້າ.
ລົດ 2 ລໍ້ທີ່ໃຊ້ມ້າແກ່ໄປ. ສ່ວນຫຼາຍແລ້ວໃຊ້ໃນການສູ້ຮົບ.—ອພຍ 14:23; ຜຕສ 4:13; ກຈກ 8:28
-
ລານຟາດເຂົ້າ.
ສະຖານທີ່ສຳລັບຟາດເຂົ້າເພື່ອໃຫ້ເມັດເຂົ້າຫຼຸດອອກຈາກຮວງແລະເປືອກ. ການຟາດເຂົ້າອາດເຮັດໂດຍໃຊ້ໄມ້ຟາດ. ຖ້າມີເຂົ້າຈຳນວນຫຼາຍກໍຈະໃຊ້ເຄື່ອງມືພິເສດ ເຊັ່ນ: ລູກກິ້ງຫຼືແຜ່ນໄມ້ທີ່ມີສັດລາກ. ເຄື່ອງມືນີ້ຈະບົດເມັດເຂົ້າທີ່ຢູ່ເທິງລານຟາດເຂົ້າ ເຊິ່ງເປັນລານວົງມົນທີ່ມີພື້ນລຽບແລະສ່ວນຫຼາຍແລ້ວຈະຢູ່ເທິງບ່ອນສູງທີ່ມີລົມພັດຜ່ານ.—ເລວີ 26:5; ເອຊາ 41:15; ມທ 3:12
-
ເລັບຕັນ.
ໃນສະໄໝທີ່ມີການຂຽນພະຄຳພີຄລິດສະຕຽນພາກພາສາກຣີກ ເລັບຕັນເປັນຫຼຽນທອງແດງທີ່ນ້ອຍທີ່ສຸດຂອງຄົນຢິວ. (ມຣກ 12:42; ລກ 21:2, ໄຂເງື່ອນ)—ເບິ່ງພາກຜະໜວກ ຂ14
ວ
-
ວາດີ.
ອາດໝາຍເຖິງນ້ຳຫ້ວຍຫຼືແມ່ນ້ຳໂດຍທົ່ວໄປ ຫຼືຮ່ອມພູທີ່ປົກກະຕິແລ້ວຈະແຫ້ງແຕ່ຈະກາຍເປັນຫ້ວຍໃນລະດູຝົນ. ວາດີໃນບາງແວດບົດແປວ່າ “ຮ່ອມພູ.”—ປຖກ 26:19; ຈຊບ 34:5; ພບຍ 8:7; 1ກສ 18:5; ໂຢບ 6:15
-
ວິຫານ.
ອາຄານຖາວອນໃນເມືອງເຢຣູຊາເລັມເຊິ່ງໃຊ້ເປັນສູນກາງການນະມັດສະການຂອງຄົນອິດສະຣາເອນແທນເຕັ້ນສັກສິດທີ່ເຄື່ອນຍ້າຍໄດ້. ວິຫານຫຼັງທຳອິດສ້າງໂດຍໂຊໂລໂມນແລະຖືກຄົນບາບີໂລນທຳລາຍ. ວິຫານຫຼັງທີສອງສ້າງໂດຍເຊຣູບາເບນພາຍຫຼັງກັບມາຈາກການເປັນຊະເລີຍຢູ່ບາບີໂລນແລະສ້າງຂຶ້ນໃໝ່ອີກເທື່ອໜຶ່ງໂດຍເຮໂຣດຜູ້ຍິ່ງໃຫຍ່. ໃນຄຳພີໄບເບິນມັກຈະເອີ້ນວິຫານນີ້ວ່າ “ວິຫານຂອງພະເຢໂຫວາ.” (1ຂຄ 29:1; 2ຂຄ 2:4; ອຊຣ 1:3; 6:14, 15; ມທ 24:1)—ເບິ່ງພາກຜະໜວກ ຂ8 ແລະ ຂ11
-
ໄວ້ທຸກ; ຮ້ອງໄຫ້ເສຍໃຈ.
ການສະແດງຄວາມໂສກເສົ້າເມື່ອມີຄົນຕາຍຫຼືເກີດເລື່ອງຊົ່ວຮ້າຍ. ໃນສະໄໝທີ່ຂຽນຄຳພີໄບເບິນ ເປັນທຳນຽມທີ່ຈະໂສກເສົ້າໄລຍະໜຶ່ງ. ນອກຈາກຮ້ອງໄຫ້ສຽງດັງແລ້ວ ຄົນທີ່ໂສກເສົ້າຍັງນຸ່ງເຄື່ອງໄວ້ທຸກ ໂຮຍຂີ້ເທົ່າໃສ່ຫົວ ຈີກເຄື່ອງນຸ່ງທີ່ໃສ່ຢູ່ ແລະປຖກ 23:2; ອສທ 4:3; ພນມ 21:4
ຕີເອິກໂຕເອງ. ບາງຄັ້ງມີການຈ້າງຄົນມາສະແດງຄວາມໂສກເສົ້າໃນງານສົບນຳອີກ.— -
ວຽກຮັບໃຊ້ທີ່ສັກສິດ.
ວຽກຮັບໃຊ້ຫຼືວຽກທີ່ກ່ຽວຂ້ອງໂດຍກົງກັບການນະມັດສະການພະເຈົ້າ.—ຣມ 12:1; ພນມ 7:15
-
ວາງມື.
ການວາງມືເທິງຜູ້ໃດຜູ້ໜຶ່ງເປັນການແຕ່ງຕັ້ງຜູ້ນັ້ນໃຫ້ເຮັດວຽກພິເສດຫຼືອວຍພອນລາວ ຫຼືປິ່ນປົວພະຍາດ ຫຼືໃຫ້ພະລັງບໍລິສຸດຂອງພະເຈົ້າ. ບາງເທື່ອມີການວາງມືເທິງຫົວສັດກ່ອນຈະຂ້າເປັນເຄື່ອງບູຊາ.—ອພຍ 29:15; ຈຊບ 27:18; ກຈກ 19:6; 1ຕມ 5:22
-
ວັນໄຖ່ຄວາມຜິດ.
ວັນສັກສິດທີ່ສຳຄັນທີ່ສຸດຂອງຄົນອິດສະຣາເອນ. ບາງຄັ້ງມີການເອີ້ນວັນນີ້ວ່າ ຍົມຄິບປູຣ໌ (ມາຈາກຄຳພາສາເຮັບເຣີ ຍົມຮັດຄິບປູຣິມ “ວັນຂອງການປົກປິດ”) ກົງກັບວັນທີ 10 ເດືອນເອທານິມ. ວັນໄຖ່ຄວາມຜິດນີ້ເປັນມື້ດຽວທີ່ປະໂລຫິດໃຫຍ່ຈະເຂົ້າໄປໃນບ່ອນບໍລິສຸດທີ່ສຸດໃນເຕັ້ນສັກສິດເຊິ່ງຕໍ່ມາກໍຄືວິຫານ ເພື່ອເອົາເລືອດຈາກເຄື່ອງບູຊາໄຖ່ຄວາມຜິດໃຫ້ຕົວເອງ ໄຖ່ຄວາມຜິດໃຫ້ຄົນເລວີຄົນອື່ນໆແລະໄຖ່ຄວາມຜິດໃຫ້ປະຊາຊົນ. ເຄື່ອງບູຊາເຫຼົ່ານີ້ເປັນພາບສະແດງເຖິງເຄື່ອງບູຊາຂອງພະເຢຊູທີ່ເອົາໃຫ້ພະເຢໂຫວາພຽງເທື່ອດຽວ ແຕ່ໄຖ່ຄວາມຜິດຂອງມະນຸດໄດ້ຕະຫຼອດໄປແລະຍັງເປີດໂອກາດໃຫ້ຄົນເຮົາໄດ້ຄືນດີກັບພະເຢໂຫວາ. ວັນນີ້ເປັນມື້ທີ່ທຸກຄົນຕ້ອງປະຊຸມກັນເພື່ອນະມັດສະການພະເຈົ້າແລະອົດອາຫານ ແລະຖືວ່າເປັນວັນຊະບາໂຕເຊິ່ງທຸກຄົນຕ້ອງບໍ່ເຮັດວຽກ.—ລລວ 23:27, 28
ຫ
-
ຫູສົບ.
