ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກຜະໜວກ

ມະນຸດມີສິ່ງທີ່ເບິ່ງບໍ່ເຫັນແລະສິ່ງນັ້ນເປັນອະມະຕະຢູ່ໃນໂຕມະນຸດແທ້ໆບໍ?

ມະນຸດມີສິ່ງທີ່ເບິ່ງບໍ່ເຫັນແລະສິ່ງນັ້ນເປັນອະມະຕະຢູ່ໃນໂຕມະນຸດແທ້ໆບໍ?

ຫຼາຍຄົນເຊື່ອວ່າມີສິ່ງທີ່ເບິ່ງບໍ່ເຫັນແລະສິ່ງນັ້ນເປັນອະມະຕະຢູ່ໃນໂຕເຮົາ. ເຂົາເຈົ້າຄິດວ່າສິ່ງທີ່ເບິ່ງບໍ່ເຫັນເຊິ່ງຢູ່ໃນໂຕມະນຸດນີ້ຈະອອກຈາກຮ່າງກາຍຕອນທີ່ຄົນເຮົາຕາຍແລະສິ່ງນີ້ຈະຍັງມີຊີວິດຢູ່ຕໍ່ໄປ. ເນື່ອງຈາກຄວາມເຊື່ອແບບນີ້ແພ່ໄປທົ່ວ ຫຼາຍຄົນຈຶ່ງແປກໃຈເມື່ອຮຽນຮູ້ວ່າຄຳພີໄບເບິນບໍ່ໄດ້ສອນແບບນັ້ນຈັກໜ້ອຍ. ຄັນຊັ້ນພະຄຳຂອງພະເຈົ້າສອນວ່າແນວໃດກ່ຽວກັບຄົນທີ່ຕາຍໄປ?

ຄຳເນເຟຊ ແລະພະຊີເຄ ຕາມທີ່ໃຊ້ໃນຄຳພີໄບເບິນ

ເຈົ້າອາດຈື່ໄດ້ວ່າທຳອິດຄຳພີໄບເບິນສ່ວນຫຼາຍຂຽນເປັນພາສາເຫບເລີແລະພາສາກະເລັກ. ຄຳພາສາເຫບເລີເນເຟຊ ກັບຄຳພາສາກະເລັກພະຊີເຄ ທີ່ໃຊ້ໃນຄຳພີໄບເບິນນັ້ນ ບາງສະບັບໄດ້ແປຄຳນີ້ວ່າຈິດວິນຍານ ຫຼືຈິດໃຈ. ການແປແບບນີ້ບໍ່ຖືກຕ້ອງ. ຄຳວ່າເນເຟຊ ແລະພະຊີເຄ ມີຢູ່ໃນຄຳພີໄບເບິນຫຼາຍກວ່າ 800 ເທື່ອ ແລະໂດຍພື້ນຖານແລ້ວຄຳນີ້ໝາຍເຖິງ (1) ຜູ້ຄົນ (2) ສັດ ຫຼື (3) ຊີວິດຂອງຄົນຜູ້ໜຶ່ງແລະສັດໂຕໜຶ່ງ. ຂໍໃຫ້ພິຈາລະນາຂໍ້ພະຄຳພີບາງຂໍ້ທີ່ສະແດງໃຫ້ເຫັນຄວາມໝາຍສາມຢ່າງນີ້.