ພືດທີ່ມີກ້ານແລະໃບຂະໜາດນ້ອຍ ໃຊ້ເພື່ອຊິດເລືອດຫຼືນ້ຳໃນພິທີເຮັດໃຫ້ສິ່ງຕ່າງໆສະອາດ. ຫູສົບອາດຈະເປັນມາຈໍຣຳ (Origanum maru; Origanum syriacum). ຫູສົບທີ່ໂຢຮັນ 19:29 ເວົ້າເຖິງ ອາດເປັນມາຈໍຣຳທີ່ມັດຕິດກັບລຳຂອງຕົ້ນເຂົ້າຝ້າງ (Sorghum vulgare) ເພາະພືດຊະນິດນີ້ມີລຳຍາວພໍທີ່ຈະສຽບຟອງນ້ຳຈຸບເຫຼົ້າແວງສົ້ມເພື່ອຍົກຂຶ້ນໃຫ້ຮອດປາກຂອງພະເຢຊູໄດ້.—ອພຍ 12:22; ພສ 51:7
-
ຫົວບົດ.
ຂໍ້ຄວາມທີ່ຢູ່ຕອນຕົ້ນຂອງປຶ້ມເພງສັນລະເສີນບາງບົດ ເຊິ່ງບອກໃຫ້ຮູ້ວ່າໃຜເປັນຄົນແຕ່ງ ບອກຂໍ້ມູນພູມຫຼັງ ເປັນຄຳສັ່ງໃນການຮ້ອງຫຼືຫຼິ້ນດົນຕີ ຫຼືບອກຈຸດປະສົງຂອງເພງບົດນັ້ນ.—ເບິ່ງຫົວບົດຂອງເພງສັນລະເສີນບົດ 3; 4; 5; 6; 7; 30; 38; 60; 92; 102
-
ຫົວໜ້າທູດສະຫວັນ.
ໃນຄຳພີໄບເບິນບໍ່ເຄີຍໃຊ້ຄຳນີ້ກັບທູດສະຫວັນແບບເປັນກຸ່ມ ແຕ່ໃຊ້ກັບຜູ້ດຽວເທົ່ານັ້ນ. ຄຳພີໄບເບິນບອກອີກວ່າຫົວໜ້າທູດສະຫວັນມີຊື່ວ່າມີກາເອນ.—ດນອ 12:1; ຢດ 9; ພນມ 12:7
-
ຫົວໜ້າປະໂລຫິດ.
ໃນພະຄຳພີຄລິດສະຕຽນພາກພາສາກຣີກ ຄຳວ່າ “ຫົວໜ້າປະໂລຫິດ” ອາດຈະໝາຍເຖິງຄົນທີ່ສຳຄັນໃນຄະນະປະໂລຫິດ ເຊິ່ງອາດລວມເຖິງປະໂລຫິດໃຫຍ່ທີ່ອອກຈາກຕຳແໜ່ງໄປແລ້ວແລະຫົວໜ້າຂອງກຸ່ມປະໂລຫິດ 24 ກຸ່ມນຳອີກ.—ມທ 2:4; ມຣກ 8:31
-
ຫ້ອງບໍລິສຸດ.
ຫ້ອງທຳອິດຂອງເຕັ້ນສັກສິດຫຼືຂອງວິຫານ ເປັນຫ້ອງທີ່ໃຫຍ່ກວ່າຫ້ອງບໍລິສຸດທີ່ສຸດເຊິ່ງຢູ່ທາງໃນສຸດ. ສະໄໝທີ່ມີເຕັ້ນສັກສິດ ຫ້ອງບໍລິສຸດຈະມີຂາຕະກຽງທີ່ເປັນຄຳ ແທ່ນບູຊາທີ່ເປັນຄຳສຳລັບເຜົາເຄື່ອງຫອມ ໂຕະສຳລັບວາງເຂົ້າຈີ່ທີ່ຕັ້ງໄວ້ ແລະເຄື່ອງໃຊ້ທີ່ເຮັດຈາກຄຳ. ສະໄໝທີ່ມີວິຫານ ຫ້ອງບໍລິສຸດຈະມີແທ່ນບູຊາທີ່ເປັນຄຳ ຂາຕະກຽງຄຳ 10 ອັນ ອພຍ 26:33; ຮຣ 9:2)—ເບິ່ງພາກຜະໜວກ ຂ5 ແລະ ຂ8
ແລະໂຕະ 10 ໜ່ວຍສຳລັບວາງເຂົ້າຈີ່ທີ່ຕັ້ງໄວ້. ( -
ຫ້ອງບໍລິສຸດທີ່ສຸດ.
ຫ້ອງທີ່ຢູ່ທາງໃນສຸດຂອງເຕັ້ນສັກສິດແລະວິຫານ ເຊິ່ງເປັນບ່ອນມ້ຽນຫີບສັນຍາ. ອີງຕາມກົດໝາຍຂອງໂມເຊ ຄົນທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນຫ້ອງບໍລິສຸດທີ່ສຸດໄດ້ມີແຕ່ປະໂລຫິດໃຫຍ່ ເຊິ່ງລາວຈະເຂົ້າໄດ້ສະເພາະໃນວັນໄຖ່ຄວາມຜິດປະຈຳປີເທົ່ານັ້ນ.—ອພຍ 26:33; ລລວ 16:2, 17; 1ກສ 6:16; ຮຣ 9:3
-
ຫີນໂມ້.
ເຄື່ອງບົດຊະນິດໜຶ່ງເຮັດຈາກແຜ່ນຫີນກົມໆ 2 ແຜ່ນວາງຊ້ອນກັນ ໃຊ້ບົດເມັດເຂົ້າໃຫ້ເປັນແປ້ງ. ໃນປ່ອງທາງກາງຂອງຫີນແຜ່ນທາງລຸ່ມມີແກນເພື່ອໃຫ້ຫີນແຜ່ນທາງເທິງໝູນໄດ້. ໃນສະໄໝທີ່ຂຽນຄຳພີໄບເບິນ ຕາມບ້ານເຮືອນສ່ວນຫຼາຍພວກຜູ້ຍິງຈະໃຊ້ຫີນໂມ້ທີ່ໝູນດ້ວຍມື. ກົດໝາຍຂອງໂມເຊຫ້າມບໍ່ໃຫ້ຄົນອິດສະຣາເອນຍຶດຫີນໂມ້ຫຼືຫີນແຜ່ນທາງເທິງໄວ້ເປັນເຄື່ອງຄ້ຳປະກັນເພາະແຕ່ລະຄອບຄົວຕ້ອງໃຊ້ຫີນໂມ້ເພື່ອເຮັດອາຫານທຸກມື້. ຖ້າເປັນຫີນໂມ້ຂະໜາດໃຫຍ່ກໍຈະໃຊ້ສັດໝູນ.—ພບຍ 24:6; ມຣກ 9:42
-
ຫີນຫົວແຈ.
ຫີນທີ່ຢູ່ແຈຂອງອາຄານເຊິ່ງຝາຫຼືກຳແພງສອງເບື້ອງມາຈຸກັນ. ເປັນຫີນກ້ອນສຳຄັນທີ່ຕໍ່ຝາສອງເບື້ອງເຂົ້າກັນ. ຫີນຫົວແຈຫຼັກແມ່ນຫີນຫົວແຈທີ່ຢູ່ຮາກຖານ. ສ່ວນຫຼາຍຈະມີການເລືອກຫີນທີ່ແຂງເປັນພິເສດເພື່ອເຮັດຫີນຫົວແຈຂອງອາຄານສາທາລະນະແລະກຳແພງເມືອງ. ມີການໃຊ້ຄຳນີ້ເມື່ອເວົ້າເຖິງການສ້າງໂລກ ແລະພະເຢຊູກໍຖືກເອີ້ນວ່າ “ຫີນຫົວແຈຂອງຮາກຖານ” ສຳລັບປະຊາຄົມຄລິດສະຕຽນເຊິ່ງທຽບໄດ້ກັບວິຫານຂອງພະເຈົ້າ.—ໂຢບ 38:6; ອຟຊ 2:20
-
ຫີນໂອນິກ.