ຜູ້ຄົນ. “ໃນຄາວວັນທ່ານໂນເອ . . . ຄົນ [ພະຊີເຄ] ຫມູ່ໜ້ອຍ 8 ຄົນໄດ້ພົ້ນຈາກນໍ້າ.” (1 ເປໂຕ 3:20) ໃນຂໍ້ນີ້ຄຳພາສາກະເລັກພະຊີເຄ ໝາຍເຖິງຜູ້ຄົນ ເຊິ່ງກໍຄືໂນເອ ເມຍໂນເອ ລູກຊາຍສາມຄົນຂອງໂນເອແລະເມຍຂອງເຂົາເຈົ້າ. ອົບພະຍົບ 16:16 ກ່າວເຖິງຄຳສັ່ງທີ່ໃຫ້ແກ່ຊາດອິດສະລາແອນໃນເລື່ອງການເກັບມານາ. ເຂົາເຈົ້າໄດ້ຮັບຄຳສັ່ງວ່າ “ທຸກຄົນຈົ່ງເກັບອາຫານນັ້ນ . . . ສຳລັບຄົນ [ເນເຟຊ] ທີ່ຢູ່ໃນທັບອາໄສແຫ່ງຕົນ.” ດັ່ງນັ້ນ ປະລິມານມານາທີ່ເກັບຈຶ່ງຂຶ້ນກັບຈຳນວນຄົນໃນແຕ່ລະຄອບຄົວ. ມີຕົວຢ່າງອື່ນໆຈາກຄຳພີໄບເບິນບາງຂໍ້ທີ່ແປຄຳເນເຟຊ ແລະພະຊີເຄ ວ່າຄົນຫຼືກຸ່ມຄົນໃນຕົ້ນເດີມ 46:18 (“ລູກ 16 ຄົນ”); ໂຢຊວຍ 11:11 (“ຄົນທັງປວງ”); ກິດຈະການ 27:37 (“ເຮົາທັງປວງ”); ແລະໂລມ 13:1 (‘ຄົນທຸກຄົນ’).

ສັດ. ກ່ຽວກັບເລື່ອງການເນລະມິດສ້າງໃນຄຳພີໄບເບິນ ເຮົາອ່ານວ່າ “ພະເຈົ້າໄດ້ບອກວ່າ ‘ໃຫ້ມີຝູງສັດ [ເນເຟຊ] ຕ່າງໆທີ່ມີຊີວິດຕີງເປັນເກີດຂຶ້ນໃນນໍ້າທັງຫຼາຍເປັນອັນມາກບໍລິບູນ ແລະໃຫ້ມີນົກຕ່າງໆບິນໄປເທິງແຜ່ນດິນຕໍ່ໜ້າທ້ອງຟ້າເຖີ້ນ.’ ແລະພະເຈົ້າໄດ້ບອກວ່າ ‘ໃຫ້ແຜ່ນດິນເກີດສັດ [ເນເຟຊ] ຕ່າງໆທີ່ມີຊີວິດຢູ່ຕາມເຊື້ອຊາດຂອງເຂົາ ສັດໃຊ້ກໍດີ ແລະສັດເລືອຄານກໍດີ ແລະສັດປ່າຕ່າງໆກໍດີຕາມເຊື້ອຊາດຂອງເຂົາ’ ແລະກໍໄດ້ເປັນດັ່ງນັ້ນ.” (ຕົ້ນເດີມ 1:20, 24) ຕາມຂໍ້ຄວາມດັ່ງກ່າວນີ້ ມີການກ່າວເຖິງປາ ສັດໃຊ້ ແລະສັດປ່າຕ່າງໆດ້ວຍຄຳພາສາເຫບເລີຄຳດຽວກັນຄືເນເຟຊ. ນອກຈາກນັ້ນ ໃນຕົ້ນເດີມ 9:10; ພວກເລວີ 11:46; ແລະຈົດເຊັນບັນຊີ 31:28 ຍັງເອີ້ນນົກແລະສັດອື່ນໆວ່າເນເຟຊ.

ຊີວິດຂອງຄົນຜູ້ໜຶ່ງ. ບາງຄັ້ງຄຳເນເຟຊ ແລະພະຊີເຄ ຍັງໝາຍເຖິງຊີວິດຂອງຄົນຜູ້ໜຶ່ງ. ພະເຢໂຫວາບອກໂມເຊວ່າ “ຄົນທັງປວງທີ່ໄດ້ຊອກຫາຕັດຊີວິດ [ເນເຟຊ] ເຈົ້າກໍໄດ້ຕາຍໄປແລ້ວ.” (ອົບພະຍົບ 4:19) ພວກສັດຕູຂອງໂມເຊຊອກຫາຫຍັງ? ພວກເຂົາຊອກຫາຢາກຂ້າໂມເຊ. ກ່ອນໜ້ານັ້ນ ໃນຂະນະທີ່ນາງລາເຊນເກີດລູກຊາຍເບນຢາມີນ “ຈິດວິນຍານ [“ເນເຟຊ; ຊີວິດ,” ລ.ມ.] ຂອງນາງພວມອອກ . . . ເພາະນາງໄດ້ຕາຍໄປ.” (ຕົ້ນເດີມ 35:16-19) ຂໍໃຫ້ພິຈາລະນາຄຳກ່າວຂອງພະເຍຊູນຳທີ່ວ່າ “ເຮົາເປັນຜູ້ລ້ຽງອັນດີ ຜູ້ລ້ຽງອັນດີປົງຊີວິດ [ພະຊີເຄ] ແຫ່ງຕົນຕາງແກະທັງຫຼາຍ.” (ໂຢຮັນ 10:11) ພະເຍຊູມອບພະຊີເຄ ຫຼືຊີວິດຂອງຕົນເພື່ອປະໂຫຍດຂອງມະນຸດ. ຈາກຂໍ້ຄວາມເຫຼົ່ານີ້ໃນຄຳພີໄບເບິນ ເຫັນໄດ້ແຈ້ງວ່າຄຳວ່າເນເຟຊ ແລະພະຊີເຄ ໝາຍເຖິງຊີວິດທີ່ຄົນເຮົາມີຢູ່. ເຮົາຈະເຫັນຕົວຢ່າງອີກກ່ຽວກັບຄວາມໝາຍຂອງຄຳວ່າເນເຟຊ ແລະພະຊີເຄ ຢູ່ອົບພະຍົບ 21:23; ໂຢຮັນ 15:13; ແລະກິດຈະການ 20:10.

ເມື່ອສຶກສາພະຄຳຂອງພະເຈົ້າຕໍ່ໆໄປເຮົາກໍຈະເຫັນວ່າໃນຄຳພີໄບເບິນໝົດຫົວ ບໍ່ມີບ່ອນໃດເລີຍທີ່ລວມເອົາຄຳວ່າ “ອະມະຕະ” ຫຼື “ນິລັນດອນ” ເຂົ້າກັບຄຳວ່າເນເຟຊ ແລະພະຊີເຄ. ແທນທີ່ຈະເປັນແນວນັ້ນ ພະຄຳພີກ່າວວ່າ ເນເຟຊ ຕາຍ. (ເອເຊກຽນ 18:4, 20, ລ.ມ.) ດັ່ງນັ້ນ ຄຳພີໄບເບິນເອີ້ນຄົນທີ່ຕາຍແລ້ວວ່າ ເນເຟຊ ທີ່ຕາຍ ເຊິ່ງໝາຍເຖິງຄົນຕາຍ.—ພວກເລວີ 21:11.