ຫີນທີ່ມີຄ່າ ມີລາຍເປັນຊັ້ນໆສີຂາວສະຫຼັບກັບສີດຳ ນ້ຳຕານ ແດງ ເທົາ ຫຼືຂຽວ. ອາດເປັນຫີນອະເກດທີ່ມີຄວາມແຂງ ຫຼືບໍ່ກໍເປັນຫີນແຄວເຊໂດນີຊະນິດທີ່ມີລາຍເປັນຊັ້ນໆ. ຢູ່ຊຸດຂອງປະໂລຫິດໃຫຍ່ກໍມີຫີນໂອນິກ.—ອພຍ 28:9, 12; 1ຂຄ 29:2; ໂຢບ 28:16
-
ຫີບສັນຍາ.
ຫີບທີ່ເຮັດຈາກໄມ້ອະຄາເຊຍຫຸ້ມດ້ວຍຄຳ ເຊິ່ງມ້ຽນໄວ້ໃນຫ້ອງບໍລິສຸດທີ່ສຸດຂອງເຕັ້ນສັກສິດ ແລະຕໍ່ມາກໍມ້ຽນໄວ້ໃນຫ້ອງບໍລິສຸດທີ່ສຸດຂອງວິຫານທີ່ໂຊໂລໂມນສ້າງ. ຝາຫີບເຮັດດ້ວຍຄຳ ມີຮູບເຄຣູບ 2 ອົງປິ່ນໜ້າເຂົ້າຫາກັນຢູ່ເທິງຝາຫີບ ແລະມີແຜ່ນຫີນ 2 ແຜ່ນທີ່ມີກົດໝາຍ 10 ຂໍ້ມ້ຽນໄວ້ຢູ່ທາງໃນຫີບ. (ພບຍ 31:26; 1ກສ 6:19; ຮຣ 9:4)—ເບິ່ງພາກຜະໜວກ ຂ5 ແລະ ຂ8
-
ເຫວເລິກ.
ມາຈາກຄຳພາສາກຣີກ ອາບີໂຊສ໌ ເຊິ່ງໝາຍເຖິງ “ເລິກຫຼາຍ” ຫຼື “ເລິກຈົນຢັ່ງບໍ່ເຖິງ; ບໍ່ມີຂອບເຂດ.” ມີການໃຊ້ຄຳນີ້ໃນພະຄຳພີຄລິດສະຕຽນພາກພາສາກຣີກເມື່ອເວົ້າເຖິງສະຖານທີ່ສຳລັບກັກຂັງຫຼືສະພາບທີ່ຖືກກັກຂັງເຊິ່ງລວມເຖິງຂຸມຝັງສົບ ແຕ່ກໍຍັງໝາຍເຖິງສິ່ງອື່ນໆນຳອີກ.—ລກ 8:31; ຣມ 10:7; ພນມ 20:3
ໜ
-
ໜັງສັດ.
ໜັງແກະ ໜັງແບ້ ຫຼືໜັງງົວນ້ອຍເຊິ່ງເຮັດເປັນວັດສະດຸທີ່ໃຊ້ສຳລັບຈົດບັນທຶກ. ໜັງສັດທົນກວ່າພາໄພຣັດແລະມີການໃຊ້ໜັງສັດເຮັດມ້ວນໜັງສືຄຳພີໄບເບິນ. ໂປໂລເຄີຍຂໍໃຫ້ຕີໂມທຽວເອົາມ້ວນໜັງສືທີ່ເຮັດຈາກໜັງສັດມາໃຫ້ເຊິ່ງອາດເປັນບາງສ່ວນຂອງພະຄຳພີພາກພາສາເຮັບເຣີ. ມ້ວນໜັງສືທະເລຕາຍບາງມ້ວນກໍເປັນໜັງສັດຄືກັນ.—2ຕມ 4:13
ໝ
-
ໝໍດູ.
ຄົນທີ່ອ້າງວ່າສາມາດທຳນາຍອະນາຄົດໄດ້. ໃນຄຳພີໄບເບິນ ພວກໝໍຄາຖາອາຄົມ ຜູ້ທຳນາຍ ຫຼືພວກທີ່ທຳນາຍໂດຍເບິ່ງດວງດາວກໍຢູ່ໃນກຸ່ມດຽວກັບໝໍດູ.—ລລວ 19:31; ພບຍ 18:11; ກຈກ 16:16
-
ໝໍຜີ.
ບາງເທື່ອເອີ້ນວ່າຄົນຊົງ. ໝາຍເຖິງຄົນທີ່ອ້າງວ່າເວົ້າກັບຄົນຕາຍໄດ້.—ພບຍ 18:10-12; ລລວ 20:27; 2ກສ 21:6
-
ໝາກພິລາ.
ໝາກໄມ້ຊະນິດໜຶ່ງມີຮູບຮ່າງຄ້າຍຄືໝາກແອັບເປິ້ນ. ທາງເທິງຂອງໝາກເປັນຄືກັບຮູບມົງກຸດແລະກີບກຸຫຼາບ ສ່ວນທາງໃນຂອງໝາກພິລາຈະເປັນເມັດນ້ອຍໆສີບົວຫຼືສີແດງເຊິ່ງມີນ້ຳຢູ່. ມີການເຮັດຮູບໝາກພິລາຫ້ອຍຕົກແຕ່ງຕີນເສື້ອແຂນກິ້ນຂອງປະໂລຫິດໃຫຍ່. ເທິງບົວຫົວເສົາທີ່ຊື່ຢາກິນກັບໂບອາດເຊິ່ງຢູ່ໜ້າວິຫານກໍຕົກແຕ່ງດ້ວຍຮູບໝາກພິລາຄືກັນ.—ອພຍ 28:34; ຈຊບ 13:23; 1ກສ 7:18
ຫຼ
-
ຫຼິ້ນຊູ້.
ການມີເພດສຳພັນລະຫວ່າງຄົນທີ່ແຕ່ງດອງແລ້ວກັບຄົນທີ່ບໍ່ແມ່ນຜົວຫຼືເມຍຂອງໂຕເອງ ເຊິ່ງທັງສອງຄົນເຕັມໃຈເຮັດນຳກັນ.—ອພຍ 20:14; ມທ 5:27; 19:9
ຫວ
-
ແຫວນຈ້ຳກາ.
ກາຈ້ຳຊະນິດໜຶ່ງທີ່ໃສ່ໄວ້ຢູ່ນິ້ວມືຫຼືອາດຫ້ອຍໄວ້ຢູ່ຄໍ. ເປັນສັນຍະລັກສະແດງເຖິງອຳນາດຂອງຜູ້ປົກຄອງບ້ານເມືອງຫຼືຂອງເຈົ້າໜ້າທີ່. (ປຖກ 41:42)—ເບິ່ງຄຳວ່າ “ກາຈ້ຳ”
ອ
-
ອະຂາຢາ.
ໃນພະຄຳພີຄລິດສະຕຽນພາກພາສາກຣີກ ເປັນແຂວງໜຶ່ງຂອງອານາຈັກໂຣມ. ເມືອງກຈກ 18:2)—ເບິ່ງພາກຜະໜວກ ຂ13
ຫຼວງຂອງອະຂາຢາແມ່ນໂກຣິນໂທ. ອະຂາຢາກວມເອົາເນື້ອທີ່ສ່ວນກາງຂອງປະເທດກຣີກທີ່ຢູ່ແຜ່ນດິນໃຫຍ່ລົງໄປທາງພາກໃຕ້ຈົນຮອດແຜ່ນດິນທີ່ຕິດກັບທະເລ (ເພໂລພອນນິດ). ( -
ອະລາບັດເຕີ.