ຄຳວ່າຣູອາ ແລະພະນູມາ ຕາມທີ່ໃຊ້ໃນຄຳພີໄບເບິນ

ຜູ້ຂຽນຄຳພີໄບເບິນໃຊ້ຄຳພາສາເຫບເລີຣູອາ ຫຼືຄຳພາສາກະເລັກພະນູມາ ເມື່ອໝາຍເຖິງພະລັງຊີວິດທີ່ຢູ່ໃນສິ່ງມີຊີວິດທັງປວງເທິງແຜ່ນດິນໂລກ. ເຖິງວ່າມີບາງສະບັບແປຄຳນີ້ວ່າ “ຈິດວິນຍານ” ຫຼື “ລົມຫັນໃຈ” ກໍຕາມ. ຂໍ້ພະຄຳພີຕ່າງໆສະແດງເຖິງຄວາມໝາຍທີ່ແທ້ຈິງຂອງຄຳເຫຼົ່ານີ້. ຕົວຢ່າງ ຄຳເພງ 104:29 (ທ.ປ.) ກ່າວວ່າ “ເມື່ອ [ພະເຢໂຫວາ] ຖອດລົມຫັນໃຈ [“ຣູອາ; ພະລັງຊີວິດ,” ລ.ມ.] ຄືນ ກໍກາຍເປັນຂີ້ດິນອີກ.” ແລະຢາໂກໂບ 2:26 ບອກວ່າ “ກາຍທີ່ບໍ່ມີຈິດວິນຍານ [“ພະນູມາ; ພະລັງຊີວິດ,” ລ.ມ.] ຕາຍແລ້ວ.” ດັ່ງນັ້ນ ໃນຂໍ້ຄວາມເຫຼົ່ານີ້ ຄຳວ່າຣູອາ ແລະພະນູມາ ໝາຍເຖິງສິ່ງທີ່ເຮັດໃຫ້ຮ່າງກາຍມີຊີວິດຢູ່. ຖ້າບໍ່ມີສິ່ງນີ້ ຮ່າງກາຍກໍຕາຍໄປ. ສະນັ້ນ ໃນຄຳພີໄບເບິນສະບັບແປໂລກໃໝ່ ຈຶ່ງບໍ່ພຽງແຕ່ແປຄຳຣູອາ ວ່າພະວິນຍານ ເທົ່ານັ້ນ ແຕ່ຍັງແປວ່າພະລັງຊີວິດດ້ວຍ. ຕົວຢ່າງ ພະເຈົ້າເວົ້າກ່ຽວກັບນໍ້າຖ້ວມໃນສະໄໝຂອງໂນເອວ່າ “ດັງນີ້ເຮົາໃຫ້ນໍ້າມາຖ້ວມແຜ່ນດິນໂລກເພື່ອຈະໄດ້ທຳລາຍເນື້ອໜັງທີ່ມີຊີວິດລົມຫັນໃຈ [“ຣູອາ; ພະລັງຊີວິດ,” ລ.ມ.] ໃຫ້ເສຍຈາກໃຕ້ຟ້າ.” (ຕົ້ນເດີມ 6:17; 7:15, 22) ດັ່ງນັ້ນຄຳວ່າ ຣູອາ ແລະພະນູມາ ຈຶ່ງໝາຍເຖິງພະລັງທີ່ເບິ່ງບໍ່ເຫັນ (ພະລັງຊີວິດ) ເຊິ່ງເຮັດໃຫ້ສິ່ງມີຊີວິດທັງປວງມີຊີວິດຢູ່.

ຮ່າງກາຍຈຳເປັນຕ້ອງມີພະລັງຊີວິດແບບດຽວກັບທີ່ວິທະຍຸຕ້ອງມີກະແສໄຟຟ້າເພື່ອຈະໃຊ້ການໄດ້. ຈາກຕົວຢ່າງນີ້ ຂໍໃຫ້ນຶກເຖິງວິທະຍຸໄຮ້ສາຍແບບທີ່ຖືໄປມາໄດ້. ເມື່ອເຮົາໃສ່ຖ່ານແລ້ວກໍເປີດວິທະຍຸ ພະລັງໄຟຟ້າທີ່ຢູ່ໃນຖ່ານເຮັດໃຫ້ວິທະຍຸມີສຽງ. ແຕ່ຖ້າບໍ່ມີຖ່ານ ວິທະຍຸກໍບໍ່ມີສຽງ. ວິທະຍຸອີກແບບໜຶ່ງເມື່ອຖອດສາຍໄຟອອກກໍບໍ່ມີສຽງຄືກັນ. ຄ້າຍໆກັນ ຣູອາ ແລະພະນູມາ ເປັນພະລັງທີ່ເຮັດໃຫ້ຮ່າງກາຍເຮົາມີຊີວິດ. ເຊັ່ນດຽວກັບກະແສໄຟຟ້າ ຣູອາ ແລະພະນູມາ ບໍ່ມີຄວາມຮູ້ສຶກນຶກຄຶດ. ມັນເປັນພະລັງທີ່ບໍ່ມີຕົວຕົນ. ຖ້າປາສະຈາກພະລັງຊີວິດແລ້ວ ຮ່າງກາຍຂອງເຮົາກໍຕາຍແລະ “ກາຍເປັນຂີ້ດິນ” ຕາມທີ່ຜູ້ແຕ່ງຄຳເພງໄດ້ກ່າວໄວ້.

ເມື່ອເວົ້າເຖິງຄວາມຕາຍຂອງມະນຸດ ຜູ້ເທສະໜາປ່າວປະກາດ 12:7 (ລ.ມ.) ກ່າວວ່າ “ຂີ້ຝຸ່ນ [ຮ່າງກາຍລາວ] ຫຼົບໄປອີກໃນຂີ້ດິນຄືມັນຢູ່ຫັ້ນແລ້ວແຕ່ກີ້ ແລະພະລັງຊີວິດກໍຫຼົບໄປຫາພະເຈົ້າທ່ຽງແທ້ຜູ້ທີ່ໃຫ້ພະລັງນັ້ນ.” ເມື່ອພະລັງຊີວິດໝົດໄປຈາກຮ່າງກາຍ ຮ່າງກາຍກໍຕາຍແລະກັບໄປບ່ອນທີ່ຮ່າງນັ້ນຖືກສ້າງຂຶ້ນມາ ນັ້ນກໍຄືຂີ້ດິນ. ຄ້າຍກັນ ພະລັງຊີວິດກັບໄປແຫຼ່ງທີ່ໃຫ້ພະລັງນັ້ນ ເຊິ່ງກໍຄືພະເຈົ້າ. (ຄຳເພງ 36:9) ແທ້ໆແລ້ວນີ້ບໍ່ໄດ້ໝາຍຄວາມວ່າພະລັງຊີວິດເດີນທາງໄປສະຫວັນ. ແທນທີ່ຈະເປັນແນວນັ້ນ ນີ້ໝາຍຄວາມວ່າສຳລັບຄົນທີ່ຕາຍແລ້ວ ຄວາມຫວັງໃດໆກ່ຽວກັບຊີວິດໃນອະນາຄົດຂຶ້ນຢູ່ກັບພະເຢໂຫວາພະເຈົ້າ. ອາດເວົ້າໄດ້ວ່າຊີວິດຂອງຜູ້ນັ້ນຢູ່ໃນມືຂອງພະເຈົ້າ. ສະເພາະແຕ່ໂດຍລິດເດດຂອງພະເຈົ້າເທົ່ານັ້ນຈຶ່ງສາມາດຄືນພະລັງຊີວິດໃຫ້ແກ່ຜູ້ນັ້ນເພື່ອເຂົາຈະມີຊີວິດອີກ.

ເປັນການປອບໂຍນທີ່ຮູ້ວ່າພະເຈົ້າຈະເຮັດແບບນັ້ນແທ້ໆສຳລັບຜູ້ທີ່ຢູ່ໃນ “ບ່ອນຝັງສົບ”! (ໂຢຮັນ 5:28, 29) ໃນຕອນທີ່ມີການປຸກໃຫ້ຄືນມາຈາກຕາຍ ພະເຢໂຫວາຈະສ້າງຮ່າງກາຍໃໝ່ໃຫ້ແກ່ຜູ້ທີ່ຫຼັບຢູ່ໃນຄວາມຕາຍ ແລະຈະເຮັດໃຫ້ເຂົາເຈົ້າມີຊີວິດໂດຍໃສ່ພະລັງຊີວິດເຂົ້າໄປ. ນັ້ນຈະເປັນເວລາທີ່ໜ້າຍິນດີແທ້ໆ.