ຊື່ເອີ້ນຂວດນ້ຳຫອມຂະໜາດນ້ອຍເຊິ່ງໃນຍຸກທຳອິດເຮັດມາຈາກຫີນທີ່ພົບຢູ່ແຖວອະລາບັດຕຣອນໃນປະເທດເອຢິບ. ສ່ວນຫຼາຍຂວດແບບນີ້ຈະມີຄໍກິ່ວແລະອັດແໜ້ນໄດ້ເພື່ອບໍ່ໃຫ້ນ້ຳຫອມທີ່ມີລາຄາແພງຮົ່ວຊຶມອອກມາ. ໃນສະໄໝຕໍ່ມາ ອະລາບັດເຕີຍັງເປັນຊື່ເອີ້ນຂອງຫີນຊະນິດທີ່ໃຊ້ເຮັດຂວດປະເພດນີ້.—ມຣກ 14:3
-
ອາຊາເຊນ.
ຊື່ພາສາເຮັບເຣີທີ່ອາດແປວ່າ “ແບ້ໂຕທີ່ເສຍໄປ.” ໃນມື້ໄຖ່ຄວາມຜິດ ແບ້ໂຕທີ່ຖືກເລືອກເປັນຂອງອາຊາເຊນຈະຖືກເອົາໄປປ່ອຍໃນບ່ອນກັນດານ ເຊິ່ງເປັນສັນຍະລັກສະແດງເຖິງການເອົາຄວາມຜິດທີ່ປະຊາຊົນໄດ້ເຮັດໃນປີທີ່ຜ່ານມານັ້ນໄປ.—ລລວ 16:8, 10
-
ອາຊີ.
ໃນພະຄຳພີຄລິດສະຕຽນພາກພາສາກຣີກນີ້ແມ່ນຊື່ຂອງແຂວງໜຶ່ງໃນຈັກກະວັດໂຣມມີເຂດກວມເນື້ອທີ່ທາງທິດຕາເວັນຕົກຂອງປະເທດຕວກກີໃນປັດຈຸບັນ ລວມທັງເກາະບາງເກາະຕາມຕາຝັ່ງ ເຊັ່ນ: ເກາະຊາໂມແລະເກາະປັດໂມ. ເມືອງຫຼວງຂອງແຂວງນີ້ແມ່ນເອເຟໂຊ. (ກຈກ 20:16; ພນມ 1:4)—ເບິ່ງພາກຜະໜວກ ຂ13
-
ອາດາ.
ຫຼັງຈາກທີ່ຄົນອິດສະຣາເອນຖືກຈັບໄປເປັນຊະເລີຍຢູ່ບາບີໂລນ ອາດາແມ່ນຊື່ຂອງເດືອນທີ 12 ຕາມປະຕິທິນສາສະໜາຢິວແລະແມ່ນຊື່ຂອງເດືອນທີ 6 ຕາມປະຕິທິນກະສິກຳ. ເດືອນນີ້ເລີ່ມຕົ້ນຈາກກາງເດືອນກຸມພາຫາກາງເດືອນມີນາ. (ອສທ 3:7)—ເບິ່ງພາກຜະໜວກ ຂ15
-
ອາບິບ.
ຊື່ເກົ່າຂອງເດືອນທີ 1 ຕາມປະຕິທິນສາສະໜາຢິວແລະແມ່ນຊື່ຂອງເດືອນທີ 7 ຕາມປະຕິທິນກະສິກຳ. ຄຳນີ້ແປວ່າ “ຮວງເຂົ້າໃໝ່.” ເດືອນນີ້ເລີ່ມຕົ້ນຈາກກາງເດືອນມີນາຫາກາງເດືອນເມສາ. ແຕ່ຫຼັງຈາກຄົນອິດສະຣາເອນກັບມາຈາກການເປັນຊະເລີຍຢູ່ບາບີໂລນ ເດືອນນີ້ກໍຖືກເອີ້ນເປັນເດືອນນີຊານ. (ພບຍ 16:1)—ເບິ່ງພາກຜະໜວກ ຂ15
-
ອາມາເຄໂດນ.
ຄຳນີ້ມາຈາກຄຳພາສາເຮັບເຣີ ຮາຣ໌ເມກິດໂດນ ເຊິ່ງແປວ່າ “ພູເມກິດໂດ.” ຄຳນີ້ກ່ຽວຂ້ອງກັບ “ສົງຄາມໃນວັນໃຫຍ່ຂອງພະເຈົ້າຜູ້ມີລິດເດດສູງສຸດ” ຕອນທີ່ “ກະສັດທົ່ວໂລກ” ມາລວມໂຕກັນເພື່ອເຮັດສົງຄາມກັບພະເຢໂຫວາ. (ພນມ 16:14, 16; 19:11-21)—ເບິ່ງຄຳວ່າ “ຄວາມທຸກລຳບາກຄັ້ງໃຫຍ່”
-
ອາແມນ.
“ຂໍໃຫ້ເປັນແນວນັ້ນ” ຫຼື “ແນ່ນອນ.” ຄຳນີ້ມາຈາກເຄົ້າສັບພາສາເຮັບເຣີ ອາມັນ ເຊິ່ງແປວ່າ “ສັດຊື່” “ວາງໃຈໄດ້.” ຄຳວ່າ “ອາແມນ” ໃຊ້ເວົ້າເມື່ອເຫັນດີກັບຄຳສາບານ ຄຳອະທິດຖານ ຫຼືຄຳເວົ້າຂອງຜູ້ໃດຜູ້ໜຶ່ງ. ໃນປຶ້ມພະນິມິດຄຳນີ້ເປັນຕຳແໜ່ງໃຊ້ເອີ້ນພະເຢຊູ.—ພບຍ 27:26; 1ຂຄ 16:36; ພນມ 3:14
-
ອາລາໂມດ.
ຄຳສັບທາງດົນຕີທີ່ມີຄວາມໝາຍວ່າ “ຜູ້ຍິງ” ເຊິ່ງອາດເຮັດໃຫ້ຄິດເຖິງສຽງສູງຂອງຜູ້ຍິງ. ຄຳນີ້ອາດໃຊ້ເພື່ອກຳນົດໃຫ້ຫຼິ້ນດົນຕີຫຼືຮ້ອງເພງໃນຈັງຫວະສຽງສູງ.—1ຂຄ 15:20; ພສ 46:ຫົວບົດ
-
ອາຣາເມອິກ.
ພາສາໜຶ່ງໃນກຸ່ມພາສາເຊມິຕິກ ເຊິ່ງໃກ້ຄຽງກັບພາສາເຮັບເຣີແລະໃຊ້ພະຍັນຊະນະແບບດຽວກັນ. ໃນຕອນທຳອິດມີແຕ່ອຊຣ 4:7) ບາງສ່ວນຂອງປຶ້ມເອັດຊະຣາ ເຢເຣມີຢາ ແລະດານີເອນກໍຂຽນເປັນພາສາອາຣາເມອິກ. ມີການໃຊ້ຄຳພາສາອາຣາເມອິກບາງຄຳໃນພະຄຳພີຄລິດສະຕຽນພາກພາສາກຣີກ.—ອຊຣ 4:8–6:18; 7:12-26; ຢຣມ 10:11; ດນອ 2:4 ສ່ວນ ຂ–7:28
ຊາວອາຣາມທີ່ເວົ້າພາສາອາຣາເມອິກ ແຕ່ຕໍ່ມາກໍກາຍເປັນພາສາສາກົນທີ່ໃຊ້ເວົ້າໃນການຕິດຕໍ່ສື່ສານແລະຄ້າຂາຍທົ່ວຈັກກະວັດອັດຊີເຣຍແລະບາບີໂລນ. ພາສານີ້ຍັງເປັນພາສາທາງການຂອງຈັກກະວັດເປີເຊຍນຳອີກ. ( -
ອາເຣໂອປາໂຄ.
ໂນນພູສູງໃນເມືອງອາແຖນເຊິ່ງຢູ່ທາງຕາເວັນຕົກສ່ຽງເໜືອຂອງອະໂຄໂປລິດສ໌. ຄຳນີ້ຍັງເປັນຊື່ສະພາຫຼືສານເຊິ່ງປະຊຸມຢູ່ເທິງໂນນພູນັ້ນ. ນັກປັດຊະຍາທີ່ເປັນພວກເອປີກູຣຽວແລະພວກຊະໂຕອິກພາໂປໂລໄປບ່ອນນັ້ນເພື່ອໃຫ້ລາວອະທິບາຍຄວາມເຊື່ອຂອງລາວ.—ກຈກ 17:19
-
ອາຣາມ; ຄົນອາຣາມ.
ອາຣາມເປັນລູກຊາຍຂອງເຊມ. ລູກຫຼານຂອງອາຣາມສ່ວນໃຫຍ່ອາໄສຢູ່ເຂດພູເລບານອນໄປຈົນຮອດເມໂຊໂປຕາເມຍ ແລະຈາກເຂດພູທໍຣັດທາງເໜືອລົງໄປຈົນຮອດດາມາເຊ ແລະລົງໄປທາງໃຕ້. ໃນພາສາເຮັບເຣີເຂດນີ້ເອີ້ນວ່າອາຣາມ ແຕ່ຕໍ່ມາເອີ້ນວ່າຊີເຣຍ ແລະຄົນທີ່ອາໄສຢູ່ແຖວນີ້ກໍເອີ້ນວ່າຄົນຊີເຣຍ.—ປຖກ 25:20; ພບຍ 26:5; ຮຊອ 12:12
-
ອາຫານແລງຂອງພະຄລິດ.
ເປັນອາຫານແທ້ໆມີການກິນເຂົ້າຈີ່ບໍ່ມີເຊື້ອແລະເຫຼົ້າແວງເຊິ່ງເປັນພາບປຽບທຽບເຖິງຮ່າງກາຍແລະເລືອດຂອງພະຄລິດ. ນີ້ເປັນການລະນຶກເຖິງການຕາຍຂອງພະເຢຊູ ແລະພະຄຳພີມີຄຳສັ່ງໃຫ້ຄລິດສະຕຽນເຮັດແບບນີ້ເປັນປະຈຳ.—1ກຣ 11:20, 23-26
-
ອີລີຣິກົນ.
ແຂວງໜຶ່ງຂອງຈັກກະວັດໂຣມທີ່ຢູ່ທາງຕາເວັນຕົກສ່ຽງເໜືອຂອງປະເທດກຣີກ. ໂປໂລເຄີຍເດີນທາງໄປໄກຮອດແຂວງນີ້ຕອນທີ່ເຮັດວຽກປະກາດ ແຕ່ພະຄຳພີບໍ່ໄດ້ບອກວ່າລາວເຂົ້າໄປປະກາດໃນແຂວງອີລີຣິກົນຫຼືພຽງແຕ່ໄປຮອດຊາຍແດນກ່ອນເຂົ້າແຂວງນັ້ນ. (ຣມ 15:19)—ເບິ່ງພາກຜະໜວກ ຂ13
-
ອຸທິຍານ.
ສວນທີ່ສວຍງາມ. ອຸທິຍານແຫ່ງທຳອິດແມ່ນສວນເອເດັນທີ່ພະເຢໂຫວາສ້າງໃຫ້ມະນຸດຄູ່ທຳອິດຢູ່. ຕອນທີ່ພະເຢຊູເວົ້າກັບຜູ້ຮ້າຍຄົນໜຶ່ງທີ່ຖືກຄຶງຢູ່ທາງຂ້າງເພິ່ນ ຄຳເວົ້າຂອງເພິ່ນສະແດງວ່າໂລກຈະເປັນອຸທິຍານ. ຄຳວ່າ “ອຸທິຍານ” ຢູ່ 2 ໂກຣິນໂທ 12:4 ໝາຍເຖິງອຸທິຍານໃນອະນາຄົດ. ສ່ວນຢູ່ພະນິມິດ 2:7 ໝາຍເຖິງອຸທິຍານໃນສະຫວັນ.—ພຊມ 4:13; ລກ 23:43
-
ອູຣີມກັບທູມມີມ.
ເປັນສິ່ງທີ່ປະໂລຫິດໃຫຍ່ໃຊ້ເມື່ອມີຄຳຖາມສຳຄັນທີ່ກ່ຽວຂ້ອງກັບຄົນໝົດຊາດ. ລາວຈະໃຊ້ອູຣີມກັບທູມມີມໃນການເຮັດສິ່ງທີ່ຄ້າຍຄືກັບການຈົກສະຫຼາກເພື່ອຈະໄດ້ຄຳຕອບວ່າພະເຢໂຫວາຢາກໃຫ້ເຮັດຫຍັງ. ປະໂລຫິດໃຫຍ່ຈະໃສ່ອູຣີມກັບທູມມີມໄວ້ໃນແຜ່ນປົກເອິກເມື່ອລາວເຂົ້າໄປໃນເຕັ້ນສັກສິດ. ເບິ່ງຄືວ່າບໍ່ມີການໃຊ້ອູຣີມກັບທູມມີມອີກຕໍ່ໄປຫຼັງຈາກທີ່ພວກບາບີໂລນມາທຳລາຍເມືອງເຢຣູຊາເລັມ.—ອພຍ 28:30; ນຮຢ 7:65
-
ເອໂດມ.
ອີກຊື່ໜຶ່ງຂອງເອຊາວລູກຊາຍຂອງອີຊາກ. ລູກຫຼານຂອງເອຊາວ (ເອໂດມ) ມາຕັ້ງຖິ່ນຖານຢູ່ເຂດພູໃນເສອີ ເຊິ່ງຢູ່ລະຫວ່າງທະເລຕາຍກັບອ່າວອະກາບາ. ຕໍ່ມາກໍເອີ້ນບ່ອນນັ້ນວ່າເອໂດມ. (ປຖກ 25:30; 36:8)—ເບິ່ງພາກຜະໜວກ ຂ3 ແລະ ຂ4
-
ເອທານິມ.
ຊື່ຂອງເດືອນທີ 7 ຕາມປະຕິທິນສາສະໜາຢິວແລະແມ່ນຊື່ຂອງເດືອນທີ 1 ຕາມປະຕິທິນກະສິກຳ. ເດືອນນີ້ເລີ່ມຕົ້ນຈາກກາງເດືອນກັນຍາຫາກາງເດືອນຕຸລາ. ຫຼັງຈາກທີ່ຄົນຢິວກັບມາຈາກບາບີໂລນ ເຂົາເຈົ້າກໍເອີ້ນເດືອນນີ້ວ່າເດືອນທິດຊະຣີ. (1ກສ 8:2)—ເບິ່ງພາກຜະໜວກ ຂ15
-
ເອທິໂອເປຍ.
ຊາດບູຮານທີ່ຢູ່ທາງໃຕ້ຂອງເອຢິບ. ໃນສະໄໝກ່ອນເຂດຂອງເຂົາເຈົ້າກວມເອົາສ່ວນທາງໃຕ້ສຸດຂອງປະເທດເອຢິບໃນປັດຈຸບັນແລະເນື້ອທີ່ທາງເໜືອເຄິ່ງໜຶ່ງຂອງປະເທດຊູດານໃນປັດຈຸບັນ. ບາງເທື່ອກໍໃຊ້ຄຳນີ້ແທນຄຳວ່າ “ກູເຊ” ໃນພາສາເຮັບເຣີ.—ອສທ 1:1
-
ເອຟາ.
ຫົວໜ່ວຍແນວຜອງຂອງແຫ້ງແລະເປັນຊື່ຖັງທີ່ໃຊ້ຜອງເຂົ້ານຳ. ຫົວໜ່ວຍນີ້ເທົ່າກັບຫົວໜ່ວຍບັດທີ່ໃຊ້ຜອງແນວທີ່ເປັນນ້ຳ ເຊິ່ງກໍຄື 22 ລິດ. (ອພຍ 16:36; ອຊກ 45:10)—ເບິ່ງພາກຜະໜວກ ຂ14
-
ເອໂຟດ.
ເສື້ອທີ່ຄືກັບຜ້າກັນເປື້ອນທີ່ພວກປະໂລຫິດໃສ່. ປະໂລຫິດໃຫຍ່ຈະໃສ່ເອໂຟດທີ່ເຮັດແບບພິເສດແລະໃສ່ແຜ່ນປົກເອິກໄວ້ທາງໜ້າ ຢູ່ແຜ່ນປົກເອິກມີຫີນແກ້ວ 12 ກ້ອນຝັງຢູ່. (ອພຍ 28:4, 6)—ເບິ່ງພາກຜະໜວກ ຂ5
-
ເອຟຣາຢິມ.
ຊື່ລູກຊາຍຄົນທີສອງຂອງໂຢເຊັບ. ຕໍ່ມາກາຍເປັນຕະກູນໜຶ່ງຂອງອິດສະຣາເອນ. ຫຼັງຈາກທີ່ມີການແບ່ງອິດສະຣາເອນເປັນ 2 ອານາຈັກ ກໍມັກມີການໃຊ້ຊື່ເອຟຣາຢິມເຊິ່ງເປັນຕະກູນທີ່ໂດດເດັ່ນທີ່ສຸດເມື່ອເວົ້າເຖິງອານາຈັກ 10 ຕະກູນ.—ປຖກ 41:52; ຢຣມ 7:15
-
ເອລູນ.
ຫຼັງຈາກທີ່ຄົນຢິວເປັນຊະເລີຍໃນບາບີໂລນ ເອລູນແມ່ນຊື່ຂອງເດືອນທີ 6 ຕາມປະຕິທິນສາສະໜາຢິວແລະແມ່ນຊື່ຂອງເດືອນທີ 12 ຕາມປະຕິທິນກະສິກຳ. ເດືອນນີ້ເລີ່ມຕົ້ນຈາກກາງເດືອນສິງຫາຫາກາງເດືອນກັນຍາ. (ນຮຢ 6:15)—ເບິ່ງພາກຜະໜວກ ຂ15
-
ໂອເມີ.
ຫົວໜ່ວຍແນວຜອງຂອງແຫ້ງ. 1 ໂອເມີເທົ່າກັບ 2,2 ລິດ ຫຼື 1 ສ່ວນ 10 ເອຟາ. (ອພຍ 16:16, 18)—ເບິ່ງພາກຜະໜວກ ຂ14
-
ເອິຟາຣາດ.
ແມ່ນ້ຳທີ່ຍາວທີ່ສຸດແລະສຳຄັນທີ່ສຸດໃນອາຊີຕາເວັນຕົກສ່ຽງໃຕ້ ແລະເປັນແມ່ນ້ຳສາຍຫຼັກສາຍໜຶ່ງໃນສອງສາຍຢູ່ເມໂຊໂປຕາເມຍ. ມີການເວົ້າເຖິງແມ່ນ້ຳນີ້ເທື່ອທຳອິດໃນປະຖົມມະການ 2:14 ວ່າເປັນແມ່ນ້ຳສາຍໜຶ່ງໃນສີ່ສາຍທີ່ໄຫຼຜ່ານສວນເອເດັນ. ໃນພະຄຳພີມັກເອີ້ນແມ່ນ້ຳເອິຟາຣາດວ່າ “ແມ່ນ້ຳ.” (ປຖກ 31:21) ແມ່ນ້ຳເອິຟາຣາດຍັງເປັນເຂດແດນທາງເໜືອຂອງປະເທດອິດສະຣາເອນນຳ. (ປຖກ 15:18; ພນມ 16:12)—ເບິ່ງພາກຜະໜວກ ຂ2
-
ໄອຍະການ; ຜູ້ປົກຄອງເມືອງ.
ໃນຈັກກະວັດບາບີໂລນ ໄອຍະການແມ່ນພວກຂ້າລາຊະການໃນເຂດປົກຄອງຕ່າງໆທີ່ຮູ້ກົດໝາຍແລະມີອຳນາດໃນການຕັດສິນລະດັບໜຶ່ງ. ໃນແຜ່ນດິນທີ່ເປັນຫົວເມືອງຂຶ້ນຂອງໂຣມ ພວກຜູ້ປົກຄອງເມືອງແມ່ນພວກຜູ້ບໍລິຫານໃນລັດຖະບານ ເຊິ່ງມີໜ້າທີ່ເບິ່ງແຍງຄວາມເປັນລະບຽບຮຽບຮ້ອຍ ບໍລິຫານຈັດການເລື່ອງເງິນ ຕັດສິນຄົນທີ່ຝ່າຝືນກົດໝາຍ ແລະສັ່ງລົງໂທດຄົນທີ່ເຮັດຜິດ.—ດນອ 3:2; ກຈກ 16:20
-
ອັກຄະສາວົກ.
ຄວາມໝາຍພື້ນຖານຂອງຄຳນີ້ໃນພາສາກຣີກແມ່ນ “ຜູ້ທີ່ຖືກສົ່ງອອກໄປ” ເຊິ່ງໃຊ້ກັບພະເຢຊູແລະຄົນທີ່ຖືກສົ່ງໄປຮັບໃຊ້ຄົນອື່ນ. ຄຳນີ້ສ່ວນຫຼາຍໃຊ້ກັບກຸ່ມພວກລູກສິດ 12 ຄົນທີ່ພະເຢຊູເລືອກເອງແລະແຕ່ງຕັ້ງມຣກ 3:14; ກຈກ 14:14
ໃຫ້ເປັນຕົວແທນຂອງເພິ່ນ.— -
ແອກ.
ໄມ້ທີ່ວາງພາດເທິງບ່າຄົນແລະມີແນວຫ້ອຍຢູ່ປາຍໄມ້ທັງສອງເບື້ອງ ຫຼືໄມ້ທີ່ວາງເທິງຄໍສັດ 2 ໂຕ (ສ່ວນຫຼາຍແມ່ນງົວ) ເພື່ອໃຫ້ມັນລາກເຄື່ອງມືການກະສິກຳຫຼືກວຽນ. ເນື່ອງຈາກທາດສ່ວນຫຼາຍໃຊ້ແອກເພື່ອແບກເຄື່ອງໜັກ ແອກຈຶ່ງເປັນສັນຍະລັກໝາຍເຖິງການເປັນທາດຫຼືການຢູ່ໃຕ້ອຳນາດ ລວມທັງການກົດຂີ່ແລະຄວາມທຸກ. ການປົດຫຼືຫັກແອກໝາຍເຖິງການປົດປ່ອຍໃຫ້ພົ້ນຈາກການຖືກກັກຂັງ ຖືກກົດຂີ່ ແລະຖືກເອົາປຽບ.—ລລວ 26:13; ມທ 11:29, 30
-
ອ່າງຢຽບໝາກລະແຊັງ.
ອ່າງທີ່ເຮັດດ້ວຍຫີນປູນຈາກທຳມະຊາດ ສ່ວນຫຼາຍຈະມີ 2 ອ່າງ. ອ່າງໜຶ່ງຢູ່ສູງກວ່າອີກອ່າງໜຶ່ງແລະມີຮ່ອງນ້ອຍໆເຊື່ອມຕໍ່ກັນ. ເມື່ອຢຽບໝາກລະແຊັງໃນອ່າງທີ່ຢູ່ທາງເທິງ ນ້ຳໝາກລະແຊັງຈະໄຫຼລົງໄປໃນອ່າງທີ່ຢູ່ທາງລຸ່ມ. ມີການໃຊ້ຄຳນີ້ເປັນພາບສະແດງເຖິງການຕັດສິນລົງໂທດຈາກພະເຈົ້າ.—ອຊຢ 5:2; ພນມ 19:15
-
ອັດສະຈັນ; ປາຕິຫານ; ສິ່ງທີ່ເປັນຕາງຶດ.
ການກະທຳຫຼືປາກົດການເໜືອທຳມະຊາດ. ມະນຸດເຊື່ອວ່າສິ່ງເຫຼົ່ານີ້ມາຈາກອຳນາດທີ່ເໜືອກວ່າມະນຸດ.—ອພຍ 4:21; ກຈກ 4:22; ຮຣ 2:4
-
ອັດຊະໂຕເຣດ.
ເທບພະເຈົ້າແຫ່ງການອອກແມ່ແພ່ລູກແລະສົງຄາມຂອງຄົນການາອານ. ອັດຊະໂຕເຣດເປັນເມຍຂອງພະບາອານ.—1ຊມ 7:3
-
ອິດສະຣາເອນ.
ຊື່ທີ່ພະເຈົ້າຕັ້ງໃຫ້ຢາໂຄບ. ຕໍ່ມາ ກາຍເປັນຊື່ເອີ້ນລູກຫຼານຂອງລາວບໍ່ວ່າຈະເປັນສະໄໝໃດ. ຫຼາຍເທື່ອຈະເອີ້ນລູກຫຼານທີ່ເກີດຈາກລູກຊາຍ 12 ຄົນຂອງຢາໂຄບວ່າ ລູກຫຼານຂອງອິດສະຣາເອນ ປະຊາຊົນອິດສະຣາເອນ ຫຼືຄົນອິດສະຣາເອນ. ຄຳວ່າອິດສະຣາເອນຍັງເປັນຊື່ເອີ້ນອານາຈັກທາງເໜືອ 10 ຕະກູນເຊິ່ງແຍກອອກຈາກອານາຈັກທາງໃຕ້ ແລະຕໍ່ມາເປັນຄຳທີ່ໃຊ້ເອີ້ນຄລິດສະຕຽນຜູ້ຖືກເລືອກວ່າ “ອິດສະຣາເອນຂອງພະເຈົ້າ.”—ປຖກ 32:28; 2ຊມ 7:23; ຣມ 9:6; ຄລຕ 6:16
-
ອົດເຂົ້າ.
ງົດເວັ້ນຈາກການກິນອາຫານທຸກຢ່າງໄລຍະໜຶ່ງ. ຄົນອິດສະຣາເອນຈະອົດເຂົ້າໃນວັນໄຖ່ຄວາມຜິດ ໃນໄລຍະທີ່ເປັນທຸກ ແລະໃນໄລຍະທີ່ອ້ອນວອນຂໍການຊີ້ນຳຈາກພະເຈົ້າ. ຄົນຢິວມີທຳນຽມການອົດເຂົ້າປີລະ 4 ເທື່ອເພື່ອລະນຶກເຖິງເຫດການທີ່ບໍ່ດີໃນປະຫວັດສາດຂອງເຂົາເຈົ້າ. ການອົດເຂົ້າບໍ່ແມ່ນຂໍ້ຮຽກຮ້ອງສຳລັບຄລິດສະຕຽນ.—ອຊຣ 8:21; ອຊຢ 58:6; ລກ 18:12
-
ອັນຟາແລະໂອເມກາ.
ຊື່ຂອງອັກສອນໂຕທຳອິດແລະໂຕສຸດທ້າຍໃນພາສາກຣີກ. ມີການໃຊ້ຊື່ໂຕອັກສອນສອງໂຕນີ້ 3 ເທື່ອໃນປຶ້ມພະນິມິດວ່າເປັນຕຳແໜ່ງຂອງພະເຈົ້າ. ໃນແວດບົດເຫຼົ່ານັ້ນ ຄຳນີ້ມີຄວາມໝາຍຄືກັບສຳນວນ “ຜູ້ທຳອິດແລະຜູ້ສຸດທ້າຍ” ແລະ “ຈຸດເລີ່ມຕົ້ນແລະຈຸດຈົບ.”—ພນມ 1:8; 21:6; 22:13
-
ອັບ.
ຫຼັງຈາກທີ່ຄົນອິດສະຣາເອນຖືກຈັບໄປເປັນຊະເລີຍຢູ່ບາບີໂລນ ອັບແມ່ນຊື່ຂອງເດືອນທີ 5 ຕາມປະຕິທິນສາສະໜາຢິວແລະແມ່ນຊື່ຂອງເດືອນທີ 11 ຕາມປະຕິທິນກະສິກຳ. ເດືອນນີ້ເລີ່ມຕົ້ນຈາກກາງເດືອນກໍລະກົດຫາກາງເດືອນສິງຫາ. ໃນຄຳພີໄບເບິນບໍ່ໄດ້ເວົ້າເຖິງຊື່ຂອງເດືອນນີ້ ແຕ່ເວົ້າເປັນ “ເດືອນທີ 5.” ຈຊບ 33:38; ອຊຣ 7:9)—ເບິ່ງພາກຜະໜວກ ຂ15
(
ຮ
-
ເຮຣະເມ.
ເທບພະເຈົ້າຂອງກຣີກ ເຊິ່ງເປັນລູກຊາຍຂອງເທບພະເຈົ້າຊູດ. ຜູ້ຄົນໃນເມືອງລີຊະທາເຂົ້າໃຈຜິດແລະເອີ້ນໂປໂລວ່າເຮຣະເມ ເພາະເຮຣະເມເປັນເທບພະເຈົ້າທີ່ມີໜ້າທີ່ສົ່ງຂ່າວຈາກພວກເທບພະເຈົ້າແລະມີຄວາມສາມາດໃນການເວົ້າ.—ກຈກ 14:12
-
ເຮໂຣດ.
ນາມສະກຸນຂອງຄອບຄົວທີ່ໂຣມແຕ່ງຕັ້ງໃຫ້ປົກຄອງຄົນຢິວ. ເຮໂຣດຜູ້ຍິ່ງໃຫຍ່ເປັນທີ່ຮູ້ຈັກຍ້ອນລາວສ້າງວິຫານໃນເມືອງເຢຣູຊາເລັມຂຶ້ນໃໝ່ແລະເປັນຄົນສັ່ງໃຫ້ຂ້າເດັກນ້ອຍເພື່ອຈະກຳຈັດພະເຢຊູ. (ມທ 2:16; ລກ 1:5) ລູກຊາຍສອງຄົນຂອງເຮໂຣດຜູ້ຍິ່ງໃຫຍ່ແມ່ນເຮໂຣດອາກເຄລາອັດແລະເຮໂຣດອັນຕິປາ. ເຂົາເຈົ້າໄດ້ຮັບການແຕ່ງຕັ້ງໃຫ້ປົກຄອງແຂວງຕ່າງໆທີ່ພໍ່ຂອງເຂົາເຈົ້າເຄີຍປົກຄອງ. (ມທ 2:22) ເຮໂຣດອັນຕິປາເປັນຜູ້ປົກຄອງແຂວງແລະຄົນມັກເອີ້ນລາວວ່າ “ກະສັດ.” ລາວເປັນຜູ້ປົກຄອງໃນໄລຍະ 3 ປີເຄິ່ງທີ່ພະຄລິດເຮັດວຽກປະກາດແລະຕໍ່ເນື່ອງຈົນຮອດໄລຍະເຫດການກ່ອນກິດຈະການບົດ 12. (ມຣກ 6:14-17; ລກ 3:1, 19, 20; 13:31, 32; 23:6-15; ກຈກ 4:27; 13:1) ຫຼັງຈາກນັ້ນ ເຮໂຣດອັກກິບປາທີ 1 ຫຼານຊາຍຂອງເຮໂຣດຜູ້ຍິ່ງໃຫຍ່ຖືກທູດສະຫວັນຂອງພະເຈົ້າປະຫານຊີວິດຫຼັງຈາກຂຶ້ນປົກຄອງໄດ້ບໍ່ດົນ. (ກຈກ 12:1-6, 18-23) ລູກຊາຍຂອງລາວແມ່ນເຮໂຣດອັກກິບປາທີ 2 ໄດ້ຂຶ້ນປົກຄອງມາຕະຫຼອດຈົນຮອດຕອນທີ່ຄົນຢິວກະບົດຕໍ່ອຳນາດໂຣມ.—ກຈກ 23:35; 25:13, 22-27; 26:1, 2, 19-32
-
ໂຮເມີ.
ຫົວໜ່ວຍແນວຜອງຂອງແຫ້ງເຊິ່ງທຽບເທົ່າກັບຫົວໜ່ວຍໂຄເຣ. 1 ໂຮເມີເທົ່າກັບ 220 ລິດເຊິ່ງຄິດໄລ່ຈາກຫົວໜ່ວຍບັດ. (ລລວ 27:16)—ເບິ່ງພາກຜະໜວກ ຂ14
-
ໂຮເຣັບ; ພູໂຮເຣັບ.
ເຂດທີ່ມີພູຫຼາຍໆທີ່ຢູ່ອ້ອມຮອບພູຊີນາຍ ແລະເປັນອີກຊື່ໜຶ່ງຂອງພູຊີນາຍ. (ອພຍ 3:1; ພບຍ 5:2)—ເບິ່ງພາກຜະໜວກ ຂ3
-
ເຮືອຕາຊິດ.
ແຕ່ກີ້ເປັນຊື່ເອີ້ນຂອງເຮືອຫຼາຍລຳທີ່ເດີນທາງໄປປະເທດຕາຊິດບູຮານ (ປັດຈຸບັນແມ່ນແອັດສະປາຍ). ແຕ່ຕໍ່ມາເບິ່ງຄືວ່າຄຳນີ້ໝາຍເຖິງເຮືອຂະໜາດໃຫຍ່ທີ່ເດີນທາງໄກໆໄດ້. ໂຊໂລໂມນກັບເຢໂຮຊາຟັດໃຊ້ເຮືອແບບນີ້ເພື່ອເຮັດການຄ້າ.—1ກສ 9:26; 10:22; 22:48
-
ຮິກກາໂຢນ.
ຄຳສັບກ່ຽວກັບການຄວບຄຸມດົນຕີ. ຕາມທີ່ໃຊ້ໃນເພງສັນລະເສີນ 9:16 ຄຳນີ້ອາດໝາຍເຖິງການດີດພິນສຽງຕ່ຳດ້ວຍອາລົມຈິງຈັງ ຫຼືການຢຸດເພື່ອໃຫ້ຄິດຕຶກຕອງງຽບໆ.
-
ເຮັດຊົ່ວແບບບໍ່ອາຍ.
ແປຈາກຄຳພາສາກຣີກ ອະເຊວເຢຍ ໝາຍເຖິງການເຮັດຜິດຮ້າຍແຮງຕໍ່ກົດໝາຍຂອງພະເຈົ້າ ແລະເຮັດແບບໜ້າບໍ່ອາຍຫຼືໝິ່ນປະໝາດຫຼາຍ. ການເຮັດແບບນີ້ແມ່ນການບໍ່ນັບຖືຫຼືເຖິງຂັ້ນໝິ່ນປະໝາດຜູ້ມີອຳນາດ ກົດໝາຍ ແລະມາດຕະຖານຂອງພະເຈົ້າ. ຄຳນີ້ບໍ່ໄດ້ໝາຍເຖິງການເຮັດຜິດເລັກໆນ້ອຍໆ.—ຄລຕ 5:19; 2ປຕ 2:7
-
ຮິນ.
ຫົວໜ່ວຍແນວຜອງທີ່ເປັນນ້ຳແລະພາຊະນະທີ່ໃຊ້ສຳລັບຜອງ. 1 ຮິນເທົ່າກັບ 3,67 ລິດ. (ອພຍ 29:40)—ເບິ່ງພາກຜະໜວກ ຂ14
-
ຮູບເຂົາສັດເທິງແທ່ນບູຊາ.
ສ່ວນທີ່ເປັນຄືກັບເຂົາສັດເຊິ່ງເດ່ອອກມາຈາກທັງສີ່ແຈຂອງແທ່ນລລວ 8:15; 1ກສ 2:28)—ເບິ່ງພາກຜະໜວກ ຂ5 ແລະ ຂ8
ບູຊາ. ( -
ຮູບບູຊາ.
ຮູບພາບຫຼືຮູບຈຳລອງຂອງສິ່ງທີ່ມີແທ້ຫຼືເປັນສິ່ງທີ່ຈິນຕະນາການຂຶ້ນມາຊື່ໆເຊິ່ງໃຊ້ເພື່ອການນະມັດສະການ.—ພສ 115:4; ກຈກ 17:16; 1ກຣ 10:14
-
ເຮັບເຣີ.
ມີການໃຊ້ຄຳນີ້ເທື່ອທຳອິດກັບອັບຣາມ (ອັບຣາຮາມ) ເພື່ອແຍກລາວອອກຈາກເພື່ອນບ້ານຄົນອາໂມ. ຈາກນັ້ນກໍໃຊ້ຄຳນີ້ເມື່ອເວົ້າເຖິງພວກລູກຫຼານຂອງອັບຣາຮາມເຊິ່ງມາທາງເຊື້ອສາຍຂອງຢາໂຄບຫຼານຊາຍຂອງລາວ ແລະຍັງໝາຍເຖິງພາສາທີ່ເຂົາເຈົ້າໃຊ້ນຳອີກ. ເມື່ອມາຮອດສະໄໝຂອງພະເຢຊູ ພາສາເຮັບເຣີມີຄຳພາສາອາຣາເມອິກຫຼາຍຄຳລວມຢູ່ນຳແລະເປັນພາສາທີ່ພະຄລິດກັບພວກລູກສິດເວົ້າ.—ປຖກ 14:13; ອພຍ 5:3; ກຈກ 26:14
1
-
1 ສ່ວນ 10.
ແມ່ນເຄື່ອງທີ່ເອົາມາໃຫ້ເພື່ອຈຸດປະສົງທາງສາສະໜາ ໂດຍເອົາ 1 ສ່ວນ 10 ຫຼື 10 ເປີເຊັນຈາກເຄື່ອງທີ່ມີຢູ່. (ພບຍ 26:12; ມລກ 3:10; ມທ 23:23) ກົດໝາຍຂອງໂມເຊກຳນົດວ່າຄົນອິດສະຣາເອນຈະຕ້ອງເອົາ 1 ສ່ວນ 10 ຂອງຜົນຜະລິດທີ່ໄດ້ຈາກແຜ່ນດິນແລະຝູງສັດທີ່ມີເພີ່ມຂຶ້ນໃຫ້ກັບຄົນເລວີທຸກປີເພື່ອສະໜັບສະໜູນຄົນເລວີ ແລະຄົນເລວີກໍຈະເອົາ 1 ສ່ວນ 10 ຂອງສິ່ງທີ່ເຂົາເຈົ້າໄດ້ຮັບໄປໃຫ້ປະໂລຫິດເພື່ອສະໜັບສະໜູນພວກປະໂລຫິດ. ນອກຈາກນີ້ ມີການໃຫ້ 1 ສ່ວນ 10 ໃນແບບອື່ນໆນຳອີກ. ການເອົາ 1 ສ່ວນ 10 ມາໃຫ້ບໍ່ແມ່ນຂໍ້ຮຽກຮ້ອງສຳລັບຄລິດສະຕຽນ.